ປະຈຸບັນນັກຈັດລາຍການວິທະຍຸແຂວງອຸດົມໄຊ ປະກອບດ້ວຍພາກພາສາລາວ ແລະ ພາສາອາຄ່າ, ທີມງານສ່ວນໜຶ່ງມືຄືລຸ່ມນີ້:
ຊື່ ແລະ ນາມສະກຸນ ນ ວັນສຸກ ປານແກ້ວ ຊື່ຫລິ້ນ: ວັນສຸກ. ທີ່ເກີດບ້ານ: ນາຫວານນ້ອຍ, ທີ່ຢູ່ປັດຈຸບັນ: ບ້ານນາຫວານນ້ອຍ, ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນເມືອງໄຊ, ເວລາຫວ່າງ: ຟັງເພັງ. ນ້ອງເປັນນັກຈັດລາຍການມາແຕ່ປີ2006 ແລະ ໄດ້ເຂົ້າຮ່ວມຝຶກອົບຮົມຄື:
ຝຶກອົບຮົມພໍ່ຮັກລູກ ຜູກພັນຄອບຄົວ ທີ່ແຂວງອຸດົມໄຊ ປີ 2007, ຝຶກອົບຮົມບົດບາດຍິງຊາຍ ທີ່ແຂວງບໍ່ແກ້ວ ປີ 2008, ເຂົ້າຮ່ວມກອງປະຊຸມທົບທວນຄືນໂຄງການ ທີ່ວັງວຽງ ປີ 200.
ຜ່ານມາເຄີຍພົບອຸປະສັກຄື:ບາງຄັ້ງກໍເກີດຂໍ້ຂັດແຍ່ງພາຍໃນກຸ່ມແລະກໍເລື່ອງຂອງເວລາ ສ່ວນວ່າໃນອານາຄົດແມ່ນຢາກ ໃຫ້ໂຄການສືບຕໍ່ສະຫນັບສະຫນູນລາຍການຂອງແຂວງ ພວກນ້ອງເພາະວ່າໄວຫນຸ່ມກໍຄືຕົວຂອງພວກນ້ອງຍັງຕ້ອງການຄວາມຮູ້ເພີ່ມເຕີມອີກ ແລະຕ້ອງການທີ່ຈະເຜີຍແຜ່ໃຫ້ກັບຫມູ່ເພື່ອນຄົນອື່ນໄດ້ຮັບຮູ້ຕໍ່ໆໄປແລະພ້ອມກັບການລົງໂຄ ສະນາອີກດ້ວຍ...ຢາກບອກວ່ານ້ອງມີຄວາມຮູ້ສຶກດີໃຈແລະພູມໃຈທີ່ໄດ້ເຂົ້າຮ່ວມນ້ອງເອງແມ່ນ ມີທັງຄວາມຮັກແລະຄວາມມັກໃນການຈັດລາຍການຫລາຍແລະກໍຍ້ອນອົງການຢູນິເຊັບໃຫ້ ການສະຫນັບສະຫນູນ ຖ້າບໍ່ມີໂຄງການດັ່ງກ່າວເຂົ້າມາ ພວກນ້ອງກໍບໍ່ຮູ້ວ່າ ຕົນເອງຈະມາ ຢືນຢູ່ຈຸດນີ້ໄດ້ຫລືບໍ່?
ຊື່ ແລະ ນາມສະກຸນ ນ ຄຳຫລ້າ ວັນນະພົນ ຊື່ຫລິ້ນ: ເປາະ. ທີ່ເກີດບ້ານ: ຫນອງແມງດາ, ທີ່ຢູ່ປັດຈຸບັນ: ບ້ານຫນອງແມງດາ, ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນເມືອງໄຊ, ເວລາຫວ່າງ: ເບິ່ງໂທລະພາບ ແລະອ່ານປຶ້ມດາລາ.
ເປັນນັກຈັດລາຍການມາແຕ່ປີ2005 ໃນການເຂົ້າຮ່ວມໂຄງການ ນ້ອງໄດ້ເຂົ້າຮ່ວມການຝຶກອົບຮົມຄື: ຝຶກອົບຮົມການຄ້າມະນຸດ ທີ່ແຂວງອຸດົມໄຊ ປີ2004, ຝຶກອົບຮົມໂລກເອດ ພາຍໃຕ້ຫົວຂໍ້ ພໍ່ຮັກລູກ ຜູກພັນຄອບຄົວ ທີ່ແຂວງອຸດົມໄຊ ປີ2007, ຝຶກອົບຮົມ ໄຂ້ຫັວດໃຫຍ່ ສາຍພັນໃຫມ່ ທີ່ທ່າລາດ ແຂວງວຽງຈັນ, ຝຶກອົບຮົມ ໄຂ້ຫັວດສັດປີກ ທີ່ແຂວງອຸດົມໄຊ ປີ2006,ຝຶກອົບຮົມການຂຽນແຜນ ແລະ ທັກສະຊີວິດ ທີ່ແຂວງອຸດົມໄຊ ເດືອນມັງກອນ ປີ2010.ຜ່ານມາຕົນເອງແມ່ນໄດ້ພົບອຸປະສັກຫລາຍຢ່າງເຊັ່ນ:ຂາດການປະສານງານຈາກທີມງານ, ຕ່າງຄົນຕ່າງຄວາມຄິດ ເລີຍເກີດຂໍ້ຂັດແຍ່ງກັນພາຍໃນທີມງານເຖິງຢ່າງໃດກໍຕາມພວກເຮົາ ທຸກຄົນກໍມີຄວາມເຂົ້າໃຈກັນໂດຍນຳໃຊ້ທັກສະຊີວິດເຂົ້າຊ່ວຍ. ໃນອານາຄົດແມ່ນ ຢາກໃຫ້ໂຄງການສືບຕໍ່ເພາະມັນເຮັດໃຫ້ນ້ອງກ້າສະແດງອອກ, ເຮັດໃຫ້ທຸກຄົນໄດ້ຮູ້
ຄວາມສາມາດເດັກນ້ອຍອຸດົມໄຊ ກໍມີຄວາມສາມາດຄືກັບເດັກນ້ອຍແຂວງອື່ນໆ.
ຊື່ ແລະ ນາມສະກຸນ ນ ເພັດສະຫນອນ ສົນສາມາດ, ຊື່ຫລິ້ນ: ຕຸກຕາ.ທີ່ເກີດບ້ານ: ວຽງສາ, ທີ່ຢູ່ປັດຈຸບັນ: ບ້ານປ່າສັກ,ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນແຂວງ, ຜ່ານມານ້ອງໄດ້ເຂົ້າ ຮ່ວມເຝິກອົບຮົມ: ທັກສະຊີວິດ ທີ່ໂຮງແຮມແດນສະຫວັນ ແຂງອຸດົມໄຊ ປີ2009, ເຝິກອົບຮົມການຂຽນແຜນ ແລະ ທັກສະຊີວິດພ້ອກັບຮູບແບບການຈັດລາຍການທີ່ວິທະຍຸ ແຂວງອຸດົມໄຊປີ 2010, ຂໍເປີດໃຈວ່າ:ໂຄງການນີ້ໄດ້ໃຫ້ຄວາມຮູ້ ຫລາຍຢ່າງເຊັ່ນ: ຮູ້ຈັກການຂຽນຂ່າວ,ຮູ້ຈັກການຈັດລາຍການ ແລະໄດ້ຄວາມຮູ້ຮອບຕົວຕ່າງໆ. ໃນອານາຄົດແມ່ນຢາກໃຫ້ມີຫລາຍໆ ພາກສ່ວນມາອຸປະຖຳລາຍ ການໄປໃຫ້ຍືນຍົງ ເພາະຕະຫລອດມານ້ອງມີຄວາມຝັນຢາກເປັນນັກຈັດລາຍການ ແລະໃນທີ່ສຸດ ນ້ອງກໍເປັນແລ້ວ ແລະນ້ອງກໍຈະເປັນນັກຈັດລາຍການທີ່ດີ.
ຊື່ ແລະ ນາມສະກຸນ ນ ພຸດສະພອນ ໄຊຍະສິດ ຊື່ຫລິ້ນ: ກຸຍ. ທີ່ເກີດບ້ານ: ໂນນຄໍ້,ທີ່ຢູ່ປັດຈຸບັນ: ລ້ອງກໍເດືອ,ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນແຂວງ, ເວລາຫວ່າງ: ຕີບານ. ຜ່ານມານ້ອງເອງໄດ້ເຂົ້າຮ່ວມເຝິກອົບຮົມຄື: ຝຶກອົບຮົມສິດທິເດັກ ທີ່ ສູນວັດທະນະທຳເດັກແຂວງອຸດົມໄຊ ປີ2004,ຝຶກອົບຮົມ ການ ຄ້າມະນຸດ ທີ່ ສູນວັດທະນະທຳເດັກແຂວງອຸດົມໄຊ ປີ2007,
ຝຶກອົບຮົມ ໄຂ້ຫວັດສັດປີກ ທີ່ ສູນວັດທະນະທຳເດັກແຂວງອຸດົມໄຊ ປີ2007,ຝຶກອົບຮົມ ໂລກເອດ ທີ່ ສູນວັດທະນະທຳເດັກແຂວງ ອຸດົມໄຊ ປີ2007, ຝຶກອົບຮົມບົດບາດຍິງຊາຍ ທີ່ ສູນວັດທະນະທຳ ເດັກ ແຂວງບໍ່ແກ້ວ ປີ2008, ຝຶກອົບຮົມ ການວາງແຜນ3ເດືອນແລະທັກສະຊີວິດ ທີ່ວິທະຍຸແຂວງ ອຸດົມໄຊ ປີ2010.
ຈາກການເຂົ້າຮ່ວມກິດຈະກຳນີ້ແມ່ນພົບອຸປະສັກໃນເວລາທີ່ລົງເຄື່ອນໄຫວຍັງຂາດຄວາມ ສາມັກຄີກັນ ສ່ວນວ່າໃນອານາຄົດແມ່ນຢາກໃຫ້ໂຄງການດຳເນີນຕໍ່ເພາະຈະເຮັດໃຫ້ພວກເຮົາ ມີເວທີໃນການສະແດງຄວາມຄິດເຫັນ ແລະຄວາມມ່ວນຊື່ນໃນການໃຊ້ເວລາຫວ່າງໃຫ້ເປັນ ປະໂຫຍດອີກຢ່າງຫນຶ່ງໂຄງການນີ້ ແມ່ນໄດ້ສ້າງໃຫ້ຕົວນ້ອງກາຍເປັນຄົນທີ່ກ້າປາກກ້າເວົ້າ
ຫລາຍຂຶ້ນກວ່າເກົ່າ. ຂໍຂອບໃຈໂຄງການນີ້ຫລາຍໆ. ຊື່ ແລະ ນາມສະກຸນ ນ ພອນໄຊ ພົມມະແສນ ຊື່ຫລິ້ນ: ກຶ, ທີ່ເກີດບ້ານ: ຫາດເດື່ອ, ທີ່ຢູ່ປັດຈຸບັນ: ບ້ານລ້ອງກໍເດື່ອ,ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນແຂວງ, ເວລາຫວ່າງ: ໄປສູນສ.ວ.ດ, ຮຽນຊໍ ແລະຊ້ອມເຕັ້ນ. ໃນການເຂົ້າຮ່ວມໂຄງການ ນ້ອງໄດ້ເຂົ້າຮ່ວມການເຝິກອົບຮົມຄື: ຝຶກອົບຮົມ ການຄ້າມະນຸດ, ໄຂ້ຫວັດສັດປີກ ທ່ແຂວງອຸດົມໄຊ ປີ2004, ຝຶກອົບຮົມໂລກເອດ ທີ່ແຂວງອຸດົມໄຊ ປີ2007, ຝຶກອົບຮົມບົດບາດຍິງຊາຍ ທີ່ແຂວງ ອຸດົມໄຊ ປີ2008,ຝຶກອົບຮົມການຂຽນແຜນ ແລະ ທັກສະ ຊີວິດ ເດືອນມັງກອນ ປີ2010, ຜ່ານມາເຄີຍພົບອຸປະສັກຄື: ການໄປເອົາສຽງສຳພາດ ແລະການລົງໄປທີ່ຊຸມຊົນ. ໃນອານາຄົດ ແມ່ນຢາກໃຫ້ໂຄງການດຳເນີນຕໍ່, ເພາະມັນແມ່ນໃຫ້ຄວາມຮູ້, ຄວາມສາມາດ ໃນການສະແດງ ຄຳຄິດເຫັນຕ່າງໆເພາະນ້ອງເອງ ຮູ້ສຶກດີໃຈຫລາຍທີ່ໂຄງການໄດ້ໃຫ້ການສະຫນັບສະຫນູນ ແລະເຫັນໄດ້ເຖິງຄວາມສຳຄັນຂອງເດັກ ນ້ອຍກໍຄືຕົວຂອງຫລານເອງ ແຕ່ກ່ອນຫລານບໍ່ຄ່ອຍ ກ້າປາກກ້າເວົ້າປານໃດ ແຕ່ຍ້ອນໂຄງການນີ້ ຫລານຈິ່ງມີມື້ນີ້.
ຊື່ ແລະ ນາມສະກຸນ ນ ສຸພາວັນ ສ້ອຍວຽງວົງ ຊື່ຫລິ້ນ: ປຸ້ຍ, ທີ່ເກີດບ້ານ: ເຈງ,ທີ່ຢູ່ປັດຈຸບັນ: ບ້ານດອນແກ້ວ,ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນເມືອງໄຊ, ເວລາຫວ່າງ: ຫລິ້ນດົນຕີ(ຫລິ້ນຂິມ).ນ້ອງເອງຫາກໍໄດ້ເຂົ້າຮ່ວມເຝິກອົບຮົມການວາງແຜນ3ເດືອນ ແລະທັກສະຊີວິດ ວັນທີ15-16ມັງກອນ 2009 ທີ່ແຂວງອຸດົມໄຊ ຜ່ານມາເຄີຍພົບ ອຸປະສັກໃນການຂຽນ ຊວນຫົວ,ສະກິບ, ລະຄອນ,ສຽງສຳພາດ ສຳລັບຄວາມຮູ້ສຶກຂອງຕົນເອງແມ່ນດີໃຈ ຫລາຍ ທີ່ໄດ້ເປັນນັກຈັດລາຍ ການວິທະຍຸ ເພາະມັນແມ່ນສິ່ງຫນຶ່ງ ທີ່ນ້ອງມັກ ແລະ ຢາກເຮັດໃນສິ່ງນີ້ຫລາຍ ແລະ ໃນອານາຄົດ ຢາກໃຫ້ໂຄງການມີການພັດທະນາ ຂຶ້ນໄປເລື້ອຍໆ ເພື່ອຄວາມກ້າວຫນ້າຂອງໂຄງການ.
ຊື່ ແລະ ນາມສະກຸນ ນ ໄຊສະຫນອນ ຜິວທະສອນ ຊື່ຫລິ້ນ: ແວະ. ທີ່ເກີດບ້ານ: ນາຫວານນ້ອຍ, ທີ່ຢູ່ປັດຈຸບັນ: ບ້ານນາຫວານນ້ອຍ, ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນເມືອງໄຊ,ເວລາຫວ່າງ: ຕີບານ, ຕີດອກປີກໄກ່. ນ້ອງເອງໄດ້ເຂົ້າຮ່ວມເຝິກອົບຮົມຄື:
ຝຶກອົບຮົມ ພໍ່ຮັກລູກຜູກພັນຄອບຄົວ ທີ່ ແຂວງອຸດົມໄຊ ປີ2007
ຝຶກອົບຮົມ ທັກສະຊີວິດ ທີ່ ແຂວງອຸດົມໄຊ ປີ2009
ຝຶກອົບຮົມ ການຂຽນແຜນ ແລະ ທັກສະຊີວິດ,ຮູບແບບວິທະຍຸ ທີ່ ແຂວງອຸດົມໄຊ ປີ2010
ການດຳເນີນໂຄງການ ໃນໄລຍະຜ່ານມາແມ່ນພົບອຸປະສັກ ໃນການໄປເອົາສຽງສຳພາດ ແລະສຽງມວນຊົນ ໃນອານາຄົດ ແມ່ນຢາກໃຫ້ໂຄງການດຳເນີນຕໍ່ໄປ ເລື້ອຍໆ ແລະ ຢາກໃຫ້ ພາກສ່ວນຕ່າງໆ ຊ່ວຍອຸປະຖຳລາຍການຂອງພວກຫລານຕະຫລອດໄປ... ຊື່ ແລະ ນາມສະກຸນ ທ. ແສງພອນ ອິນນະລົງ ຊື່ຫລິ້ນ: ແສງ. ທີ່ເກີດບ້ານ ນາຫວານນ້ອຍ, ທີ່ຢູ່ປັດຈຸບັນ ບ້ານນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ, ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມ ສົມບູນເມືອງໄຊ, ເວລາຫວ່າງ: ຫລິ້ນລະນາດ, ຕີບານ, ເຕະບານ.
ເຝິກອົບຮົມ ພະຍາດໄຂ້ຫວັດສັດປີກ ທີ່ແຂວງອຸດົມໄຊ ປີ2006, ເຝິກອົບຮົມ ກ່ຽວກັບໂລກເອດ “ພໍ່ຮັກລູກ ຜູກພັນຄອບຄົວ” ທີ່ແຂວງອຸດົມໄຊ ປີ2007, ບົດບາດຍິງຊາຍ ທີ່ແຂວງຫລວງພະບາງ ປີ2007, ເຝິກອົບຮົມການໂຄສະນາຊຸມຊົນ ທີ່ແຂວງອຸດົມໄຊ ປີ2008,ເຝິກອົບຮົມຄູ່ ມືການ ອອກອາກາດລາຍການວິທະຍຸ ທີ່ທ່າລາດ ແຂວງວຽງຈັນ ປີ2008.
ສ່ວນທາງດ້ານອຸປະສັກ ໃນການຈັດທຳລາຍການ ກໍແມ່ນພົບກັບຄວາມຫຍຸ້ງຍາກ ໃນການເດີນທາງ ເພາະເສັ້ນທາງບໍ່ດີ ແລະ ໄກຈາກເຮືອນ ສ່ວນໃນອານາຄົດ ແມ່ນຢາກໃຫ້ໂຄງການສືບຕໍ່ ການອຸປະ ຖຳໃຫ້ແກ່ລາຍການຂອງພວກເຮົາເພາະວ່າລາຍການນີ້ ແມ່ນໃຫ້ຄວາມຮູ້ແກ່ຜູ້ຟັງ ສະນັ້ນຢາກໃຫ້ ຢູ່ຄູ່ກັບສັງຄົມຕະຫລອດໄປຂໍເປີດໃຈຕົນເອງວ່າ:ຄວາມຮູ້ສຶກແມ່ນດີໃຈແລະພູມໃຈຫລາຍທີ່ໄດ້ເຂົ້າ ຮ່ວມ ໃນໂຄງການນີ້ ເພາະເປັນສິ່ງທີ່ດີໃຫ້ແກ່ສັງຄົມແລະຕົວຂອງນ້ອງເອງແລະກໍຂໍຂອບໃຈ ອາຈານທຸກໆທ່ານທີ່ໃຫ້ຄວາມຮູ້ ແລະ ໃຫ້ການຊີ້ນຳລາຍການຂອງພວກຫລານດຳເນີນມາ ດ້ວຍດີໂດຍຕະຫລອດ
ຊື່ ແລະ ນາມສະກຸນ ທ ສິງໄຊ ສິນທະລາດ ຊື່ຫລິ້ນ: ຕິກ. ທີ່ເກີດບ້ານ: ກວັງທ່າມ້າ, ທີ່ຢູ່ປັດຈຸບັນ: ບ້ານນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ, ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມ ສົມບູນເມືອງໄຊ, ເວລາຫວ່າງ:ມັກເບິ່ງໂທລະພາບ, ຫລິ້ນກິລາຕີດອກປີກໄກ່, ແລະຫລິ້ນຄີບອດ, ເປົ່າແຄນ.
ທີ່ຜ່ານມາ ນ້ອງໄດ້ເຂົ້າຮ່ວມຝຶກອົບຮົມຫົວຂໍ້ດັ່ງນີ້: ພໍ່ຮັກລູກຜູກພັນຄອບຄົວ ທີ່ແຂວງອຸດົມໄຊ ປີ2007, ບົດບາດຍິງຊາຍ ທີ່ແຂວງບໍ່ແກ້ວ ປີ2008, ທົບທວນຄືນວຽກງານ ວິທະຍຸທີ່ແຂວງວຽງຈັນ ປີ2008, ເຝິກອົບຮົມທັສະຊີວິດ ທີ່ແຂວງ ອຸດົມໄຊ ປີ 2009. ສ່ວນອຸປະສັກທີ່ຜ່ານມາກໍແມ່ນການຈັດລາຍການບາງຄັ້ງກໍຍັງມີການຂັດຂ້ອງ ທາງລະບົບໄຟຟ້າ (ໄຟຟ້າດັບ) ການເດີນທາງໃນການໄປມາຂອງການຈັດລາຍການແມ່ນຍັງລຳ ບາກ ໃນອານາຄົດ ແມ່ນຢາກໃຫ້ໂຄງການຢູ່ກັບພວກເຮົາຕະຫລອດໄປຜ່ານຈາກການເຂົ້າຮ່ວມ ໂຄງການນີ້ ນ້ອງເອງ ມີຄວາມຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມອາດເວົ້າໄດ້ວ່າໂງການນີ້ເປັນ ໂຄງການ ທີ່ ພິເສດຫລາຍ ເພາະມັນສາມາດປ່ຽນຄົນໃຫ້ເປັນຄົນໃຫມ່ໄດ້ຈາກຄົນທີ່ຂີ້ອາຍບໍ່ມັກປາກ ຄືກັນກັບຕົວຂອງນ້ອງເອງ. ຊື່ ແລະ ນາມສະກຸນ ທ ສຸຂີ ສີວັນໄຊ ຊື່ຫລິ້ນ: ສຸຂີ, ທີ່ເກີດ ບ້ານນາຫວານນ້ອຍ, ທີ່ຢູ່ປັດຈຸບັນ: ບ້ານ ປ່າສັກ, ປະຈຸບັນຮຽນຢູ່ໂຮງຮຽນ ມັດທະຍົມສຶກສາແຂວງ, ເວລາຫວ່າງ: ແຕ້ມຮູບ,ຟັງເພັງ ແລະຫລິ້ນກິລາເຕະບານ.
ໃນການເຂົ້າຮ່ວມໂຄງການນ້ອງໄດ້ຝຶກອົບຮົມ ທັກສະຊີວິດ2ຄັ້ງ ຢູ່ທີ່ແຂວງອຸດົມໄຊ, ເຊິ່ງຈັດຢູ່ທີ່ ໂຮງແຮມແດນສະຫວັນໃນປີ2009 ແລະລວມທັງເດືອນມັງກອນ ປີ 2010,ສ່ວນການດຳເນີນວຽກງານ ທີ່ຜ່ານມາແມ່ນພົບກັບອຸປະສັກຄືການລົງຊຸມຊົນ, ການເອົາສຽງສຳ ພາດຜ່ານການເຂົ້າຮ່ວມໂຄງການ ຕົນເອງມີຄວາມຮູ້ສຶກດີໃຈຫລາຍ ທີ່ໄດ້ເຂົ້າຮ່ວມໂຄງການດີໆແບບນີ້ ແລະ ຢາກຂໍໃຫ້ໂຄງການ ດຳເນີນຕໍ່ໄປ....ຊື່ ແລະ ນາມສະກຸນ ທ ເພັດສາຄອນ ເຢຍເຊັງ, ຊື່ຫລິ້ນ: ຈັນ. ທີ່ເກີດບ້ານ: ນາຫວານນ້ອຍ, ທີ່ຢູ່ປັດຈຸບັນ: ບ້ານນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ,ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນ ເມືອງໄຊ, ເວລາຫວ່າງ: ຫລິ້ນເກມ, ຟັງເພັງ, ຫລິ້ນເນັດ. ໃນການເຂົ້າຮ່ວມໂຄງການນີ້ ນ້ອງໄດ້ເຂົ້າຮ່ວມຝຶກອົບຮົມຄື: ພໍ່ຮັກລູກຜູກພັນຄອບຄົວ ທີ່ແຂວງອຸດົມໄຊ ປີ2007, ການຈັດລາຍການຮູບແບບໃຫມ່ ທີ່ແຂວງອຸດົມໄຊ ປີ2007,ບົດບາດຍິງຊາຍ ທີ່ແຂວງບໍ່ແກ້ວ ປີ2008, ຝຶກອົບຮົມການອອກຈັດ ລາຍການສົດ ທີ່ ນະຄອນຫລວງວຽງຈັນ ປີ2008.ຜ່ານມາແມ່ນພົບ ອຸປະສັກຄື:ການເອົາສຽງສຳພາດ,ການແຕ່ງສະປອດແລະກາບກອນຕ່າງໆ ແລະໃນອານາຄົດນີ້ ແມ່ນຢາກໃຫ້ໂຄງການດຳເນີນຕໍ່ໄປເລື້ອຍໆ ເພາະຈະໄດ້ຝຶກຝົນຕົນເອງ ແລະໃຫ້ໄວຫນຸ່ມຂອງ ພວກເຮົາໄດ້ເຂົ້າຮ່ວມກິດຈະກຳດີໆຕໍ່ໄປ. ຂໍເປີດໃຈວ່າ ຮູ້ສຶກດີໃຈຫລາຍ ທີ່ໄດ້ເຂົ້າຮ່ວມໂຄງການນີ້ ເພາະທາງໂຄງການແມ່ນໄດ້ໃຫ້ໂອກາດດີໆແກ່ພວກນ້ອງມີການຝຶກຝົນຕົນເອງ, ມີຄວາມຮູ້ຄວາມ ສາມາດ ຂໍໃຫ້ດຳເນີນຕໍ່ໄປເລື້ອຍໆເດີ! ຂອບໃຈຫລາຍໆ.
ຊື່ ແລະ ນາມສະກຸນ ທ ອານຸລັກ ສອງຫລ້າ ຊື່ຫລິ້ນ: ໂອນີ່. ທີ່ເກີດບ້ານ: ປ່າສັກ, ທີ່ຢູ່ປັດຈຸບັນ: ບ້ານປ່າສັກ,ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນແຂວງ,ເວລາຫວ່າງ: ຟັງເພັງ, ຂາຍເຄື່ອງຊ່ວຍແມ່, ຫລິ້ນກິລາບານສົ່ງ.
ໃນການເຂົ້າຮ່ວມໂຄງການນີ້ ນ້ອງໄດ້ເຂົ້າຮ່ວມຝຶກອົບຮົມຄື: ເຂົ້າຮ່ວມເຝິກອົບຮົມການວາງແຜນ ແລະ ທັກສະຊີວິດ ຢູ່ວິທະຍຸ ກະຈາຍສຽງແຂວງອຸດົມໄຊເດືອນມັງກອນປີ2010. ສ່ວນອຸປະສັກ ທີ່ຕົນເອງ ພົບພໍ້ ແມ່ນການຂຽນສະປອດ ເພາະຕົນເອງ ແມ່ນຂຽນຍັງ ບໍ່ທັນເກັ່ງສ່ວນໃນອານາຄົດກໍແມ່ນຢາກ ໃຫ້ໂຄງ ການສືບຕໍ່ຕະຫລອດໄປເພາະວ່າ ໂຄງການໄດ້ໃຫ້ ໂອກາດ ແລະ ສ້າງຄວາມສາມາດ ໃຫ້ແກ່ນ້ອງ ຫລາຍຢາກບອກວ່າຮູ້ສຶກດີໃຈສຸດໆເລີຍທີ່ໄດ້ເຂົ້າ ຮ່ວມໃນໂຄງການ ແລະ ພາກພູມ ໃຈທີ່ໄດ້ເປັນສ່ວນຫນຶ່ງຂອງລາຍການວິທະຍຸແຂວງອຸດົມໄຊ.
ຊື່ ແລະ ນາມສະກຸນ ນ ອຳໄພ ແສງດາລາ ຊື່ຫລິ້ນ: ອຳໄພ. ທີ່ເກີດບ້ານ: ແບງຄຳ ເມືອງແບງ ແຂວງອຸດົມໄຊ, ທີ່ຢູ່ປັດຈຸບັນ: ບ້ານປ່າສັກ,ປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນແຂວງ, ເວລາຫວ່າງ: ຟັງເພັງ, ໄປຫລິ້ນ, ຮຽນຫນັງສື(ໂດຍສະເພາະແມ່ນແກ້ເລກ)
ການອອກອາກາດສົດລາຍການດັ່ງກ່າວມາບໍ່ພໍເທົ່າໃດເດືອນ ເພື່ອນໆໄວໜຸ່ມ ແມ່ນມີ ຄວາມສົນໃຈຫຼາຍ ພວກເຮົາ ກໍ່ໄດ້ມີການລົງຕິດຕາມຈັດຕັ້ງກຸ່ມຜູ້ຟັງ ໃນທຸກຕອນ ແລງ ວັນເສົາ ໃນເວລາດຽວທີ່ອອກ ອາກາດສົດ. ອັນໄດ້ ເຮັດໃຫ້ໄວໜຸ່ມຢູ່ ສ.ວ.ດ ແຂວງ, ຢູ່ບັນດາໂຮງຮຽນ ແລະ ຄຸ້ມບ້ານ ມີຄວາມສົນໃຈ ແລະ ໄດ້ມີການສະເໜີ ໃຫ້ທິມງານ ວ່າຢາກມີການຮັບສາຍໜ້າໄມ. ດັ່ງນັ້ນ ທີມງານຈິ່ງໄດ້ເປີດການຮັບສາຍໜ້າ ໄມໃນໄລ ຍະທ້າຍຂອງລາຍການ ອັນໄດ້ເພີ່ມສີສັນ ແລະ ເຮັດໃຫ້ຜູ້ຟັງມີສ່ວນຮ່ວມຫຼາຍຂຶ້ນ.

















No comments:
Post a Comment