Sunday, August 18, 2019

15 ປີ 17 ແຂວງ ແລະ ນະຄອນຫຼວງວຽງຈັນ

ຈຸດປະສົງຂອງພວກເຮົາແມ່ນ: 
- ສ້າງຄວາມສາມາດໃຫ້ແກ່ເດັກ-ໄວຫນຸ່ມໃນການໂຄສະນາສິດທິຂອງຕົນ ໂດຍຜ່ານລາຍການວິທະຍຸ,ໂທລະພາບ, ສື່ສັງຄົມອອນໄລນ໌ ແລະ ການເຄື່ອນໄຫວປຸກລະດົມຊຸມຊົນ....

Sunday, August 7, 2016

ເຮົາໄດ້ມາພົບກັນແລ້ວ ທີ່ເມືອງປາກຊັນ


  ການເຝິກອົບຮົມ ການນຳໃຊ້ສື່ອອນໄລນ໌ ໃຫ້ແກ່ທີມງານວິທະຍຸໄວໜຸ່ມ ໄດ້ດຳເນີນໃນວັນທີ 2-5 ສິງຫາ 2016 ທີ່ຫ້ອງປະຊຸມຂອງພະແນກຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ, ເຊິ່ງໃນນີ້ໄດ້ມີຫລາຍ ຫົວຂໍ້ໃນການບໍລິການ ແລະ ບໍລິໂພກ ຂໍ້ມູນຂ່າວສານທີ່ມີຜົນກະທົບ(+ & -)ຕໍ່ເດັກນ້ອຍ ແລະ ໄວໜຸ່ມ

(ຂອບໃຈຫລາຍໆທີ່ອ່ານ)

Sunday, May 3, 2015

ຍົກລະດັບການຈັດລາຍການເປັນຄູເຝິກ

ໂດຍການສະໜັບສະໜູນຈາກອົງການ Unicef ແລະ ເພິ່ນເຫັນດີໃຫ້ທີມງານວິທະຍຸໄວໜຸ່ມແຂວງສາລະວັນເປັນເຈົ້າພາບ ຈັດການເຝິກອົບຮົມ ໃນຫົວຂໍ້ ການເປັນຄູເຝິກນັກຈັດລາຍການວິທະຍຸ ມື້ອົບຮົມ ໂຕຈິງແມ່ນ ວັນທີ 27 ເມສາ-1 ພຶດສະພາ 2015 ເຊິ່ງຈະມີສຳມະນາກອນຈາກທີມງານວິທະຍຸໄວໜຸ່ມແຂວງ: ສາລະວັນ, ວຽງຈັນ, ບໍລິຄຳໄຊ, ສະຫວັນນະ ເຂດ,ຈຳປາສັກ, ເຊກອງ,ນະຄອນຫລວງວຽງຈັນ ແລະ ນັກຂ່າວຈາກ 8 ເມືອງ ຂອງແຂວງສາລະວັນເຂົ້າຮ່ວມດັ່ງນີ້:

ແຂວງສາລະວັນ:
1. ນ. ລັດຕະນາ ພົມມະຈັນ
2. ນ. ມາລາພອນ ພົມມາຈັນ
3. ນ. ເລັດສະໄໝ ເທບຄຳຜົງ
4. ທ. ທັກສິນ ຈູມມະນີວົງ
5. ນ. ປານນ້ອຍ ພິລາວົງ
6. ທ. ສຸກເທວາ ສີປະເສີດ
7. ນ.ມະລິສາ ໄຊຍະເດດ
8. ທ. ສຸກຂີ ສຸລິວົງ
9. ນ. ພຸດປານີ ຈຳປາທອງ
10. ທ. ກາຫຼົງ ພິລາວົງ
11. ທ. ອາຕ໋ອມ ກອງຄຳ
12. ນ. ຄຳສັກສິດ ຈັນທະກຸມມານ
13. ນາງ ວຽງລະຄອນ ລາຊະເກສີ
14. ນ. ສຸກິດຕາ ບຸນທິສານ
15. ນ. ມະໄລພິມ ເພັດສົມພອນ
16. ນ. ແກ້ວວຽງຄອນ ດອກຝາງແດງ
17. ທ ວິໄລວອນ ສິດທິໄຊ

ພາກສ່ວນເມືອງຂອງແຂວງສາລະວັນ
1) ທ. ວິຊຽນ ທຳມະວົງ ຖວທ ມ.ສາລະວັນ
2) ທ. ຄຳຫ້ຽນ ສີບຸນຄອຍ ຖວທ ມ.ເລົ່າງາມ
3) ນ. ເຫຼີນຄຳ ລືເດດມູນສອນ ຖວທ ມ.ຕຸ້ມລານ
4) ທ. ແສງດາວ ກິຍາດວງໄຊ ຖວທ ມ.ຕະໂອ້ຍ
5) ທ. ພິຊິດ ດໍລະບຸດ ຖວທ ລະຄອນເພັງ
6) ທ. ໄຊຍະສອນ ທອງພະຈັນ ຖວທ ວາປີ
7) ທ. ຄຳໃບ ເຂັມທອງ ຖວທ ຄົງເຊໂດນ
8) ທ. ທອງດຳ ແກ້ວອ່ອນສາ ຖວທ ສະມ້ວຍ
ແຂວງເຊກອງ:
1) ທ. ວິລະກອນ ຄຳວິໄລ
ແຂວງວຽງຈັນ:
1. ທ. ແສງດາວ ພະລະຄອນ
2. ທ. ທິບພະກອນ ລັດດາສອນ
3. ທ. ຄຳເສົາ ລັດຕະນະ
ແຂວງບໍລິຄຳໄຊ:
1. ທ. ສົມພານ ຫຼວງລາດບັນດິດ
2. ນ. ຈິງໃຈ ຈຸນລະມຸນຕີ
3. ທ. ພຸດທະກອນ ໄຊຍາວົງ
ແຂວງສະຫວັນະເຂດ:
1. ນ. ສີພອນ ເພັດຊະລາດ
2. ນ. ຄຳມະນີ ອຸ່ນຈັນ
3. ທ. ກຽດຕິສັກ ພອນແສງໃສ
ແຂວງຈຳປາສັກ:
1. ນ. ບານໃຈ ມະໄລສຸກ
2. ນ. ວໍລະສາ ຫຼ້າດວງເລີດ
3. ນ. ສຸກສີດາ ວົງພະຈັນ
4. ທ. ສຸກສະຫວັນ ໄຊຍະລາດ
5. ທ. ສຸກສະຫວັນ ອິນສີຊຽງໄໝ່

ທີມງານນະຄອນຫຼວງວຽງຈັນ:
1) ທ. ພູເງິນ ບົວທອງ
2) ທ. ສຸລິວົງ ແສງສຸໄລ

ຜູ້ບໍລິຫານ ແລະ ຄູເຝິກ:
1) ທ່ານ ສັງຂານ ຈູມຄຳພັນ ຮອງ ຜອ.ວສລ
2) ທ່ານ ຄຳຜ່ອນ ໄຊອຸດົມ ຜູ້ຮັບຜິດຊອບອົບຮົມ
3) ທ່ານນາງ ຄຳພຽນ ຈັນສພຫວັດ ບໍລິຫານການ ເຝິກອົບຮົມ
4) ທ່ານ ຕະບອງເພັດ ພຸດທະວົງ ຜູ້ປະສານງານ Unicef
ມີພາບ ແລະ ຂ່າວການເຄື່ອນໄຫວ ເຊິ່ງສາມາດກົດອ່ານໄດ້ທີ່ນີ້
(ຂອບໃຈທີ່ຕິດຕາມ)

Tuesday, September 2, 2014

10 ປີ, 13 ແຂວງ, 500 ຄົນ...

ໂຄງການວິທະຍຸ ໄວໜຸ່ມ ໄດ້ເລີ່ມມາແຕ່ທ້າຍປີ 2004 ຈາກ 3 ແຂວງ(ອຸດົມໄຊ,ຫລວງພະບາງ ແລະ ຈຳປາສັກ) ມາເປັນ 8 ແຂວງໃນປີ 2007  (ອຸດົມໄຊ,ຫລວງພະບາງ,ຈຳປາສັກ, ສາລະວັນ, ສະຫວັນນະເຂດ, ບໍລິຄຳໄຊ, ບໍ່ແກ້ວ ແລະ ແຂວງວຽຈັນ) ແລະ ເພີີມຂຶ້ນເປັນ 13 ແຂວງ ໃນປັດຈຸບັນ(ອຸດົມໄຊ,ຫລວງພະບາງ,ຈຳປາສັກ, ສາລະວັນ, ສະຫວັນນະເຂດ, ບໍລິຄຳໄຊ, ບໍ່ແກ້ວ, ແຂວງວຽຈັນ, ນະຄອນຫລວງວຽງຈັນ,ໄຊຍະບູລີ, ຫົວພັນ, ຫລວງນ້ຳທາ ແລະ ອັດ ຕະປື) ໃນນີ້ໄດ້ຜລິດລາຍການ ນອກຈາກພາສາພາສາລາວແລ້ວຍັງມີ: ພາສາກຶມໝຸ(ຫຼວງພະບາງ), ພາສາມົ້ງ(ໄຊຍະບູລີ) ແລະ ພາສາອາຄ່າ(ອຸດົມໄຊ))
(ຂອບໃຈທີ່ຕິດຕາມ)

Friday, May 2, 2014

ດົນໆພົບກັນເທື່ອໜຶ່ງ

ເນື່ອງຈາກມີການປ່ຽນແປງດ້ານບຸກຄະລາກອນທີມງານວິທະຍຸໄວໜຸ່ມ ບາງແຂວງ ພວກເຮົາຈຶ້ງຕ້ອງໄດ້ໄປຊ່ວຍເຫລືອ
ລາຍລະອຽດສາມາດຕິດຕາມໄດ້ຕໍ່ໄປນີ້

Tuesday, February 25, 2014

ອົບຮົມ ການຂຽນບົດ ແລະ ການຜະລິດລາຍການສົດ


ການວາງແຜນການຜະລິດ ລາຍການໂທລະພາບ “ບ້ານຂອງຂ້ອຍ” ທີ່ກຳລັງໄດ້ຮັບຄວາມນິຍົມ ສຳລັບເດັກກ່ອນໄວຮຽນ ພາກສອງ ໄດ້ເລີ້ມຂື້ນແລ້ວ ທີ່ ນະຄອນຫລວງວຽງຈັນ 24 ກຸມພາ 2014 ແລະ ຈະດຳເນີນໄປເຖິງວັນທີ່ 1 ມິນາ ປີ 2014.

ເຂົ້າຮ່ວມພິທີເປີດຝຶກອົມມີ ທ່ານ ປິ່ນປາຖະຫນາ ພັນທະມາລີ ຄະນະພັກກະຊວງ, ຫົວຫນ້າກົມ ສື່ມວນຊົນ ກະຊວງຖະແຫລວງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ທິມ ຊັບເຕີ ຜູ້ຕາງຫນ້າ ອົງການ ຢູນີເຊັບ ປະຈຳ ສປປ ລາວ, ແລະ ຜູ້ເຂົ້າຮ່ວມຈຳນວນ ຫລາຍກ່ວາ 80 ຄົນ ຈາກກະຊວງ ແລະ ອົງການຕ່າງໆ ເປັນຕົ້ນແມ່ນນັກຂ່າວແລະນັກຈັດລາຍການໂທລະພາບ, ລວມທັງຜູ້ພິການ ແລະ ນັກຂ່າວບັນດາເຜົ່າທີ່ມີປະສົບການຫລາຍ ແລະ ຫນ້ອຍແຕກຕ່າງກັນ, ຄູອະນຸບານ ນັກເລົ່າ ນິທານ, ນັກສິນລະປິນ ແລະ ນັກແຕ່ງເພງ ນັກດົນດີພື້ນເມືອງ ແລະ ສາກົນ.

ວັດຖຸປະສົງຂອງກອງປະຊຸມ ຝຶກອົບຮົມ ແມ່ນເພື່ອ ຍົກລະດັບ ຄວາມຮູ້ ຄວາມສາມາດ ໃຫ້ແກ່ຜູ້ ຜະລິດລາຍການໂທລະພາບແລະ ນັກສິນລະປິນຂອງລາວ ເພື່ອພັດທະນາສື່ ທີຈະຊ່ວຍໃນ ການ ສ້າງຄວາມເຂັ້ມແຂງດ້ານການສຶກສາ ແລະ ສ້າງຄວາມຫນັ້ນໃຈ ໃຫ້ເດັກທຸກຄົນ ບໍວ່າເດັກ ພິການ ຫລືບໍ່ພິການ, ເດັກຊົນເຜົ່າ ແລະ ເດັກດ້ອຍໂອກາດ.

ຜູ້ຊ່ຽງຊານຕ່າງປະເທດທີ່ມາເປັນຄູຝຶກໃນຄັ້ງນີ້ ແມ່ນຈະໃຫ້ການແນະນຳ ໃນການຂະບວນ ການວາງແຜນ ການຜະລິດ ລາຍການໂທລະພາບສຳລັບເດັກກ່ອນໄວຮຽນ ພາກ ສອງ ລາຍການ “ບ້ານຂອງຂ້ອຍ”. ກອງປະຊຸມຝຶກອົບຮົມ ຈະສູມໃສ່ຂົງເຂດ ການຂຽນບົດ ຫລື ສະກິບລາຍການ, ການຜະລິດລາຍການສົດ, ການຊີ້ນຳການຜະລິດ ແລະ ການແຕ່ງດົນຕີ ແລະ ເພັງ.

ລາຍການໂທລະພາບສຳລັບເດັກ ກ່ອນໄວຮຽນ “ບ້ານຂອງຂ້ອຍ” 15 ຕອນໄດ້ເລີ້ມອອກອາກາດ ໃນເດືອນ ກັນຍາ ປີ 2013 ຜ່ານໂທລະພາບແຫ່ງຊາດ ຊ່ອງ 3, ລາວສະຕາ, ໂທລະພາບປ້ອງກັນ ຄວາມສະງົບ, ໂທລະພາບລາວ ຊ່ອງ 5 ແລະ MV Lao ແລະ ໄດ້ຮັບຄວາມນິຍົມຊົມຊອບ ໃນຫມູ່ ເດັກນ້ອຍລາວ ພ້ອມທັງ ພໍ່ແມ່ ແລະ ຄູອະນຸບານໃນທົ່ວປະເທດ. “ບ້ານຂອງຂ້ອຍ” ແມ່ນລາຍ ການໂທລະພາບທໍາອິດສໍາເດັກ ອາຍຸຕໍ່າກວ່າ 6 ເດືອນ ຊຶ່ງມີເນື້ອໃນທີຫລາກຫລາຍ ເພື່ອກຽມ ພ້ອມເດັກໃນການເຂົ້າໂຮງຮຽນປະຖົມ ແລະ ໃນຊິວິດຂອງເຂົາເຈົ້າ.

ລາຍການ “ບ້ານຂອງຂ້ອຍ” ມີຫລາກຫລາຍຫົວຂໍ້ ທີ່ແນໃສ່ການພັດທະນາທາງດ້ານຮ່າງກາຍ, ດ້ານການຮຽນຮູ້, ດ້ານສັງຄົມ ແລະ ອາລົມຂອງເດັກ. ແນວຄິດຕົ້ນຕໍຂອງລາຍການນີ້ ແມ່ນການ ສົ່ງເສີມ “ຄວາມຫລາກຫລາຍ” ແລະ ການຢູ່ຮ່ວມກັນ ຂອງເດັກຍິງ ຊາຍ, ເດັກພິການ ແລະ ບໍ່ພິການ, ແລະ ເດັກຊົນເຜົ່າ ພ້ອມທັງສ້າງໂອກາດໃຫ້ເດັກເຫລົ່ານັ້ນ ໄດ້ມີສ່ວນຮ່ວມ ໃນຂະບວນການຜະລິດລາຍການນີ້ອີກດ້ອຍ.

ຂອບໃຈນຳທີມງານ ECD ທີ່ໄດ້ເປີດໂອກາດໃຫ້ທີມງານວິທະຍຸ-ໂທລະພາບ “ເປີດໃຈໄວໜຸ່ມ” ຫລາຍນ້ອງໄດ້ເຂົ້າຮ່ວມການອົບຮົມຄັ້ງນີ້
(ຂອບໃຈຫລາຍໆ)

Thursday, January 16, 2014

໒໗-໒໘ ທັນວາ ໒໐໑໓ ເປັນວັນມ່ວນຊື່ນ....


ໃນວັນທີ 27 ແລະ 28 ທັນວາ 2013 ວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ຈັດກິດຈະກຳການກຸສົນ ໃນຫົວຂໍ້: “ ເປີດໃຈໄວໜຸ່ມ ສຸມໃສ່ການສຶກສາ ພັດທະນາເດັກ ” ຮ່ວມກັບ ບໍລິສັດ ພີທີທີ ປະເທດລາວ ຈຳກັດ ໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານ ແສນໄຊ, ພູພຽງ ແລະ ບ້ານໜອງປໍ, ເມືອງເຟືອງແຂວງວຽງຈັນ.

ເຄື່ອງຊ່ວຍເຫຼືອທີ່ນຳໄປມອບປະກອບມີ ອຸປະກອນການຮຽນເຊັ່ນ: ຕຳລາຮຽນ ແຕ່ຫ້ອງ ປໍ1 ຮອດ ປໍ5 ເຊິ່ງ ລວມມີປື້ມຕຳລາຮຽນພາສາລາວ, ຄະນິດສາດ, ໂລກອ້ອມຕົວ ແລະ ພາສາອັງກິດ ສ່ວນຫລາຍແມ່ນປຶ້ມໃໝ່ ແລະ ປຶ້ມທີ່ໃຊ້ແລ້ວຈຳນວນໜຶ່ງ. ພ້ອມກັນນັ້ນ ທາງທີມງານການກຸສົນ “ ເປີດໃຈໄວໜຸ່ມ ສຸມໃສ່ການສຶກສາ ພັດທະນາເດັກ” ຍັງໄດ້ມອບປຶ້ມຂຽນ, ບິກ,ສໍ, ຢາງລຶບ, ບັນທັດ ແລະ ອຸປະກອນກິລາ ໂດຍແມ່ນບໍລິສັດ ປຕທ ລາວຈຳກັດໃຫ້ການສະໜັບສະໜູນມູນຄ່າຫລັກ.

ນອກຈາກເຄື່ອງທີ່ກ່າວມານັ້ນແລ້ວຍັງມີເຄື່ອງນຸ່ງຫົ່ມ,ເຄື່ອງບໍລິໂພກ,ອຸປະໂພກທີ່ໄດ້ຮັບບໍລິຈາກ ຈາກຊາວ ນະຄອນຫລວງວຽງຈັນ, ບໍລິສັດ,ຫ້າງຮ້ານ, ພາກສ່ວນລັດ ແລະ ວິສາຫາກິດຕ່າງໆ ໃນນີ້ກໍມີທະນາຄານແຫ່ງ ສປປ ລາວ ໄດ້ປະກອບສ່ວນຊື້ປືມຂຽນ, ຕຳລາຮຽນ ແລະ ພາຫານະໃຊ້ໃນການເດີນທາງອີກ.

ຂອບໃຈທະນາຄານແຫ່ງ ສປປ ລາວ ທີ່ສະໜັບສະໜູນພາຫານະ ແລະ ຄົນຂັບລົດ ສຳລັບການເດີນທາງ

ທ່ານໂພສີ ແກ້ວມະນີວົງ ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ກ່າວໃນ ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ວ່າ: ວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ຈັດກິດຈະກຳການກຸສົນ ເພື່ອຊ່ວຍເຫຼືອຜູ້ທຸກຍາກ ຂາດເຂີນ ແລະ ດ້ອຍໂອກາດມາແຕ່ປີ 2005 ເຊິ່ງແຕ່ລະປີໄດ້ມີຫົວຂໍ້ ແລະ ເປົ້າໝາຍແຕກຕ່າງກັນ ໂດຍມອບຄວາມຮັບຜິດຊອບໃນການລະດົມທຶນຊ່ວຍ ເຫລືອໃຫ້ ອົງການຈັດຕັ້ງມະຫາຊົນ ໃນ ວສລ ຫຼື ທີມງານຜະລິດລາຍການໃດນຶ່ງ ເປັນຈຸດປະສານງານຕົ້ນຕໍ.

ສຳລັບປີ 2013 ນີ້ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ມອບໝາຍໜ້າທີ່ນີ້ໃຫ້ ທີມງານ ຜະລິດລາຍການວິທະຍຸ -ໂທລະພາບໄວໝຸ່ມ ທີ່ຜລິດລາຍການ “ ເປີດໃຈໄວໜຸ່ມ” ເປັນຜູ້ປະສານ ງານຕົ້ນຕໍ ແລະ ຮັບຜິດຊອບລະດົມຂົນຂວາຍທຶນແລະ ເຄື່ອງຊ່ວຍເຫຼືອຈາກສັງຄົມ.

ທ່ານ ນິສິດ ວົງວຸດທິປຣະພັນ ຜູ້ອຳນວຍການບໍລິສັດ ພີທີທີ ປະເທດລາວຈຳກັດ ເຊິ່ງເປັນຜູ້ ສະໜັບສະໜູນຫລັກ ໃນກິດຈະກຳນີ້ໄດ້ກ່າວວ່າ: ບໍລິສັດ ປຕທ ປະເທດລາວ ຈຳກັດ ມີຄວາມ ຍິນດີທີ່ໄດ້ປະກອບສ່ວນຍຊ່ວຍເຫຼືອອຸປະກອນການຮຽນ ແລະ ເຄື່ອງກິລາເພື່ອນຳໃຊ້ເຂົ້າໃນການ ພັດທະນາຊັບພະຍາກອນມະນຸດຜູ້ໜຸ່ມນ້ອຍຂອງລາວ, ດີໃຈຫລາຍທີ່ ໄດ້ມີສ່ວນຮ່ວມໃນການຊ່ວຍ ເຫລືອເດັກນັກຮຽນທີ່ຕັ້ງໃຈຮຽນ ແຕ່ຍັງດ້ອຍໂອກາດທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີີກ ເຊັ່ນບ້ານ ແສນໄຊ, ບ້ານພູພຽງ ແລະ ບ້ານໜອງປໍ ເມືອງເຟືອງ ແຂວງວຽງຈັນ; ທາງບໍລິສັດ ປຕທ ປະເທດລາວ ຈຳກັດ ຍິນດີທີ່ຈະມີສ່ວນຮ່ວມ ແລະ ປະກອບສ່ວນໃນກິດຈະກຳການກຸສົນ ແບບນີ້ຕໍ່ໄປຕື່ມອີກ.






ເບິ່ງພາບການເຄື່ອນໄຫວເພີ່ມເຕີມ ກົດຕາມນີ້ເລີຍ ClickHere
(ຂອບໃຈທີ່ຕິດຕາມ)