ພາຍຫລັງດຳເນີນໂຄງການວິທະຍຸເດັກ-ໄວໜຸ່ມ ເຊິ່ງເລີ່ມມາແຕ່ທ້າຍປີ2004 ຈາກ 3 ແຂວງ ມາເປັນ 8 ແຂວງໃນປີ 2007 ທາງທີມງານຜູ້ຮັບຜິດຊອບໂຄງການ ເຊິ່ງປະກອບດ້ວຍ ວິທະຍຸກະຈາຍສຽງແຫ່ງ ຊາດລາວ, ສູນວັດທະນະທຳເດັກ ແລະ ອົງການຢູນີເຊັບ CPAC ກໍມີຄວາມພໍໃຈໃນລະດັບດີສົມຄວນ ທີ່ໂຄງການນີ້ ໄດ້ສ້າງຄວາມສາມາດໃຫ້ແກ່ ເດັກ-ໄວໜຸ່ມ ໃນການໂຄສະນາສິດທິຂອງຕົນເອງໂດຍຜ່ານກິດຈະກຳສະແດງກັບຊຸມຊົນ ແລະ ຜ່ານຄື້ນວິທະຍຸກະຈາຍສຽງ.
ແຕ່ປະການສຳຄັນພວກເຮົາເຫັນວ່າ ຜູ້ໃຫຍ່ມີຄວາມເຂົ້າໃຈ ແລະ ຍອມຮັບຄຳຄິດຄຳເຫັນຂອງ ເດັກນ້ອຍນັບມື້ ນັບຫລາຍຂຶ້ນ ແລະ ຫລາຍແຂວງທີ່ ໂຄງການນີ້ ດຳເນີນກິດຈະກຳຢູ່ນັ້ນ ອຳນາດ ການປົກຄອງຂັ້ນສູງ ກໍຮັບຮູ້ ແລະຊຸກຍູ້ໃຫ້ເດັກ ໄດ້ສະແດງອອກ ຕາມພາລະບົດບາດຂອງເຂົາເຈົ້າ ໃນການໂຄສະນາສິດທິເດັກ ແລະ ບັນຫາອື່ນໆ ທີ່ມີຜົນດີຕໍ່ເດັກ -ໄວໜຸ່ມ ໂດຍສະເພາະບັນຫາ ສຸຂະພາບ, ຢາເສບຕິດ,ໂລກເອດສ໌, ການຄ້າມະນຸດ, ນ້ຳສະອາດ- ສິ່ງແວດລ້ອມ ແລະ ບັນຫາອື່ນໆ.
ໃນທ້າຍປີ 2007 ນີ້ເອງ ທາງທີມງານຜູ້ຮັບຜິດຊອບໂຄງການ ໄດ້ຕັ້ງບັນຫາຂຶ້ນມາວ່າ: ພວກເຮົາຄວນຈະມີທີມງານ ຜະລິດລາຍການວິທະຍຸເດັກ-ໄວໜຸ່ມ ຢູ່ຂັ້ນສູນກາງ ໂດຍເລືອກເຟັ້ນ ເອົານັກຈັດລາຍການວິທະຍຸທີ່ໜຸ່ມນ້ອຍ ແລະ ບໍ່ສັງກັດອົງ ກອນໃດໜຶ່ງມາຈັດລາຍການວິທະຍຸ ໂດຍເນັ້ນໃສ່ຮູບແບບ ລາຍການວາລະສານທາງວິທະຍຸໃນຮູບແບບໃໝ່ ໂດຍເລັ່ງໃສ່ການ ນຳໃຊ້ທັກສະຊີວິດເຂົ້າໄປໃນລາຍການວິທະຍຸ. ການທີ່ພວກເຮົາເລືອກເອົາວິທີການນຳໃຊ້ຮູບແບບທັກສະຊີວິດເຂົ້າໃນລາຍການວິທະຍຸນັ້ນ
ກໍມີເຫດຜົນຢູ່ວ່າ:
໑. ມັນຈະເປັນຈຸດສ້າງສີສັນໃຫ້ແກ່ຄົນຟັງ ເພາະປັດຈຸບັນນີ້ ໂດຍທົ່ວໄປແລ້ວ ລາຍ ການທີ່ກະຈາຍອອກອາກາດໃນຄື້ນວິ ທະຍຸ ແຫ່ງຕ່າງໆ(ລວມທັງຢູ່ນະຄອນຫລວງວຽງຈັນ) ມັນເປັນຮູບແບບງ່າຍໆທີ່ຄົນຟັງເຄີຍຊິນມາ ຫລາຍສິບປີແລ້ວ.໒. ຖ້ານຳໃຊ້ຮູບແບບລາຍການວາລະສານ ວິທະຍຸ ໂດຍນຳໃຊ້ທັກສະຊີວິດເຂົ້າໃສ່ນີ້ ມັນຈະຊ່ວຍສ້າງທັກສະຕ່າງໆໃຫ້ແກ່ ຄົນຟັງ ໂດຍສະເພາະແມ່ນໄວໜຸ່ມ ເພື່ອຊ່ວຍໃຫ້ເຂົາເຈົ້າຕັດສິນບັນຫາຖືກຕ້ອງ ໄດ້ໃນລະດັບໃດໜຶ່ງ.
໓. ຖ້ານຳໃຊ້ຮູບແບບລາຍການວາລະສານວິທະຍຸ ໂດຍນຳໃຊ້ທັກສະຊີວິດເຂົ້າໃສ່ນີ້ ມັນຈະຊ່ວຍເຮັດ ໃຫ້ຄົນຟັງສາມາດມີ ສ່ວນຮ່ວມ ແລະ ກ້າສະແດງ ຄວາມຄິດເຫັນຂອງຕົນເອງ ຖ້າເປັນເຊັ່ນນີ້ການ ແລກປ່ຽນປະສົບການ ໂດຍອາໄສລາຍການ ນີ້ເປັນສື່ ກໍຈະນັບມື້ນັບຫລາຍ ແລະ ບັນຫາທີ່ຍາກໃນການແກ້ໄຂຂອງໄວໜຸ່ມກໍຈະ ງ່າຍຂຶ້ນ. ບັນຫາຂ້າງເທິງນີ້ ໄດ້ກາຍເປັນ ຈຸດປະກາຍ ເຮັດໃຫ້ລາຍການວິທະຍຸ ທີ່ຈັດ ໂດຍໄວໜຸ່ມ ເພື່ອໄວໜຸ່ມເອງ ໄດ້ເກີດຂຶ້ນ ໂດຍໃຫ້ຊື່ລາຍການວ່າ: “ ເປີດໃຈໄວໜຸ່ມ Open Heart OpenAirwaves” ເຊິ່ງກະຈາຍໃນລະບົບFM103,7Mkzວັນເສົາເວລາ8:30 am ແລະ ກະຈາຍຜ່ານ www.lnr.org.la ນຳອີກລາຍການທຳອິດໄດ້ ກະຈາຍອອກອາກາດ ໃນວັນທີ 1 ພະຈິກ 2008. ທີມງານວິທະຍຸໄວໜຸ່ມ ຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ
ຊື່ ແລະ ນາມສະກຸນ ທ. ທະວີສັກ ທຳມະວົງ ຊື່ຫລິ້ນ: ຕົ້ນ. ທີ່ເກີດ ສະຫວ່າງ,ທີ່ຢູ່ປັດຈຸບັນ ບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ປະຈຸບັນເປັນພະນັກງານພັດທະນາໄວຫນຸ່ມ, ເວລາຫວ່າງ: ຈັດລາຍການ,ຫລິ້ນກິລາລອຍນ້ຳ ແລະ ອ່ານຫນັງສື.ສຳລັບຕົ້ນ ແມ່ນເປັນນັກຈັດລາຍການມາຕັ້ງແຕ່ ປີ2004 ສ່ວນສະພາບການດຳເນີນກິດຈະກຳ ແຕ່ລະໄລຍະ ແມ່ນທັງເຮັດ ວຽກແລະທັງຈັດລາຍການ ຈິ່ງເຮັດໃຫ້ຫຍຸ້ງຍາກເລັກຫນ້ອຍ ແຕ່ຕົ້ນກໍມັກ ເພາະມັນເປັນສິ່ງທີ່ທ້າທາຍດີ. ສ່ວນເລື່ອງປະທັບ ໃຈກໍມີຫລາຍຢ່າງເຊັ່ນ: ຕົ້ນໄດ້ມີແຟນຄັບ, ແລະມີຄົນຮູ້ຈັກຫລາຍຂຶ້ນ ແຕ່ທີ່ແນ່ນອນແມ່ນຕົ້ນ ໄດ້ໄປທັດສະນະສຶກສາ ຖອດຖອນບົດຮຽນຢູ່ປະເທດໄທ ແລະປະເທດ ກຳປູເຈຍ (ມ່ວນຫລາຍ)
ຂໍເປີດໃຈກ່ຽວກັບຄວາມຮູ້ສຶກຂອງຕົນເອງໃນການໄດ້ມີສ່ວນຮ່ວມໂຄງການນີ້: ໂຄງການນີ້ແມ່ນເຮັດໃຫ້ຕົ້ນໄດ້ຮຽນຮູ້ກ່ຽວກັບທັກສະຊີວິດ,ຮຽນຮູ້ກ່ຽວກັບການເວົ້າ ແລະອື່ນໆ ຖ້າຫາກວ່າບໍ່ມີໂຄງການນີ້ ຕົ້ນກໍຄົງຈະບໍ່ມີຫມູ່ຫລາຍຂຶ້ນ, ບໍ່ໄດ້ໄປທັດສະນະສຶກສາ, ຄົງຈະບໍ່ ໄດ້ເຫັນຫລາຍບ່ອນ ແລະທີ່ແນ່ນອນ ຕົ້ນຄົງຈະບໍ່ໄດ້ຈັດລາຍການທີ່ມ່ວນໆແບບນີ້ ສະນັ້ນຕ້ອງ ຂໍຂອບໃຈ ວິທະຍຸກະຈາຍສຽງແຫ່ງຊາດ ແລະອົງການຢູນິເຊັບທີ່ໃຫ້ໂອກາດແກ່ພວກເຮົາທຸກຄົນ ໂດຍສະເພາະຕົວຕົ້ນເອງ ຂໍຂອບໃຈ.
ຊື່ ແລະ ນາມສະກຸນ ນ. ສຸນິຕ້າ ພິມມະສອນ ຊື່ຫລິ້ນ: ຕ້າ. ທີ່ເກີດ ສີສະຫວາດໃຕ້, ທີ່ຢູ່ປັດຈຸບັນ: ບ້ານສີສະຫວາດໃຕ້ ເມືອງຈັນທະບູລີ ນະຄອນຫລວງ,ປະຈຸບັນຊ່ວຍລາຍການວິທະຍຸເດັກ-ໄວຫນຸ່ມ ຢູ່ວິທະຍຸກະຈາຍສຽງແຫ່ງຊາດ. ເວລາຫວ່າງ: ອ່ານປຶ້ມ, ແຕ້ມຮູບ ແລະຫລິ້ນເນັດ.
ເລີ່ມເປັນນັກຈັດລາຍການເປີດໃຈໄວຫນຸ່ມມາແຕ່ ປີ 2008 ສະພາບການ ດຳເນີນກິດຈະກຳແຕ່ລະໄລຍະແມ່ນຂ້ອຍໄດ້ມີສ່ວນຮ່ວມໃນການຈັດລາຍ ການ ວິທະຍຸ ເປີດໃຈໄວຫນຸ່ມ,ເຊິ່ງນຳໃຊ້ທັກສະຊີວິດເຂົ້າໃນລາຍການ ວິທະຍຸ,ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນຢູ່ປະເທດກຳປູເຈຍ ຂໍເປີດໃຈວ່າ: ຂ້ອຍເກີດມີຄວາມຮັກແລະຄວາມຜູກພັນຕໍ່ກັບການ ພັດທະນາເດັກນ້ອຍ ແລະ ໄວຫນຸ່ມລວມທັງຕົວຂອງຂ້ອຍເອງ, ຂ້ອຍຈິ່ງຕັດສິນໃຈເຂົ້າມາ ຮ່ວມ ວຽກກັບທີມງານ ວິທະຍຸເປີດໃຈໄວຫນຸ່ມ ຄຽງຄູ່ກັບການຢື່ນໂອກາດທີ່ດີໆ ຈາກອົງການຢູນິເຊັບ. ແລະ ນີ້ຄືຄວາມຮູ້ສຶກທີ່ແທ້ຈິງຂອງຂ້ອຍ ທີ່ຂ້ອຍໄດ້ເປີດໃຈອອກໄປ ແລະສຸດທ້າຍນີ້ຂ້ອຍຢາກບອກວ່າໂຄງການນີ້ດີຫລາຍຕໍ່ການຮຽນຮູ້ ແລະການປ່ຽນແປງພຶດຕິກຳຂອງເດັກ ແລະໄວຫນຸ່ມ ໃຫ້ມີການໃຊ້ຊີວິດທີ່ຖືກຕ້ອງກວ່າເກົ່າ ແລະການຮູ້ໄຈ້ແຍກບັນຫາ ອັນໃດຖືກອັນໃດຜິດ ຫລືອັນໃດຄວນແລະບໍ່ຄວນ ຈາກການຮັບຟັງລາຍການນີ້: “ເປີດໃຈໄວຫນຸ່ມ”.
ຊື່ ແລະ ນາມສະກຸນ ນ. ມົນພະພອນ ຄອງພາສິດ ຊື່ຫລິ້ນ: ມົນ. ທີ່ເກີດ ນາໄຊ, ທີ່ຢູ່ປັດຈຸບັນບ້ານ: ຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງ, ປະຈຸບັນສຶກສາຢູ່ ຮ/ຮວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ. ເວລາຫວ່າງ: ຟັງເພັງ, ຮ້ອງເພັງ ແລະ ຟ້ອນ.
ເປັນນັກຈັດລາຍການເລີ່ມແຕ່ປີ 2005 ການດຳເນີນກິດຈະກຳແມ່ນດີ ປະທັບໃຈທີ່ທີມງານທຸກຄົນເປັນກັນເອງ ເຂົ້າໃຈກັນ ລາຍການແມ່ນເປັນການຜະລິດທີ່ລະອຽດ ເຊິ່ງເຮັດໃຫ້ມີສາລະ ແລະສີສັນຫລາຍຢ່າງ, ທີ່ຜ່ານມາກໍໄດ້ເຂົ້າຮ່ວມການຝຶກອົບຮົມການໃຊ້ທັກສະຊີວິດເຂົ້າໃນການຜະລິດລາຍການວິທະຍຸ, ຝຶກອົບຮົມກ່ຽວກັບການໃຊ້ເຄື່ອງອັດສຽງ, ຝຶກອົບຮົມການຈັດລາຍການສົດ, ແລະນອກຈາກນັ້ນກໍໄດ້ເຂົ້າຮ່ວມກອງປະຊຸມ ທົບທວນແຜນງານເຄິ່ງໄລຍະໂຄງການຢູ່ທ່າລາດ ແຂວງວຽງຈັນ), ກອງປະຊຸມສະຫລຸບແຜນງານແລະສ້າງແຜນງານໃນປີ 2010ຢູ່ທີ່ທ່າລາດ ແຂວງວຽງຈັນ, ໄດ້ຮ່ວມກິດຈະກຳໄປເອົາຂ່າວເຂົ້າໃນລາຍການຢູ່ເມືອງກາສີ ແຂວງວຽງຈັນ, ເມືອງນາກາຍ ແຂວງຄຳມ່ວນ ແລະນອກຈາກນັ້ນ ກໍໄດ້ໄປ ທັດສະນະສຶກສາ ຢູ່ປະເທດ ກຳປູເຈຍ. ທີ່ຜ່ານມາການຜະລິດລາຍການແມ່ນມີອຸປະສັກຄື: ວັນເວລາບໍ່ຄ່ອຍກົງກັນ ແລະການແນະນຳໃຫ້ ໄປສຳພາດກໍບໍ່ຄ່ອຍລະອຽດ. ມາຮອດຕອນນີ້ມົນເອງກໍຂໍເປີດໃຈຕໍ່ກັບໂຄງການນີ້ວ່າ: ຕົນເອງມີຄວາມຮູ້ສຶກດີໃຈຫລາຍທີ່ໄດ້ຮ່ວມວຽກກັບທີມງານທຸກຄົນ ແລະ ໃນອານາຄົດ ຢາກໃຫ້ໂຄງການນີ້ ສືບຕໍ່ ເພື່ອຈະໄດ້ສ້າງໃຫ້ໄວຫນຸ່ມລາວ ມີຄວາມຮູ້ຄວາມສາມາດ ກໍຄືຕົນເອງ ເພື່ອຈະນຳໄປພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວຫນ້າໃນອານາຄົດ.
ຊື່ ແລະ ນາມສະກຸນ ນ. ຕຸ້ຍດາລິນ ອຸໄທພອນ ຊື້ຫລິ້ນ: ອາລຸ້ຍ. ທີ່ເກີດ ບ້ານນາໄຊ, ທີ່ຢູ່ປັດຈຸບັນບ້ານ: ທົ່ງຂັນຄຳໃຕ້ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ປະຈຸບັນສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະອັກສອນສາດ ພາສາຈີນ, ເວລາຫວ່າງ: ອ່ານປຶ້ມຟັງວິທະຍຸ, ຫລິ້ນກິລາ ແລະເບິ່ງໂທລະພາບ.
ສຳລັບອາລຸ້ຍແມ່ນເປັນນັກຈັດລາຍການມາແຕ່ປີ 2005 ສະພາບການດຳເນີນກິດຈະກຳນີ້ ແມ່ນດີຫລາຍ, ມ່ວນໃນການເຮັດ ວຽກ ໂດຍສະເພາະໃນເວລາຈັດລາຍການຮ່ວມກັບທີມງານ, ສ່ວນສິ່ງທີ່ປະທັບໃຈ ແມ່ນການໄດ້ອອກໄປທັດສະນະສຶກສາ ຢູ່ສະຖານທີ່ຕ່າງໆ ອາລຸ້ຍຄິດວ່າຕົນເອງກໍແມ່ນຜູ້ຫນຶ່ງທີ່ໄດ້ຮັບໂອກາດດີໆ ຈາກອົງການຢູນິເຊັບ ແລະອາລຸ້ຍກໍເຊື່ອວ່າ ຫມູ່ເພື່ອນຫລາຍໆຄົນກໍຄົງຈະບໍ່ແຕກຕ່າງຫຍັງຈາກອາລຸ້ຍ ທີ່ໄດ້ຮັບສິ່ງດີໆແບບນີ້ ເຊີ່ງມັນເປັນສິ່ງທີ່ພາກພູມໃຈທີ່ສຸດ ເພາະເຮັດໃຫ້ເຮົາໄດ້ຮູ້ໃນສິ່ງທີ່ບໍ່ເຄີຍຮູ້, ໄດ້ເຫັນໃນສິ່ງທີ່ບໍ່ເຄີຍເຫັນ ແລະໄດ້ເຮັດໃນສິ່ງທີ່ບໍ່ເຄີຍເຮັດ, ມັນເປັນປະສົບການທີ່ຫາໄດ້ຍາກໃນຊີວິດ ແລະຮູ້ສຶກຍິນດີຫລາຍ ທີ່ຕົນເອງໄດ້ມີສ່ວນຮ່ວມໃນໂຄງການນີ້.ຊື່ ແລະ ນາມສະກຸນ ທ. ພອນປະເສີດ ເຮົ້າອ່ອນໃຈ ຊື່ຫລິ້ນ: ເປ່ເລ້. ທີ່ເກີດ ສະພານທອງຫນືອ, ທີ່ຢູ່ປັດຈຸບັນ: ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເປັນພະນັກງານຢູ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ເວລາຫວ່າງ: ຕີດອກປີກໄກ່, ແລ່ນອອກກຳລັງກາຍ
ເປັນນັກຈັດລາຍການແຕ່ປີ2008 ເປັນຕົ້ນມາ ຖືວ່າມີການດຳເນີນຕາມແຜນການທີ່ໄດ້ວາງໄວ້ແຕ່ລະໄລຍະໄດ້ດີ ເຖິງວ່າຈະມີ ຄວາມຫຍຸ້ງຍາກໃນການນັດພົບກັນ ເພື່ອອັດລາຍການກໍຕາມ ແຕ່ກໍດຳເນີນໄປໄດ້ໂດຍດີ ກ່ອນທີ່ຫຍຸ້ງຍາກໃນການນັດກັນເພາະວ່າສ່ວນຫລາຍນັກຈັດລາຍການແມ່ນນັກຮຽນ ນັກສຶກສາ, ທີ່ຜ່ານມາຂ້າພະເຈົ້າ ກໍໄດ້ເຂົ້າອົບຮົມການຮຽນຮູ້ທັກສະຊີວິດ ຮ່ວມກັບນ້ອງໆ ຢູ່ວິທະຍຸກະຈາຍສຽງແຫ່ງຊາດ ນະຄອນຫລວງ, ນອກຈາກນັ້ນກໍໄດ້ໄປຮ່ວມເຮັດກິດຈະກຳກັບເພື່ອນໆຢູ່ແຂວງ ສະຫວັນນະເຂດ, ຊະນະຄາມ ແຂວງວຽງຈັນ ແລະ ແຂວງອຸດົມໄຊ ທັງຫມົດນີ້ ລ້ວນແລ້ວແຕ່ແມ່ນເປັນໂອກາດດີ ທີ່ໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນໂດຍສະເພາະແມ່ນວຽກງານການຈັດລາຍການວິທະຍຸເປີດໃຈໄວຫນຸ່ມໃນຮູບແບບວາລະສານ.
ຊື່ ແລະ ນາມສະກຸນ ນ. ວຽງທອງ ພະກອນຄຳ ຊື່ຫລິ້ນ: ຕຸ້ຍ, ທີ່ເກີດ ບ້ານດົງໂດກ , ທີ່ຢູ່ປັດຈຸບັນ: ບ້ານດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ, ປະຈຸບັນເປັນພະນັກງານພະແນກລາຍການ ຢູ່ວິທະຍຸກະຈາຍສຽງແຫ່ງຊາດລາວ. ເວລາຫວ່າງ: ມັກອ່ານປຶ້ມ, ມັກແຕ່ງເລື່ອງ, ເບິ່ງໂທລະພາບແລະ ຟັງວິທະຍຸ.
ເປັນນັກຈັດລາຍການມາແຕ່ປີ 1997 ແຕ່ສຳລັບລາຍການເປີດໃຈໄວຫນຸ່ມ ແມ່ນຈັດລາຍການຮ່ວມກັບນ້ອງໆມາແຕ່ປີ 2008 ສະພາບການດຳເນີນກິດຈະກຳກໍແມ່ນແຕກຕ່າງກັນຫລາຍ ເພາະວ່າລາຍການນີ້ ແມ່ນເປັນຮູບແບບວາລະສານ ທີ່ມີຫລາຍຢ່າງ ລວມໄວ້ໃນນີ້ ສະນັ້ນການຜະລິດ ກໍແມ່ນຂ້ອນຂ້າງຍາກ ສຳລັບຜູ້ທີ່ຂາດການຮຽນຮູ້ແລະປະສົບການ ແຕ່ຈະງ່າຍສຳລັບຄົນທີ່ໄດ້ຜ່ານການອົບຮົມ ຫລື ທີມ ງານມີຄວາມເຂົ້າໃຈເຊິ່ງກັນແລະກັນ ບໍ່ວ່າຈະເປັນການຈັດແບ່ງຫນ້າວຽກຕ່າງໆຕະຫລອດເວລາ ຂອງການຈັດທຳລາຍການ ຮ່ວມກັບນ້ອງໆ ກໍແມ່ນມີຄວາມເບີກບານມ່ວນຊື່ນ, ທີມງານມີການຢອກລໍ້ກັນ ແລະເຮັດຫນ້ອນຫນ້າທີ່ ທີ່ຖືກມອບຫນາຍໃຫ້ ....
ຊື່ ແລະ ນາມສະກຸນ ນ. ອິນທະວອນ ວົງຈັນດີ ຊື່ຫລິ້ນ: ວອນ, ທີ່ເກີດ ຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ,ທີ່ຢູ່ປັດຈຸບັນ: ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ປະຈຸບັນເປັນພະນັກງານ ພະແນກລາຍການຢູ່ວິທະຍຸກະຈາຍສຽງແຫ່ງຊາດລາວ. ເວລາຫວ່າງ: ອອກກຳລັງກາຍ, ຟັງເພັງ,ເຮັດວຽກເຮືອນ. ເຮັດວຽກຢູ່ວິທະຍຸມາແຕ່ປີ1997ແລະຮ່ວມຈັດລາຍການເປີດໃຈໄວຫນຸ່ມມາແຕ່ປີ 2008ຈົນເຖິງປະຈຸບັນ ກໍເຫັນໄດ້ວ່າ ລາຍການນີ້ ແມ່ນໄດ້ສ້າງສີສັນ ໃຫ້ແກ່ຄົນຟັງຫລາຍບໍ່ວ່າ ຈະເປັນລະຄອນ, ສຽງສຳພາດ ແລະສາລະຫນ້າຮູ້ຕ່າງໆ, ທີມງານລ້ວນແລ້ວ ແຕ່ມີຄວາມເອົາໃຈໃສ່ເປັນຢ່າງດີ, ມີການເສຍສະຫລະ ສ່ວນອຸປະສັກ ກໍຄົງຈະແມ່ນເວລາຂອງທຸກຄົນ ບໍ່ຄ່ອຍຈະກົງກັນ ສະນັ້ນມັນກໍຫຍຸ້ງຍາກຫນ້ອຍຫນຶ່ງໃນການປະສານງານກັນ. ແຕ່ທີ່ຜ່ານມາ ແມ່ນທຸກຄົນເຮັດໄດ້ດີຫລາຍ ລວມເຖິງການຕັດຕໍ່ສຽງ. ຂໍເປີດໃຈວ່າ:ໂຄງການນີ້ ແມ່ນເປັນໂຄງການ ທີ່ເຮັດເພື່ອໄວຫນຸ່ມແທ້ໆ ໂດຍແມ່ນໄວຫນຸ່ມ ເປັນຜູ້ນຳ ສະເຫນີສະນັ້ນຄວນຈະໃຫ້ມີເລື້ອຍໆໄປ ເພາະພວກເຮົາກໍພ້ອມແລ້ວ ທີ່ຈະເປັນທິ່ປຶກສາໃຫ້ກັບນ້ອງໆ...
![]() |
| ການສະແດງລະຄອນປະກອບລາຍການ |
ຢ່າລືມຕິດຕາມຮັບຟັງພວກເຮົາເດີ້...










No comments:
Post a Comment