Tuesday, July 19, 2011

ຄວາມເປັນມາຂອງພວກເຮົາ Background


ວັດຖຸປະສົງຂອງໂຄງການວິທະຍຸໄວຫນຸ່ມ-The Aim ofYouth radio project.
ໂຄງການນີ້ແມ່ນເພື່ອສ້າງຄວາມສາມາດໃຫ້ແກ່ໄວຫນຸ່ມ ໃນການໂຄສະນາ ສິດທິຂອງຕົນ ໂດຍຜ່ານລາຍການ ວິທະຍຸ ແລະ ການເຄື່ອນໄຫວ ປຸກລະດົມຊຸມຊົນ.Strengthen young people’s abilities to advocate for their rights through radio and community mobilization....

ທີມງານວິທະຍຸໄວຫນຸ່ມໄດ້ຮັບການຝຶກອົບຮົມດ້ານYouth radio teams needed:
1. ຄວາມຮູ້ໃນການຜະລິດລາຍການວິທະຍຸໄວຫນຸ່ມ ເຊັ່ນ: ການຂຽນສະກິບ (script), ການສຳພາດ, ການຕັດຕໍ່ສຽງ, ການເວົ້າອອກອາກາດ ແລະ ອື່ນໆ. Knowledge of radio production, including script writing, interviewing, editing and on air presentation.
2. ຄວາມຮູ້ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບສິດທິເດັກ / Understanding of child rights related issues
3. ຄວາມສາມາດໃນການນຳໃຊ້ ສື່ໂຄສະນາ ສຸຂະສຶກສາ ໃນການລົງເຄື່ອນໄຫວ ປຸກລະດົມຊຸມຊົນ/ Ability to use IEC materials for community outreach activities

ຜົນສຳເລັດທີ່ຍາດມາໄດ້ / The results to date:
1) ລາຍການວິທະຍຸໄວຫນຸ່ມອອກອາກາດຢ່າງສະຫມ່ຳສະເຫມີໃນແຕ່ລະອາທິດ ໃນ 12 ແຂວງ / Youth radio shows on air weekly in 12 provinces.
2) ລາຍການວິທະຍຸທັກສະຊີວິດ ແມ່ນໄດ້ອອກອາກາດແຕ່ລະອາທິດທີ່ ວິທະຍຸກະຈາຍສຽງແຫ່ງຊາດ ທີ່ວຽງຈັນ Weekly life-skills based youth radio show on air in Vientiane.

3) ຈິດສຳນຶກກ່ຽວກັບສິດທິເດັກໄດ້ເພີ່ມຂື້ນໃນສັງຄົມ
Public awareness of child rights increased .
ນີ້ແມ່ນບາດກ້າວສຳຄັນຂອງການມີສ່ວນຮ່ວມຂອງໄວຫນຸ່ມ
Step towards youth participation.

ທິມງານວິທະຍຸໄວຫນຸ່ມ/ Each Youth Radio Team comprises.
- ໄວຫນຸ່ມ ຢ່າງຫນ້ອຍ 10 ຄົນ ຈາກ ສູນວັດທະນະທຳເດັກ (ຍິງ 5 ຄົນ ແລະ ຊາຍ 5 ຄົນ) / At least 10 young people from Children’s Cultural Centre (5 girls and 5 boys)
- ຄູອາຈານ ຈາກ ສູນວັດທະນະທຳເດັກ / Teachers from CCC
- ພະນັກງານວິຊາການ ຈາກວິທະຍຸແຂວງ/ Staff from Provincial Radio
- ພະນັກງານວິຊາການ ຈາກພະແນກການຕ່າງໆ ຂອງແຂວງ/ Technical staff from provincial departments...

… ສິ່ງທ້າທາຍຕໍ່ໂຄງການ / challenges that hinder....
- ຜູ້ເຂົ້າຮ່ວມໂຄງການ ຫລື ນັກຈັດລາຍການແມ່ນ ນັກຮຽນ/ Reliance on young volunteers ...
- ການປະເມີນຄຳເຫັນຜູ້ຟັງ ແລະ ຜົນກະທົບຂອງໂຄງການ ແມ່ນຍັງບໍ່ທັນດຳເນີນ ຢ່າງສະໝ່ຳສະເໝີ/ Audience/impact not sufficiently measured.- ການປ່ຽນແປງຜູ້ຮັບຜິດຊອບຊີ້ນຳໂຄງການ ແລະ ທີມງານຂັ້ນແຂວງ ມີຜົນກະທົບດ້ານລົບຕໍ່ໂຄງການ / Turnover of provincial officials and youth radio staff..

ແຜນການໃນຕໍ່ຫນ້າ/ Looking to the Future.
- ຫັນປ່ຽນລາຍການບັນເທີງມາເປັນ ການໃຫ້ຄວາມຮູ້ ແລະ ທັກສະຊີວິດ ແກ່ໄວຫນຸ່ມ / Switch programme content to youth lifeskills - ເປີດກວ້າງການຮ່ວມມື ກັບ ພາກສ່ວນອື່ນໆ/ Reach out to other partners- ສືບຕໍ່ໃຫ້ການຊ່ວຍເຫລືອດ້ານວິຊາການແກ່ທີມງານວິທະຍຸໄວຫນຸ່ມ/ Ensure continued technical support

- ໃຫ້ບັນດານັກຈັດລາຍການຫນຸ່ມ ຈາກພາກສ່ວນຕ່າງໆ ເຂົ້າຮ່ວມໃນການປັບປຸງໂຄງການ/ Involve freelance young professional DJs- ປັບປຸງ ແລະ ຂະຫຍາຍກຸ່ມຜູ້ຟັງເພື່ອໃຫ້ໄດ້ຮັບການຕຳນິສົ່ງຂ່າວມາປັບປຸງລາຍການ/ Strengthen and expand listener clubs to provide feedback to youth radio- ດຳເນີນການສຳຫລວດຫາງສຽງຜູ້ຟັງ ແລະ ຜົນກະທົບຂອງໂຄງການ ຢ່າງສະຫມ່ຳສະເຫມີ/ Measure audience reach and impact regularly

ໂຄງການວິທະຍຸໄວໜຸ່ມ ເລີ່ມມາແຕ່ປີ 2004 ເຊິ່ງມີ 3 ແຂວງຄື:
ອຸດົມໄຊ, ຫລວງພະບາງ ແລະ ຈຳປາສັກ.
Youth radio project Start 2004-3 provinces:
Oudomxay, Luangprabang & Champask
ປັດຈຸບັນ 2012 ມີທັງໝົດ 13 ແຂວງ
Now 13 provinces of 2012
ດຽວນີ້ພວກເຮົາມີລາຍການ ຜລິດເປັນ 4 ພາສາຄື:
ພາສາລາວ, ມົ້ງ, ກຶມໝຸ ແລະ ອາຄ່າ
Now Youth radio programme producted 4 Language:
Lao,Hmong, Khmou and Akha.

Khmou DJs of Luangprabang


Hmong DJs of SAYABOURY Province


Akha DJs of OUDOMXAY Province

Youth Radio DJs of LNR
ພື້ນທີ່ຂອງໂຄງການ/Area of project


...ຂອບໃຈຫລາຍໆ Thanks...

Monday, July 18, 2011

ທີມງານວິທະຍຸໄວໜຸ່ມແຂວງວຽງຈັນ



ໂຄງການວິທະຍຸໄວໜຸ່ມ ໄດ້ເລີ່ມມາແຕ່ປີ 2009 ມີທີມງານຮັບຜີດຊອບ ໂຄງການ ປະກອບດ້ວຍ: ວິທະຍຸກະຈາຍສຽງແຂວງວຽງຈັນ. ສູນວັດທະນະທຳເດັກ ແລະ ອຸປະຖຳ ໂດຍອົງການ Unicef ປະຈຳລາວ. ລາຍການນີ້ມີຄວາມຈຳເປັນ ແລະ ສຳຄັນຫຼາຍຕໍ່ເດັກ ແລະ ໄວໜຸ່ມ ເຊິ່ງມັນໄດ້ສ້າງ ຄວາມສາມາດໃຫ້ແກ່ເດັກ-ໄວໜຸ່ມ. ໃນການໂຄສະນາ ສິດທິ ຂອງຕົນເອງ ໂດຍຜ່ານ ວິທະຍຸ ກະຈາຍສຽງແຂວງວຽງຈັນ.

ສິ່ງສຳຄັນຜູ້ໃຫຍ່ມີຄວາມເຂົ້າໃຈ ແລ ະຍອມຮັບຄຳຄິດເຫັນ ຂອງວໜຸ່ມນັບມື້ນັບຫຼາຍຂຶ້ນ ແລະ ຊຸກຍູ້ໃຫ້ເດັກໄດ້ສະແດງອອກຕາມພາລະບົດບາດຂອງຕົນເອງ. ພວກເຂົາມີຄວາມ ສາມາດໃນການ ໂຄສະນາສິດທິເດັກ ແລະອຶ່ນໆ ທີ່ມີຜົນດີຕໍ່ເດັກແລະໄວໜຸ່ມ, ໂດຍສະເພາະແມ່ນບັນຫາສຸຂະພາບ, ຢາເສບຕິດ,ໂລກເອດ,ການຄ້າມະນຸດ,ການຮັກສາສິ່ງ ແວດລ້ອມ, ການຮັກສາວັດທະນະທຳ,ການສຶກສາ, ວຽກງານຈະລາຈອນ, ໄວໜຸ່ມກັບການ ຊົມໃຊ້ເທັກໂນໂລຊີທີ່ທັນສະໄໝ ໃນຍຸກປະຈຸບັນ ແລະ ບັນ ຫາອື່ນໆ.

ພວກເຮົາກໍ່ໄດ້ມີການເລືອກເຟັ້ນເອົານັກຈັດລາຍການວິທະຍຸໄວໜຸ່ມ, ທີ່ບໍ່ສັງກັດໃນອົງ ການໃດໜຶ່ງ ມາຈັດລາຍການວິທະຍຸໄວໜຸ່ມ ໂດຍເນັ້ນໃສ່ຮູບແບບລາຍການວາລະສານໃນຮູບແບບ ໃໝ່ໂດຍເລັງ ໃສ່ທັກສະຊີວິດ ເຂົ້າໄປໃນລາຍການວິທະຍຸ ເຊິ່ງລາຍການດັ່ງກ່າວມັນສ້າງຈຸດສ້າງສັນ ໃຫ້ແກ່ຜູ້ຟັງ ມັນຈະຊ່ວຍ ສ້າງທັກສະຕ່າງໆ ໃຫ້ແກ່ຄົນຟັງ ໂດຍສະເພາະແມ່ນ ເດັກແລະໄວໜຸ່ມ ເພື່ອໃຫ້ເຂົາ ເຈົ້າແກ້ໄຂບັນຫາໃຫ້ຖືກຕ້ອງແລະມັນຍັງເຮັດໃຫ້ຜູ້ຟັງມີສ່ວນຮ່ວມສະແດງຄຳຄິດຄຳເຫັນຂອ ງຕົນ.


ທີມງານນັກຈັດລາຍການ“ເປີດໃຈໄວໜຸ່ມ” ແຂວງວຽງຈັນ
ຊື່ ແລະ ນາມສະກຸນ ທ. ພູເງິນ ບົວທອງ ຊື່​ຫລິ້ນ: ຕ່າມ. ທີ່ເກີດບ້ານ ໂພນຫມີເຫນືອ. ທີ່ຢູ່ປັດຈຸບັນ ບ້ານໂພນຫມີເຫນືອ, ປະຈຸ​ບັນ​ເປັນນັກຮຽນຢູ່​ ໂຮງຮຽນ ມ.ສ ໂພນຫມີ. ເວລາ​ຫວ່າງ: ຫລິ້ນດົນຕີ, ຮ້ອງເພັງ ແລະກິລາ.​ ສິ່ງທີ່ປະທັບໃຈໃນການດຳເນີນກິດຈະກຳ ແມ່ນໄດ້ຮຽນຮູ້ວຽກງານ ກ່ຽວກັບວິທະຍຸຫລາຍຂຶ້ນ ເປັນການ ສ້າງໃຫ້ ເຮົາຮູ້ຈັກວຽກງານກ່ຽວກັບວີທະຍຸຫລາຍຂຶ້ນ ແລະຮູ້ຈັກບັນຫາຮອບຕົວ ເຊັ່ນ: ສະພາບແວດລ້ອມອ້ອມ ຂ້າງ....ໂຄງການນີ້ດີຫລາຍໃນການສ້າງໃຫ້ ໄວຫນຸ່ມ ມີກິດຈະກຳໄດ້ເຮັດ ແລະກ້າສະແດງອອກໃນສັງຄົມຫລາຍຂຶ້ນ.

ຊື່ ແລະ ນາມສະກຸນ ທ ແສງຈັນ ຈັນທະວົງ ຊື່​ຫລິ້ນ: ຈັນ. ທີ່ເກີດ ບ້ານປາກແຈ້ງ, ທີ່ຢູ່ປັດຈຸບັນ: ບ້ານ ປາກແຈ້າ ເມືອງວຽງຄຳ ແຂວງວຽງຈັນ. ປະຈຸ​ບັນ​ເປັນນັກຮຽນຢູ່ທີ່ ວິທະຍາໄລ ເສດຖະກິດໄຊ ພັດທະນາ. ​ເວລາ​ຫວ່າງ: ຟັງເພັງ ແລະ ຟັງວິທະຍຸ
ສຳລັບຈັນເອງ ແມ່ນໄດ້ເຂົ້າຈັດລາຍການວິທະຍຸ ມາແຕ່ປີ2009 ສ່ວນວ່າສະພາບການດຳເນີນກິດ ຈະກຳ ແມ່ນດີຫລາຍມີຄວາມ ມ່ວນຊື່ນໃນການເຮັດວຽກເປັນທີມໂດຍສະເພາະເວລາເຂົ້າຈັດ ລາຍການ ແລະ ສຳລັບສິ່ງທີ່ຕົນເອງປະທັບໃຈກໍແມ່ນ ການໄດ້ ລົງສຳພາດຄຳຄິດຄຳເຫັນ ຂອງມວນຊົນ ເພາະ ມັນເປັນສິ່ງທີ່ດີ ໃນການມີສ່ວນຮ່ວມຂອງ ໄວຫນຸ່ມສຳລັບຄວາມຫຍຸ້ງຍາກຂອງຕົນເອງຍັງຂາດ ປະສົບການໃນການຜະລິດລາຍການ ແຕ່ກໍຈະພະຍາຍາມເຮັດໃຫ້ ດີທີ່ສຸດ ແລະ ສຳລັບໂຄງການນີ້ ດີຫລາຍ ທີ່ໃຫ້ຊີວິດໃຫມ່ແກ່ເດັກກໍວ່າໄດ້ແລະຢາກໃຫ້ໂຄງການຢູ່ຄູ່ກັບເດັກແລະໄວຫນຸ່ມ ຕະຫລອດໄປເພື່ອໃຫ້ພວກເຮົາໄດ້ສະແດງຄວາມຄິດເຫັນອອກສູ່ສັງຄົມ ລວມທັງ ການໃຫ້ສະລະ ແລະຄວາມບັນເທີງ ແກ່ຜູ້ຟັງອີກດ້ວຍ.

ຊື່ ແລະ ນາມສະກຸນ ທ ພຸດຕາວັນ ໄຊຍະວົງ ຊື່​ຫລິ້ນ: ພຸດ. ທີ່ເກີດບ້ານ: ນາເຄືອ ທີ່ຢູ່ປັດຈຸບັນ: ບ້ານາເຄືອ. ປະຈຸ​ບັນ​ເປັນນັກຮຽນຢູ່​ ໂຮງຮຽນມັດທະຍົມສົມບູນປາກແຈ້ງ. ​ເວລາ​ຫວ່າງ: ຫລິ້ນກິລາ, ຟ້ອນ,ຟັງເພັງ. ຕົນເອງໄດ້ເລີ່ມເຂົ້າເປັນນັກຈັດລາຍການແຕ່ປີ2009 ເປັນຕົ້ນມາແລະໄດ້ເຂົ້າຮ່ວມ ການຝຶກອົບຮົມຕັດ ຕໍ່ສຽງຢູ່ທີ່ແຂວງວຽງຈັນປີ 2009 ນ້ອງເອງແມ່ນມີຄວາມຮູ້ສືກດີໃຈຫລາຍ ທີ່ໄດ້ເຂົ້າຮ່ວມໂຄງການນີ້ ສ່ວນສິ່ງທີ່ປະທັບໃຈແມ່ນຕົນເອງໄດ້ຮ່ວມຈັດທຳລາຍການວິທະຍຸ, ອຸປະສັກກໍຄົງຈະແມ່ນພວກນ້ອງ ຍັງເປັນນັກຮຽນຢູ່ເລີຍມີຄວາມຫຍຸ້ງຍາກ ທາງດ້ານໂມງເວລາຂອງການ ອັດ ລາຍການ.ແລະໃນ ອານາຄົດ ແມ່ນຢາກໃຫ້ ລາຍການ ເປີດໃຈໄວຫນຸ່ມຢູ່ຄູ່ກັບແຂວງວຽງຈັນຕະຫລອດໄປ.

ຊື່ ແລະ ນາມສະກຸນ ທ ສອນທະວີ ສຸລິເວດ .ທີ່ເກີດບ້ານ: ໂນນສະຫວ່າງ, ທີ່ຢູ່ປັດຈຸບັນ: ບ້ານໂນນສະຫວ່າງປະຈຸ​ບັນ​ເປັນນັກຮຽນຢູ່​ ໂຮງຮຽນ ມັດທະຍົມສົມບູນໂພນຫມີ, ​ເວລາ​ຫວ່າງ: ຟ້ອນ, ເລົ່ານິທານ. ຂໍເປີດໃຈວ່າຮູ້ສຶກດີໃຈທີ່ໄດ້ຮ່ວມກິດຈະກຳກັບ ຫມູ່ເພື່ອນຫລາຍຂຶ້ນ ວ່າລຸ້ນອ້າຍຫລືລຸ້ນເອື້ອຍ ແລະ ລຸ້ນດຽວກັນ ນັບແຕ່ຈັດລາຍການມາເຖິງ ວັນນີ້ ແມ່ນປະທັບໃຈ ໃນການເຜີຍແຜ່ ຂໍ້ມູນຂ່າວສານ ໃຫ້ກັບຄົນອື່ນໄດ້ ຮູ້ໂດຍສະເພາະເພື່ອນໆໄວ ຫນຸ່ມນຳກັນ ບໍ່ວ່າຈະຢູ່ໃນທ້ອງຖິ່ນກໍຕາມ ສ່ວນໃນ ອະນາຄົດແມ່ນຢາກໃຫ້ດຳເນີນລາຍການນີ້ໄປເລື້ອຍໆ.

ຊື່ ແລະ ນາມສະກຸນ ນ ຈັນທະຈອນ ພິມມະສອນ . ທີ່ເກີດບ້ານ: ໂພນຫມີ, ທີ່ຢູ່ປັດຈຸບັນ: ບ້ານໂພນຫມີ. ປະຈຸ​ບັນ​ເປັນນັກຮຽນຢູ່​ ໂຮງຮຽນມັດ ທະຍົມສົມບູນໂພນຫມີ, ​ເວລາ​ຫວ່າງ: ຫລິ້ນກິລາ, ຟ້ອນ.
ສະພາບການດຳເນີນແຕ່ລະໄລຍະກໍໄດ້ປະຕິບັດຕາມທີ່ຜູ້ນຳພາມອບ ຫນາຍໃຫ້,ສິ່ງທີ່ປະທັບໃຈ ກໍແມ່ນຕົນເອງໄດ້ຮ່ວມຈັດລາຍການ ກັບຫມູ່ເພື່ອນ ທີມງານແລະຕົນເອງກໍເປັນDJໃນລາຍການ ເປີດໃຈໄວຫນຸ່ມ ແລະ ໃນອານາຄົດແມ່ນຢາກໃຫ້ລາຍ ການນີ້ຢູ່ຄູ່ກັບ ແຂວງວຽງຈັນ ຕະຫລອດໄປ...

ຊື່ ແລະ ນາມສະກຸນ ນ ດວງຈັນ ຖາວອນ ຊື່​ຫລິ້ນ: ດວງ. ທີ່ເກີດບ້ານ: ໂພນຫມີ, ທີ່ຢູ່ປັດຈຸບັນ: ບ້ານໂພນຫມີໃຕ້. ປະຈຸ​ບັນ​ເປັນນັກຮຽນຢູ່​ ໂຮງຮຽນມັດທະຍົມສົມບູນໂພນຫມີ, ເວລາ ​ຫວ່າງ: ອ່ານປຶ້ມ ແລະ ຫລິ້ນກິລາ. ນ້ອງມີຄວາມປະທັບໃຈຫລາຍຢ່າງ ໃນການຈັດທຳລາຍ ການວິທະຍຸກໍຄື: ມີຄວາມຮູ້ທາງດ້ານການ ຈັດລາຍການ, ສາລະຕ່າງໆ ແຕ່ກໍພົບຄວາມຫຍຸ້ງຍາກບາງຢ່າງ ເຊັ່ນ:ເວລາທີ່ໄປເອົາສຽງສຳພາດ ກໍຍັງບໍ່ທັນໄດ້ດີ,ຂ່າວ ກໍຂຽນ ຍັງບໍ່ທັນໄດ້ດີເທື່ອ.ສ່ວນວ່າ ໃນອານາຄົດຢາກຈະໃຫ້ມີຄວາມກ້າວ ຫນ້າຂຶ້ນຫລາຍກວ່ານີ້ ແລະ ຢາກໃຫ້ ວິທະຍຸແຫ່ຊາດ ລົງມາຝຶກອົບຮົມໃຫ້ອີກ ເພາະຢາກໃຫ້ເນັ້ນສຽງ ສຳພາດ ແລະ ການຂຽນຂ່າວ ຈາກມື້ເລີ່ມຕົ້ນ ມາເຖິງວັນນີ້ ນ້ອງມີຄວາມຮູ້ສຶກດີໃຈຫລາຍທີ່ໄດ້ມາ ຈັດລາຍການ ວິທະຍຸ ແລະນ້ອງກໍຈະຕັ້ງໃຈເຮັດໃຫ້ດີຂຶ້ນໄປເລື້ອຍໆ.

ຊື່ ແລະ ນາມສະກຸນ ນ ຈັນທິດາ ສຸວັນດີ ຊື່​ຫລິ້ນ: ນ້ຳເຜິ້ງ, ທີ່ເກີດບ້ານ:ໂພນຫມີເຫນືອ , ເມືອງວຽງຄຳ. ທີ່ຢູ່ປັດຈຸບັນ: ບ້ານໂພນຫມີເຫນືອ ແຂວງວຽງຈັນ. ປະຈຸ​ບັນ​ເປັນນັກຮຽນຢູ່​ ໂຮງຮຽນມັດທະຍົມ ສົມບູນໂພນຫມີ, ​ເວລາ​ຫວ່າງ: ຟ້ອນ, ຮ້ອງເພັງ,ຖັກແລນ ແລະອ່ານປຶ້ມຕ່າງໆ.
​ ເປັນນັກຈັດລາຍການມາແຕ່ປີ2009ກໍພົບຄວາມຫຍຸ້ງຍາກເຊັ່ນ : ນ້ອງເອງຍັງເປັນນັກຮຽນຢູ່ ບາງຄັ້ງການຮຽນກໍມາຕິດຂັດ ການການອັດລາຍການ ສ່ວນຄວາມປະທັບໃຈ ກໍແມ່ນປະທັບໃຈ ທີ່ຕົນເອງສາມາດເຮັດໄດ້ສໍ່ານີ້ ເພາະວ່າ ຕົນເອງບໍ່ເຄີຍອັດ ສຽງອອກວິທະຍຸຈັກເທື່ອ ສ່ວນສະພາບການດຳເນີນກິດຈະກຳຜ່ານມາ ກໍເຫັນວ່າເຮັດໄດ້ດີ ແຕ່ນັກຈັດລາຍການບາງຄົນ ກໍຍັງບໍ່ທັນ ເອົາໃຈໃສ່ປານໃດ ໃນອານາຄົດ ແມ່ນຢາກໃຫ້ລາຍການດີຂຶ້ນໄປເລື້ອຍໆ.

ຊື່ ແລະ ນາມສະກຸນ ນ ວັນມະນີ ສູນສະຫວັດ. ທີ່ເກີດບ້ານ: ທ່ານາເມືອງຫາດຊາຍຟອງ ນະຄອນຫລວງ. ທີ່ຢູ່ປັດຈຸບັນ: ບ້ານໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ. ປະຈຸ​ບັນ ​ເປັນນັກຮຽນຢູ່​ ໂຮງຮຽນມັດທະຍົມສົມບູນໂພນຫມີ, ​ ເວລາ​ຫວ່າງ: ຟ້ອນ,ຖັກແລ້ນ...ນ້ອງເອງມີຄວາມຮູ້ສຶກດີໃຈຫລາຍທີ່ໄດ້ ມີສ່ວນຮ່ວມ ໃນໂຄງການ ນີ້ ນ້ອງບໍ່ເຄີຍຄິດເລີຍວ່າ ນ້ອງຊິໄດ້ມາ ເປັນນັກຈັດລາຍ ການຄື ທຸກວັນນີ້ ດັ່ງນັ້ນນ້ອງຈະເຮັດມັນໃຫ້ດີ ທີ່ສຸດ ເຖິງວ່າຈະພົບ ອຸປະສັກ ພວກເຮົາກໍສາມາດເຮັດສຳເລັດ, ໃນອະນາຄົດແມ່ນຢາກໃຫ້ ລາຍການພັດທະນາໄປເລື້ອຍໆ

ຊື່ ແລະ ນາມສະກຸນ ນ ພອນສະຫວັນ ແສງດວງຈັນ. ທີ່ເກີດບ້ານ: ໂນນສະຫວ່າງ, ທີ່ຢູ່ປັດຈຸບັນ: ບ້ານໂນນສະຫວ່າງ, ປະຈຸ​ບັນ​ເປັນນັກຮຽນຢູ່​ ໂຮງຮຽນມັດທະຍົມສົມບູນໂພນຫມີ. ​ເວລາ​ຫວ່າງ: ຫລິ້ນຄອມ, ຟັງເພັງ.
ເລີ່ມຈັດມາແຕ່ປີ2009ປະທັບໃຈທີ່ໄດ້ເຮັດຫລາຍຢ່າງ ທີ່ບໍ່ເຄີຍໄດ້ ເຮັດ ສ່ວນອຸປະສັກ ກໍຄືຂ່າວຫລືສຽງສຳພາດທີ່ຍັງພົບບັນຫາ ສະນັ້ນຢາກໃຫ້ມີການຝຶກອົບຮົມອີກເພື່ອ ຮຽນຮູ້ການຂຽນ ສະກິບແລະບົດເລື່ອງ. ຂໍຂອບ ໃຈໂຄງການນີ້ຫລາຍໆທີ່ໄດ້ເຮັດ ໃຫ້ພວກນ້ອງ ມີກິດຈະກຳດີໆໄດ້ຮ່ວມກັນເຮັດແລະມ່ວນຊື່ນ.

ຊື່ ແລະ ນາມສະກຸນ ນ ສຸລິສາ ສຸລິເວດ ຊື່​ຫລິ້ນ: ສັ້ນ. ທີ່ເກີດບ້ານ: ໂນນສະຫວ່າງ. ທີ່ຢູ່ປັດຈຸບັນ: ບ້ານໂນນສະຫວ່າງ, ປະຈຸ​ບັນ​ເປັນນັກຮຽນ ຢູ່​ໂຮງຮຽນມັດທະຍົມສົມບູນໂພນຫມີ.​ເວລາ​ຫວ່າງ: ຟ້ອນ, ຮ້ອງເພັງ ແລະຖັກແລ້ນ. ການດຳເນີນກິດຈະກຳ ແຕ່ລະໄລຍະຂອງ ຕົນເອງ ແມ່ນມີຄວາມປະທັບໃຈ ທີ່ຕົນເອງ ສາມາດເຮັດໄດ້ສໍ່ານີ້ ເຖິງວ່າຈະມີຄວາມ ຫຍຸ້ງຍາກໃນການຮຽນ ເລັກນ້ອຍ ແຕ່ກິດຈະກຳການຜະລິດລາຍການ ວິທະຍຸ ກໍດຳເນີນໄປດ້ວຍດີ ສະນັ້ນ ໃນອານາຄົດ ແມ່ນຢາກໃຫ້ລາຍການ ດຳເນີນໄປຕະຫລອດເ ພາະວ່າໂຄງການນີ້ເຮັດໃຫ້ນ້ອງມີຄວາມພາກພູມ ໃຈຫລາຍທີ່ໄດ້ເຂົ້າເປັນສະ ມາຊິກຂອງລາຍການເປີດໃຈໄວຫນຸ່ມແຂວງ ເພາະລາຍການນີ້ມັນ ເຮັດໃຫ້ຜູ້ທີ່ ເຂົ້າເປັນສະມາຊິກມີຄວາມສາມາດຫລາຍດ້ານ.

ຊື່ ແລະ ນາມສະກຸນ ນ ລັດດາວັນ ປະຖຳມະວົງ ຊື່​ຫລິ້ນ: ປຸ. ທີ່ຢູ່ປັດຈຸບັນ: ບ້ານໂພນຫມີ. ປະຈຸ​ບັນ​ເປັນນັກຮຽນຢູ່​ ໂຮງຮຽນມັດທະຍົມສົມບູນ ໂພນຫມີ, ​ ເວລາ​ຫວ່າງ: ຟ້ອນ, ຮ້ອງເພັງ ຫລິ້ນກິລາເຕະບານ. ຜ່ານຈາກການເປັນນັກຈັດລາຍການມາໃນໄລຍະຫນຶ່ງ ແມ່ນມີຄວາມ ປະທັບໃຈຫລາຍອັນ ໂດນສະເພາະ ແມ່ນການເຮັດ ວຽກຮ່ວມກັບຫມູ່ ເພື່ອນຫລາຍຄົນ ແລະໄດ້ເຜີຍແຜ່ສິ່ງທີ່ດີ ໃຫ້ກັບໄວຫນຸ່ມ ກໍຄືສັງຄົມໄດ້ ຮັບຮູ້ ແລະໃນອານາຄົດ ແມ່ນຢາກ ໃຫ້ລາຍການ ເປີດໃຈໄວຫນຸ່ມນີ້ ຢູ່ຄູ່ກັບພວກເຮົາຕະຫລອດໄປ ເພື່ອຈະຊ່ວຍເຫລືອສັງຄົມໄດ້ ບໍ່ຫລາຍກໍຫນ້ອຍ,ແລະຕົນ ດອງ ກໍແມ່ນມີຄວາມຮູ້ສຶກດີໃຈຫລາຍ ຮູ້ສຶກວ່າ ຕົນເອງ ໄດ້ຢູ່ໃກ້ຊິດ ກັບພໍ່ແມ່ປະຊາຊົນ ແລະໄວຫນຸ່ມ, ແລະຄວາມສຸກ ອີກອັນຫນຶ່ງ ກໍຄືການໄດ້ຮ່ວມງານກັບສະມາຊິກ ລຸ້ນດຽວກັນ ຫລືລຸ້ນອ້າຍ ລຸ້ນເອື້ອຍທີ່ມີປະສົບການສູງ. ......
....ນອກນີ້ຍັງມີອີກຫລາຍໆຄົນໃນທີມງານວິທະຍຸໄວໜຸ່ມແຂວງວຽງຈັນເດີ້...



ລາຍການ ​ເປີດ​ໃຈ​ໄວ​ຫນຸ່ມ​ແຂວງ​ວຽງຈັນ ​ໄວ​ຫນຸ່ມ​ທີ່​ຕິດຕາມ​ຮັບ​ຟັງ​ລາຍການ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຫລາຍ ​ເຫັນ​ໄດ້​ຈາກ​ການ​ສົ່ງ​ຈົດ​ຫນາຍ​ແຮງ​ໃຈ​ມາ​ເຖິງ​ທີ​ມງານ, ມີ​ສ່ວນ​ຮ່ວ​ມ​ໃນ​ການ​ສົ່ງ​ຂໍ້​ມູນ​ຂ່າວ ສານອອກ​ອາກາດ, ຮ່ວມ​ຕອບ​ບັນຫາ​ກ່ຽວ​ກັບ​ໄວ​ຫນຸ່ມ ​ແລະ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ​ໂດຍ​ຜ່ານ​ການ​ຖາມ​ຕອບ​ຈາກ​ການ​ຮັບ​ສາຍ​ຫນ້າ​ໄມ ​ເຊິ່ງມັນ​ເປັນ​ບັນຍາກາດ​ທີ່​ສ້າງ​ຄວາມ​ຕິດ​ໃຈ​ແລະ​ຢາກ​ມີ​ສ່ວນ​ຮ່ວມ​ຂອງ​ ຜູ້​ຟັງ​ເພາະ​ລາຍການ​ຂອງ​ພວກ​ເຮົາ​ໄດ້​ໃຊ້​ຮູບ​ແບບ​ຈັດ​ສົດ​ທຸກໆ​ເທື່ອ​ ເລີຍ.ສ່ວນ​ນັກ​ຈັດ​ລາຍການ​ແມ່ນ​ຈະ​ມີ​ການ​ພັດ​ປ່ຽນ​ກັນ​ໃນ​ແຕ່​ລະອາ​ທິດສ່ວນ ​ບາດກ້າວ​ທຳ​ອິດ​ກ່ອນ​ທີ່​ຈະ​ມີ​ລາຍການ​ອອກ​ອາກາດ ກໍ​ຍ້ອນ​ທາງ​ອົງ​ການ​ຢູນິ​ເຊັບ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ ສະຫນັບສະຫຫນູນ​ດ້ານ​ວິຊາ​ການ​ແລະ​ການ​ຝຶກ​ອົບຮົມ​ຕ່າງໆ​ໃຫ້​ກັບ​ນັກ​ຈັດ​ ລາຍການ​ໄວຫນຸ່ມ

ລາຍການເປີດໃຈໄວຫນຸ່ມແຂວງວຽງຈັນ ອອກ​ອາກາດ ວັນຈັນ ແລະ ວັນສຸກ ເວລາ 09:30-10:00 ກະຈາຍ​ໃນ​ຄື້ນ FM 100 Mhz ​ ອອກອາກາດ ຄັ້ງທຳອິດ ແມ່ນວັນທີ 03 ສິງຫາ 2009 ແລະດຳເນີນ ມາເຖິງທຸກວັນນີ້. ແລະນອກຈາກນັ້ນ ກໍໄດ້ລົງຊຸມ ຊົນເພື່ອເຮັດ ການໂຄສະນາ ຕ່າງໆເຊັ່ນ: ພະຍາດທີ່ເກີດ ພາຍຫລັງນ້ຳຖ້ວມ, ພະຍາດໄຂ້ຫວັດໃຫຍ່ສາຍພັນໃຫມ່ ແລະອື່ນໆ. ພ້ອມດຽວກັນນັ້ນ ເວລາທີ່ລົງເຄື່ອນໄຫວຊຸມຊົນພວກເຮົາກໍໄດ້ມີການສຳພາດ,ຂຽນຂ່າວ ເພື່ອນຳເອົາມາອອກອາກາດ.

... ຂອບໃຈທຸກທ່ານທີ່ໃຫ້ໂອກາດແກ່ພວກເຮົາ....
ຂອບໃຈອົງການ Unicef, ວິທະຍຸແຫ່ງຊາດລາວ, ສູນວັດທະນະທຳເດັກສູນກາງ ທີ່ໄດ້ຊ່ວຍເຫລືອທັງງົບປະມານ, ອຸປະກອນ ແລະ ວິຊາການ...

ຂອບໃຈທີ່ໃຫ້ໂອກາດ ແລະ ຢ່າລືມຕິດຕາມ....ພວກເຮົາເດີ້...

Wednesday, July 13, 2011

ທີມງານວິທະຍຸໄວໜຸ່ມນະຄອນຫລວງວຽງຈັນ

ພາຍຫລັງດຳເນີນໂຄງການວິທະຍຸເດັກ-ໄວໜຸ່ມ ເຊິ່ງເລີ່ມມາແຕ່ທ້າຍປີ2004 ຈາກ 3 ແຂວງ ມາເປັນ 8 ແຂວງໃນປີ 2007 ທາງທີມງານຜູ້ຮັບຜິດຊອບໂຄງການ ​ເຊິ່ງປະກອບດ້ວຍ ວິທະຍຸກະຈາຍສຽງແຫ່ງ ຊາດລາວ, ສູນວັດທະນະທຳເດັກ ແລະ ອົງການຢູນີເຊັບ CPAC ກໍມີຄວາມພໍໃຈໃນລະດັບດີສົມຄວນ ທີ່ໂຄງການນີ້ ໄດ້ສ້າງຄວາມສາມາດໃຫ້ແກ່ ເດັກ-ໄວໜຸ່ມ ໃນການໂຄສະນາສິດທິຂອງຕົນເອງ​​ໂດ​ຍຜ່ານກິດຈະກຳສະແດງກັບຊຸມຊົນ ແລະ ຜ່ານຄື້ນວິທະຍຸກະຈາຍສຽງ​. 

ແຕ່ປະການສຳຄັນພວກເຮົາເຫັນວ່າ ຜູ້ໃຫຍ່ມີຄວາມເຂົ້າໃຈ ແລະ ຍອມຮັບຄຳຄິດຄຳເຫັນຂອງ ເດັກນ້ອຍນັບມື້ ນັບຫລາຍຂຶ້ນ ແລະ ຫລາຍແຂວງທີ່ ໂຄງການນີ້ ດຳເນີນກິດຈະກຳຢູ່ນັ້ນ ອຳນາດ ການປົກຄອງຂັ້ນສູງ ກໍຮັບຮູ້ ແລະ​ຊຸກຍູ້ໃຫ້ເດັກ ໄດ້ສະແດງອອກ ຕາມພາລະບົດບາດຂອງເຂົາ​ເຈົ້າ ໃນການໂຄສະນາສິດທິເດັກ ແລະ ບັນຫາອື່ນໆ  ທີ່ມີຜົນດີຕໍ່​ເດັກ -ໄວໜຸ່ມ ໂດຍສະເພາະບັນຫາ ສຸຂະພາບ, ຢາເສບຕິດ,ໂລກເອດສ໌, ການຄ້າມະນຸດ, ນ້ຳສະອາດ- ສິ່ງແວດລ້ອມ ແລະ ບັນຫາອື່ນໆ.
ໃນທ້າຍປີ 2007 ນີ້ເອງ ທາງທີມງານຜູ້ຮັບຜິດຊອບໂຄງການ ໄດ້ຕັ້ງບັນຫາຂຶ້ນມາວ່າ: ພວກເຮົາຄວນຈະມີທີມງານ ຜະລິດລາຍການວິທະຍຸເດັກ-ໄວໜຸ່ມ ຢູ່ຂັ້ນສູນກາງ ໂດຍເລືອກເຟັ້ນ ເອົານັກຈັດລາຍການວິທະຍຸທີ່ໜຸ່ມນ້ອຍ ແລະ ບໍ່ສັງກັດອົງ ກອນໃດໜຶ່ງມາຈັດລາຍການວິທະຍຸ ໂດຍເນັ້ນໃສ່ຮູບແບບ ລາຍການວາລະສານທາງວິທະຍຸໃນຮູບແບບໃໝ່ ໂດຍເລັ່ງໃສ່ການ ນຳໃຊ້ທັກສະຊີວິດເຂົ້າໄປໃນລາຍການວິທະຍຸ.
   ການທີ່ພວກເຮົາເລືອກເອົາວິທີການນຳໃຊ້ຮູບແບບທັກສະຊີວິດເຂົ້າໃນລາຍການວິທະຍຸນັ້ນ
ກໍມີເຫດຜົນຢູ່ວ່າ:
໑. ມັນຈະເປັນຈຸດສ້າງສີສັນ​ໃຫ້ແກ່ຄົນຟັງ ເພາະປັດຈຸບັນນີ້ ໂດຍທົ່ວໄປແລ້ວ ລາຍ ການທີ່ກະຈາຍອອກອາກາດໃນຄື້ນວິ ທະຍຸ ແຫ່ງຕ່າງໆ(ລວມທັງຢູ່ນະຄອນຫລວງວຽງຈັນ) ມັນເປັນຮູບແບບງ່າຍໆທີ່ຄົນຟັງເຄີຍຊິນມາ ຫລາຍສິບປີແລ້ວ.
໒. ຖ້ານຳໃຊ້ຮູບແບບລາຍການວາລະສານ ວິທະຍຸ ໂດຍນຳໃຊ້ທັກສະຊີວິດເຂົ້າໃສ່ນີ້ ມັນຈະຊ່ວຍສ້າງທັກສະຕ່າງໆ​ໃຫ້ແກ່ ຄົນຟັງ ໂດຍສະເພາະແມ່ນໄວໜຸ່ມ ເພື່ອຊ່ວຍ​ໃຫ້ເຂົາ​ເຈົ້າຕັດສິນບັນຫາຖືກຕ້ອງ ໄດ້ໃນລະດັບໃດໜຶ່ງ.
໓. ຖ້ານຳໃຊ້ຮູບແບບລາຍການວາລະສານວິທະຍຸ ໂດຍນຳໃຊ້ທັກສະຊີວິດເຂົ້າໃສ່ນີ້ ມັນຈະຊ່ວຍເຮັດ ໃຫ້ຄົນຟັງສາມາດມີ ສ່ວນຮ່ວມ ແລະ ກ້າສະແດງ ຄວາມຄິດເຫັນຂອງຕົນເອງ ຖ້າເປັນເຊັ່ນນີ້ການ ແລກປ່ຽນປະສົບການ ໂດຍອາໄສລາຍການ ນີ້ເປັນສື່ ກໍຈະນັບມື້ນັບຫລາຍ ແລະ ບັນຫາທີ່ຍາກໃນການແກ້ໄຂຂອງໄວໜຸ່ມກໍຈະ ງ່າຍຂຶ້ນ. ບັນຫາຂ້າງເທິງນີ້ ໄດ້ກາຍເປັນ ຈຸດປະກາຍ ເຮັດໃຫ້ລາຍການວິທະຍຸ  ທີ່ຈັດ ໂດຍໄວໜຸ່ມ ເພື່ອໄວໜຸ່ມ​​ເອງ  ໄດ້ເກີດຂຶ້ນ ໂດຍໃຫ້ຊື່ລາຍການວ່າ: “ ເປີດໃຈໄວໜຸ່ມ Open Heart OpenAirwaves” ເຊິ່ງກະຈາຍໃນລະບົບFM103,7Mkzວັນເສົາເວລາ8:30 am ແລະ ກະຈາຍຜ່ານ www.lnr.org.la ນຳອີກລາຍການທຳອິດໄດ້ ກະຈາຍອອກອາກາດ ໃນວັນທີ 1 ພະຈິກ 2008. 

ທີມງານວິທະຍຸໄວໜຸ່ມ ຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ 
ຊື່ ແລະ ນາມສະກຸນ ທ. ທະວີ​ສັກ ທຳ​ມະ​ວົງ ຊື່​ຫລິ້ນ: ຕົ້ນ. ທີ່ເກີດ ສະຫວ່າງ,ທີ່ຢູ່ປັດຈຸບັນ ບ້ານ​ສະຫວ່າງ  ເມືອງ​ຈັນທະ​ບູລີ ນະຄອນຫລວງວຽງຈັນ, ປະຈຸ​ບັນ​ເປັນພະນັກງານ​ພັດທະນາ​ໄວ​ຫນຸ່ມ,  ເວລາ​ຫວ່າງ: ຈັດ​ລາຍການ,ຫລິ້ນ​ກິລາລອຍ​ນ້ຳ ​ແລະ ອ່ານຫນັງສື.
ສຳລັບຕົ້ນ ແມ່ນເປັນນັກຈັດລາຍການມາຕັ້ງແຕ່ ປີ2004 ສ່ວນສະພາບການດຳເນີນກິດຈະກຳ ແຕ່ລະໄລຍະ ແມ່ນທັງເຮັດ ວຽກແລະທັງຈັດລາຍການ ຈິ່ງເຮັດໃຫ້ຫຍຸ້ງຍາກເລັກຫນ້ອຍ ແຕ່ຕົ້ນກໍມັກ ເພາະມັນເປັນສິ່ງທີ່ທ້າທາຍດີ. ສ່ວນເລື່ອງປະທັບ ໃຈກໍມີຫລາຍຢ່າງເຊັ່ນ: ຕົ້ນໄດ້ມີແຟນຄັບ, ແລະມີຄົນຮູ້ຈັກຫລາຍຂຶ້ນ  ແຕ່ທີ່ແນ່ນອນແມ່ນຕົ້ນ ໄດ້ໄປທັດສະນະສຶກສາ ຖອດຖອນບົດຮຽນຢູ່ປະເທດໄທ ແລະປະເທດ ກຳປູເຈຍ (ມ່ວນຫລາຍ) 
 ຂໍເປີດໃຈກ່ຽວກັບຄວາມຮູ້ສຶກຂອງຕົນເອງໃນການໄດ້ມີສ່ວນຮ່ວມໂຄງການນີ້: ໂຄງການນີ້ແມ່ນເຮັດໃຫ້ຕົ້ນໄດ້ຮຽນຮູ້ກ່ຽວກັບທັກສະຊີວິດ,ຮຽນຮູ້ກ່ຽວກັບການເວົ້າ ແລະອື່ນໆ ຖ້າຫາກວ່າບໍ່ມີໂຄງການນີ້ ຕົ້ນກໍຄົງຈະບໍ່ມີຫມູ່ຫລາຍຂຶ້ນ, ບໍ່ໄດ້ໄປທັດສະນະສຶກສາ, ຄົງຈະບໍ່ ໄດ້ເຫັນຫລາຍບ່ອນ ແລະທີ່ແນ່ນອນ ຕົ້ນຄົງຈະບໍ່ໄດ້ຈັດລາຍການທີ່ມ່ວນໆແບບນີ້ ສະນັ້ນຕ້ອງ ຂໍຂອບໃຈ  ວິທະຍຸກະຈາຍສຽງແຫ່ງຊາດ ແລະອົງການຢູນິເຊັບທີ່ໃຫ້ໂອກາດແກ່ພວກເຮົາທຸກຄົນ ໂດຍສະເພາະຕົວຕົ້ນເອງ ຂໍຂອບໃຈ.

ຊື່ ແລະ ນາມສະກຸນ ນ. ສຸ​ນິຕ້າ ພິມ​ມະ​ສອນ ຊື່​ຫລິ້ນ: ຕ້າ. ທີ່ເກີດ ສີສະ​ຫວາດ​ໃຕ້, ທີ່ຢູ່ປັດຈຸບັນ: ບ້ານສີສະ​ຫວາດ​ໃຕ້ ​ ເມືອງ​ຈັນທະ​ບູລີ ນະຄອນຫລວງ,ປະຈຸ​ບັນ​​ຊ່ວຍລາຍການ​ວິທະຍຸ​ເດັກ-​ໄວ​ຫນຸ່ມ ຢູ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ. ​ເວລາ​ຫວ່າງ: ອ່ານ​ປຶ້ມ, ແຕ້ມ​ຮູບ ​​ແລະຫລິ້ນ​ເນັດ.
ເລີ່ມເປັນນັກຈັດລາຍການເປີດໃຈໄວຫນຸ່ມມາແຕ່ ປີ 2008 ສະພາບການ ດຳເນີນກິດຈະກຳແຕ່ລະໄລຍະແມ່ນຂ້ອຍໄດ້ມີສ່ວນຮ່ວມໃນການຈັດລາຍ ການ ວິທະຍຸ ເປີດໃຈໄວຫນຸ່ມ,ເຊິ່ງນຳໃຊ້ທັກສະຊີວິດ​ເຂົ້າໃນລາຍການ ວິທະຍຸ,ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນຢູ່ປະເທດກຳປູເຈຍ ຂໍເປີດໃຈວ່າ: ຂ້ອຍເກີດມີຄວາມຮັກແລະຄວາມຜູກພັນຕໍ່ກັບການ ພັດທະນາເດັກນ້ອຍ ແລະ  ໄວຫນຸ່ມລວມທັງຕົວຂອງຂ້ອຍເອງ, ຂ້ອຍ​ຈິ່ງ​ຕັດສິນ​ໃຈເຂົ້າ​ມາ ຮ່ວມ ວຽກກັບທີມງານ ວິທະຍຸເປີດໃຈໄວຫນຸ່ມ ຄຽງ​ຄູ່​ກັບ​ການ​ຢື່ນ​ໂອກາດ​ທີ່​ດີໆ ຈາກ​ອົງການ​ຢູນິ​ເຊັບ. ​ແລະ​ ນີ້​ຄື​ຄວາມ​ຮູ້ສຶກ​ທີ່​ແທ້​ຈິງ​ຂອງ​ຂ້ອຍ  ທີ່ຂ້ອຍ​ໄດ້​ເປີດ​ໃຈ​ອອກ​ໄປ ​ແລະ​ສຸດ​ທ້າຍ​ນີ້​ຂ້ອຍ​ຢາກ​ບອກ​ວ່າ​ໂຄງການ​ນີ້​ດີ​ຫລາຍ​ຕໍ່​ການ​ຮຽນ​ຮູ້ ​ແລະ​ການ​ປ່ຽນ​ແປງ​ພຶດຕິ​ກຳ​ຂອງ​ເດັກ ​ແລະ​ໄວ​ຫນຸ່ມ ​ໃຫ້​ມີ​ການ​ໃຊ້​ຊີວິດ​ທີ່​ຖືກຕ້ອງກວ່າ​ເກົ່າ ​ແລະ​ການ​ຮູ້​ໄຈ້​ແຍກ​ບັນຫາ ອັນ​ໃດ​ຖືກ​ອັນ​ໃດ​ຜິດ ຫລື​ອັນ​ໃດ​ຄວນ​ແລະ​ບໍ່​ຄວນ ຈາກ​ການ​ຮັບ​ຟັງ​ລາຍການ​ນີ້: “​ເປີດ​ໃຈ​ໄວ​ຫນຸ່ມ”.

 ຊື່ ແລະ ນາມສະກຸນ ນ. ມົນ​ພະ​ພອນ ຄອງ​ພາສິດ ຊື່​ຫລິ້ນ: ມົນ. ທີ່ເກີດ ນາ​ໄຊ,  ທີ່ຢູ່ປັດຈຸບັນບ້ານ: ຄຳ​ຮຸ່ງ ​  ເມືອງ​ໄຊ​ທານີ ນະຄອນຫລວງ​,  ປະຈຸບັນສຶກສາຢູ່​ ຮ/ຮວິຊາ​ຊີບ​ມິດຕະພາບ​ວຽງ​ຈັນ-ຮ່າ​ໂນ້ຍ. ເວລາ​ຫວ່າງ: ຟັງ​ເພັງ, ຮ້ອງ​ເພັງ ​ແລະ ຟ້ອນ.

​ເປັນ​ນັກ​ຈັດ​ລາຍການ​ເລີ່​ມ​ແຕ່​ປີ 2005 ການ​ດຳ​ເນີນ​ກິດຈະກຳ​ແມ່ນ​ດີ ປະ​ທັບ​ໃຈ​ທີ່​ທີ​ມງານ​ທຸກ​ຄົນ​ເປັນ​ກັນ​ເອງ ​ເຂົ້າ​ໃຈ​ກັນ  ລາຍການ​ແມ່ນ​ເປັນ​ການ​ຜະລິດ​ທີ່​ລະອຽດ ​ເຊິ່ງ​ເຮັດ​ໃຫ້​ມີ​ສາລະ ​ແລະ​ສີສັນ​ຫລາຍ​ຢ່າງ, ທີ່​ຜ່ານ​ມາ​​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ການ​ໃຊ້​ທັກ​ສະ​ຊີວິດ​ເຂົ້າ​ໃນ​ການ​ຜະລິດ​ລາຍການ​ວິທະຍຸ, ຝຶກ​ອົບຮົມ​ກ່ຽວ​ກັບ​ການ​ໃຊ້​ເຄື່ອງ​ອັດ​ສຽງ, ຝຶກ​ອົບຮົມ​ການຈັດ​ລາຍການ​ສົດ, ​ແລະ​ນອກຈາກ​ນັ້ນ​ກໍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ທົບ​ທວນ​ແຜນ​ງານ​ເຄິ່ງ​ໄລຍະ​ໂຄງການ​ຢູ່​ທ່າ​ລາດ ແຂວງວຽງ​ຈັນ), ກອງ​ປະຊຸມ​ສະຫລຸບ​ແຜນ​ງານ​ແລະ​ສ້າງ​ແຜນ​ງານ​ໃນ​ປີ 2010ຢູ່​ທີ່​ທ່າ​ລາດ ​ແຂວງ​ວຽງ​ຈັນ, ​ໄດ້​ຮ່ວມ​ກິດຈະກຳ​ໄປ​ເອົາ​ຂ່າວ​ເຂົ້າ​ໃນ​ລາຍການ​ຢູ່​ເມືອງ​ກາສີ ​ແຂວງ​ວຽງ​ຈັນ, ​ເມືອງ​ນາ​ກາຍ ​ແຂວງ​ຄຳ​ມ່ວນ ​ແລະ​ນອກຈາກ​ນັ້ນ ກໍ​ໄດ້​ໄປ ທັດສະນະ​ສຶກສາ ຢູ່​ປະ​ເທດ ກຳປູ​ເຈຍ. ທີ່​ຜ່ານ​ມາ​ການ​ຜະລິດ​ລາຍການ​ແມ່ນ​ມີ​ອຸປະສັກ​ຄື: ວັນ​ເວລາ​ບໍ່​ຄ່ອຍ​ກົງກັນ ​ແລະ​ການ​ແນະນຳ​ໃຫ້  ​ໄປ​ສຳພາດ​ກໍ​ບໍ່​ຄ່ອຍ​ລະອຽດ. ມາ​ຮອດ​ຕອນ​ນີ້ມົນ​ເອງ​ກໍ​ຂໍ​ເປີດ​ໃຈຕໍ່​ກັບ​ໂຄງການ​ນີ້​ວ່າ: ຕົນ​ເອງ​ມີ​ຄວາມ​ຮູ້ສຶກ​ດີ​ໃຈ​ຫລາຍ​ທີ່​ໄດ້​ຮ່ວມ​ວຽກ​ກັບ​ທີ​ມງານ​ທຸກ​ຄົນ ​ ​ແລະ​ ໃນ​ອານາ​ຄົດ ຢາກ​ໃຫ້​ໂຄງການ​ນີ້ ສືບ​ຕໍ່ ​ເພື່ອ​ຈະ​ໄດ້​ສ້າງ​ໃຫ້​ໄວ​ຫນຸ່ມ​ລາວ ມີ​ຄວາມ​ຮູ້​ຄວາມ​ສາມາດ ກໍ​ຄື​ຕົນ​ເອງ  ​ເພື່ອ​ຈະ​ນຳ​ໄປ​ພັດທະນາປະ​ເທດ​ຊາດ ​ໃຫ້​ມີ​ຄວາມ​ຈະ​ເລີ​ນກ້າວຫນ້າ​ໃນ​ອານາ​ຄົດ.

 ຊື່ ແລະ ນາມສະກຸນ  ນ. ຕຸ້ຍ​ດາ​ລິນ ອຸ​ໄທ​ພອນ ຊື້​ຫລິ້ນ: ອາ​ລຸ້ຍ. ທີ່ເກີດ ບ້ານນາ​ໄຊ, ທີ່ຢູ່ປັດຈຸບັນບ້ານ: ທົ່ງ​ຂັນ​ຄຳ​ໃຕ້ ​ເມືອງ​ຈັນທະ​ບູລີ ນະຄອນຫລວງວຽງຈັນ,  ປະຈຸ​ບັນ​ສຶກສາຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຄະນະ​ອັກສອນສາດ ພາສາ​ຈີນ,  ​ເວລາ​ຫວ່າງ: ອ່ານ​ປຶ້ມຟັງ​ວິທະຍຸ, ຫລິ້ນ​ກິລາ ​ແລະ​ເບິ່ງ​ໂທລະພາບ.

ສຳລັບ​ອາ​ລຸ້ຍ​ແມ່ນ​ເປັນ​ນັກ​ຈັດ​ລາຍການ​ມາ​ແຕ່​ປີ 2005 ສະພາບ​ການ​ດຳ​ເນີນ​ກິດຈະກຳ​ນີ້ ​ແມ່ນ​ດີ​ຫລາຍ, ມ່ວນ​ໃນ​ການ​ເຮັດ  ວຽກ ​ໂດຍ​ສະ​ເພາະ​ໃນ​ເວລາ​ຈັດ​ລາຍການ​ຮ່ວມ​ກັບ​ທີ​ມງານ, ສ່ວນ​ສິ່ງ​ທີ່​ປະ​ທັບ​ໃຈ ​ແມ່ນ​ການ​ໄດ້​ອອກ​ໄປ​ທັດສະນະ​ສຶກສາ ຢູ່​ສະຖານ​ທີ່​ຕ່າງໆ ​  ອາ​ລຸ້ຍຄິດ​ວ່າ​ຕົນ​ເອງ​ກໍ​ແມ່ນ​ຜູ້​ຫນຶ່ງ​ທີ່​ໄດ້​ຮັບ​ໂອກາດ​ດີໆ ຈາກ​ອົງການ​ຢູນິ​ເຊັບ ​ແລະ​ອາ​ລຸ້ຍກໍ​ເຊື່ອ​ວ່າ​ ຫມູ່​ເພື່ອນ​ຫລາຍໆ​ຄົນ​ກໍ​ຄົງ​ຈະ​ບໍ່​ແຕກ​ຕ່າງ​ຫຍັງ​ຈາກ​ອາ​ລຸ້ຍ ທີ່​ໄດ້​ຮັບ​ສິ່ງ​ດີໆ​ແບບ​ນີ້ ​ເຊີ່ງ​ມັນ​​ເປັນ​ສິ່ງ​ທີ່​ພາກພູມ​ໃຈທີ່​ສຸດ ​ເພາະ​ເຮັດ​ໃຫ້​ເຮົາ​ໄດ້​ຮູ້​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ຮູ້, ​ໄດ້​ເຫັນ​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ເຫັນ ​ແລະ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ເຮັດ, ມັນ​ເປັນ​ປະສົບ​ການ​ທີ່​ຫາ​ໄດ້​ຍາກ​ໃນ​ຊີວິດ ​ແລະ​ຮູ້ສຶກ​ຍິນ​ດີ​ຫລາຍ ທີ່​ຕົນ​ເອງ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ໂຄງການ​ນີ້.
ຊື່ ແລະ ນາມສະກຸນ  ທ. ພອນ​ປະ​ເສີດ ​ເຮົ້າ​ອ່ອນ​ໃຈ ຊື່​ຫລິ້ນ: ​ເປ່​ເລ້. ທີ່​ເກີດ ສະພານ​ທອງ​ຫນືອ, ທີ່ຢູ່ປັດຈຸບັນ: ບ້ານ​ປາກ​ທ້າງ   ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງວຽງຈັນ, ເປັນພະນັກງານຢູ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ, ເວລາ​ຫວ່າງ: ຕີ​ດອກ​ປີກ​ໄກ່, ​ແລ່ນ​ອອກກຳລັງ​ກາຍ

 ​ເປັນ​ນັກ​ຈັດ​ລາຍການ​ແຕ່​ປີ2008 ​ເປັນ​ຕົ້ນ​ມາ ຖື​ວ່າ​ມີ​ການ​ດຳ​ເນີນ​ຕາມ​ແຜນການ​ທີ່​ໄດ້​ວາງ​ໄວ້​ແຕ່ລະ​ໄລຍະ​ໄດ້​ດີ ​ເຖິງ​ວ່າ​ຈະ​ມີ  ຄວາມ​ຫຍຸ້ງຍາກ​ໃນ​ການ​ນັດ​ພົບ​ກັນ ​ເພື່ອ​ອັດ​ລາຍການ​ກໍ​ຕາມ ​ແຕ່​ກໍ​ດຳ​ເນີນ​ໄປ​ໄດ້​ໂດຍ​ດີ ກ່ອນ​ທີ່​ຫຍຸ້ງຍາກ​ໃນ​ການ​ນັດ​ກັນ​ເພາະວ່າ​ສ່ວນ​ຫລາຍນັກ​ຈັດ​ລາຍການ​ແມ່ນ​ນັກຮຽນ ນັກ​ສຶກສາ, ທີ່​ຜ່ານ​ມາຂ້າພະ​ເຈົ້າ ກໍ​ໄດ້​ເຂົ້າ​ອົບຮົມ​ການ​ຮຽນ​ຮູ້​ທັກ​ສະ​ຊີວິດ ຮ່ວມ​ກັບ​ນ້ອງໆ ຢູ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ນະຄອນຫລວງ, ນອກຈາກ​ນັ້ນ​ກໍ​ໄດ້​ໄປ​ຮ່ວມ​ເຮັດ​ກິດຈະກຳກັບ​ເພື່ອນໆຢູ່​ແຂວງ  ສະຫວັນ​ນະ​ເຂດ, ຊະນະ​ຄາມ ​ແຂວງ​ວຽງ​ຈັນ ​ແລະ ​ແຂວງ​ອຸດົມ​ໄຊ ທັງ​ຫມົດ​ນີ້ ລ້ວນ​ແລ້ວ​ແຕ່​ແມ່ນ​ເປັນ​ໂອກາດ​ດີ ທີ່​ໄດ້​ແລກປ່ຽນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ​ໂດຍ​ສະ​ເພາະແມ່ນ​ວຽກ​ງານ​ການຈັດ​ລາຍການ​ວິທະຍຸ​ເປີດ​ໃຈ​ໄວ​ຫນຸ່ມ​ໃນ​ຮູບ​ແບບ​ວາລະສານ.

ຊື່ ແລະ ນາມສະກຸນ  ນ. ວຽງທອງ ພະກອນຄຳ ຊື່​ຫລິ້ນ: ຕຸ້ຍ, ທີ່​ເກີດ ບ້ານ​ດົງ​ໂດກ , ທີ່ຢູ່ປັດຈຸບັນ: ບ້ານດົງ​ໂດກ   ​ເມືອງ​​ໄຊ​ທານີ ນະຄອນຫລວງວຽງຈັນ, ປະຈຸ​ບັນ​ເປັນພະນັກງານພະ​ແນ​ກລາຍການ ຢູ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ. ເວລາ​ຫວ່າງ: ມັກ​ອ່ານ​ປຶ້ມ, ມັກ​ແຕ່ງ​ເລື່ອງ, ​ເບິ່ງ​ໂທລະພາບ​ແລະ​ ຟັງ​ວິທະຍຸ.
ເປັນ​ນັກ​ຈັດ​ລາຍການ​ມາ​ແຕ່​ປີ 1997 ​ແຕ່​ສຳລັບ​ລາຍການ​ເປີດ​ໃຈ​ໄວ​ຫນຸ່ມ ​ແມ່ນ​ຈັດ​ລາຍການ​ຮ່ວມ​ກັບ​ນ້ອງໆ​ມາ​ແຕ່​ປີ 2008  ສະພາບ​ການ​ດຳ​ເນີນ​ກິດຈະກຳ​ກໍ​ແມ່ນ​ແຕກ​ຕ່າງ​ກັນ​ຫລາຍ ​ເພາະວ່າລາຍການ​ນີ້ ​ແມ່ນ​ເປັນ​ຮູບ​ແບບວາລະສານ ທີ່​ມີ​ຫລາຍ​ຢ່າງ ລວມ​​ໄວ້​ໃນ​ນີ້ ສະ​ນັ້ນການ​ຜະລິດ​ ກໍ​ແມ່ນ​ຂ້ອນ​ຂ້າງ​ຍາກ ສຳລັບ​ຜູ້​ທີ່​ຂາດ​ການ​ຮຽນ​ຮູ້​ແລະ​ປະສົບ​ການ ​ແຕ່​ຈະ​ງ່າ​ຍສຳລັບ​ຄົນ​ທີ່​ໄດ້​ຜ່ານ​ການ​ອົບຮົມ ຫລື ທີ​ມ ງານ​ມີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ ບໍ່​ວ່າ​ຈະ​ເປັນ​ການຈັດ​ແບ່ງ​ຫນ້າ​ວຽກ​ຕ່າງໆຕະຫລອດ​ເວລາ ​ຂອງ​ການຈັດ​ທຳລາຍ​ການ​ ຮ່ວມ​ກັບ​ນ້ອງໆ ກໍ​ແມ່ນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ, ທີ​ມງານ​ມີ​ການ​ຢອກ​ລໍ້​ກັນ  ​ແລະ​ເຮັດ​ຫນ້ອນ​ຫນ້າ​ທີ່ ທີ່​ຖືກ​ມອບ​ຫນາຍ​ໃຫ້ ....
ຊື່ ແລະ ນາມສະກຸນ ນ. ອິນ​ທະ​ວອນ ວົງ​ຈັນ​ດີ ຊື່​ຫລິ້ນ: ວອນ, ທີ່​ເກີດ ຖິ່ນ​ຍຸງ ​ເມືອງ​ວຽງ​ຄຳ ​ແຂວງ​ວຽງ​ຈັນ,ທີ່ຢູ່ປັດຈຸບັນ: ດ່ານ​ຊ້າງ  ​ເມືອງ​​ໄຊ​ທານີ  ນະຄອນຫລວງວຽງຈັນ, ປະຈຸ​ບັນເປັນພະນັກງານ ພະ​ແນ​ກລາຍການຢູ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ. ​ເວລາ​ຫວ່າງ: ອອກກຳລັງ​ກາຍ, ຟັງ​ເພັງ,​ເຮັດ​ວຽກ​ເຮືອນ.
 ເຮັດ​ວຽກ​ຢູ່​ວິທະຍຸ​ມາ​ແຕ່​ປີ1997​ແລະ​ຮ່ວມ​ຈັດ​ລາຍການ​ເປີດ​ໃຈ​ໄວ​ຫນຸ່ມ​ມາ​ແຕ່​ປີ 2008ຈົນ​ເຖິງ​ປະຈຸ​ບັນ ກໍ​ເຫັນ​ໄດ້​ວ່າ ລາຍການ​ນີ້ ​ແມ່ນ​ໄດ້​ສ້າງ​ສີສັນ ​ໃຫ້​​ແກ່​ຄົນ​ຟັງ​ຫລາຍ​ບໍ່​ວ່າ ຈະ​ເປັນ​ລະຄອນ, ສຽງ​ສຳພາດ ​ແລະ​ສາລະ​ຫນ້າ​ຮູ້​ຕ່າງໆ,  ທີ​ມງານ​ລ້ວນ​ແລ້ວ  ​ແຕ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ, ມີ​ການ​ເສຍສະຫລະ ສ່ວນ​ອຸປະສັກ ກໍ​ຄົງ​ຈະ​ແມ່ນ​ເວລາ​ຂອງ​ທຸກ​ຄົນ​ ບໍ່​ຄ່ອຍ​ຈະ​ກົງກັນ ສະ​ນັ້ນ​ມັນ​ກໍ​ຫຍຸ້ງຍາກ​ຫນ້ອຍ​ຫນຶ່ງ​ໃນ​ການ​ປະສານ​ງານ​ກັນ. ແຕ່​ທີ່​ຜ່ານ​ມາ ​ແມ່ນ​ທຸກ​ຄົນ​ເຮັດ​ໄດ້​ດີຫລາຍ ລວມ​ເຖິງ​ການ​ຕັດ​ຕໍ່ສຽງ. ​ຂໍ​ເປີດ​ໃຈ​ວ່າ:ໂຄງການ​ນີ້ ​ແມ່ນ​ເປັນ​ໂຄງການ ທີ່​ເຮັດ​ເພື່ອ​ໄວ​ຫນຸ່ມ​ແທ້ໆ ​ໂດຍ​ແມ່ນ​ໄວ​ຫນຸ່ມ ​ເປັນ​ຜູ້ນຳ​ ສະ​ເຫ​ນີສະ​ນັ້ນ​ຄວນ​ຈະ​ໃຫ້​ມີ​ເລື້ອຍໆ​ໄປ ​ເພາະ​ພວກ​ເຮົາ​ກໍ​ພ້ອມ​ແລ້ວ ທີ່​ຈະ​ເປັນ​ທິ່ປຶກສາ​ໃຫ້​ກັບ​ນ້ອງໆ...
ການສະແດງລະຄອນປະກອບລາຍການ
ນອກນີ້ ທີມງານຂອງພວກເຮົາຍັງມີ ໜຸ່ມຫລໍ່ໆ ສາວງາມໆ ອີກຫລາຍຄົນ ເຊິ່ງບາງຄົນ ເຄີຍເປັນນັກຈັດລາຍການວິທະບຸໄວໜຸ່ມຢູ່ຕ່າງແຂວງມາກ່ອນ ແຕ່ຕອນນີ້ເຂົາເຈົ້າເຂົ້າມາ ສຶກສາຕໍ່ຢູ່ທີ່ນະຄອນຫລວງວຽງຈັນ....ພວກເຮົາໄດ້ມາຮ່ວກັນຈັດລາຍການເປີດໃຈໄວໜຸ່ມ ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ FM 103,7 Mkz & Radio Online: www.lnr.org.la ທຸກໆວັນເສົາ ເວລາ 8:30 ໂມງ ແລະ  AM 567 khz, SW 6130 Khz ເວລາ  17:00 ໂມງ ຂອງວັນອາທິດ.

ຢ່າລືມຕິດຕາມຮັບຟັງພວກເຮົາເດີ້...