
ໂຄງການວິທະຍຸໄວໜຸ່ມ ໄດ້ເລີ່ມມາແຕ່ປີ 2009 ມີທີມງານຮັບຜີດຊອບ ໂຄງການ ປະກອບດ້ວຍ: ວິທະຍຸກະຈາຍສຽງແຂວງວຽງຈັນ. ສູນວັດທະນະທຳເດັກ ແລະ ອຸປະຖຳ ໂດຍອົງການ Unicef ປະຈຳລາວ. ລາຍການນີ້ມີຄວາມຈຳເປັນ ແລະ ສຳຄັນຫຼາຍຕໍ່ເດັກ ແລະ ໄວໜຸ່ມ ເຊິ່ງມັນໄດ້ສ້າງ ຄວາມສາມາດໃຫ້ແກ່ເດັກ-ໄວໜຸ່ມ. ໃນການໂຄສະນາ ສິດທິ ຂອງຕົນເອງ ໂດຍຜ່ານ ວິທະຍຸ ກະຈາຍສຽງແຂວງວຽງຈັນ.

ສິ່ງສຳຄັນຜູ້ໃຫຍ່ມີຄວາມເຂົ້າໃຈ ແລ ະຍອມຮັບຄຳຄິດເຫັນ ຂອງວໜຸ່ມນັບມື້ນັບຫຼາຍຂຶ້ນ ແລະ ຊຸກຍູ້ໃຫ້ເດັກໄດ້ສະແດງອອກຕາມພາລະບົດບາດຂອງຕົນເອງ. ພວກເຂົາມີຄວາມ ສາມາດໃນການ ໂຄສະນາສິດທິເດັກ ແລະອຶ່ນໆ ທີ່ມີຜົນດີຕໍ່ເດັກແລະໄວໜຸ່ມ, ໂດຍສະເພາະແມ່ນບັນຫາສຸຂະພາບ, ຢາເສບຕິດ,ໂລກເອດ,ການຄ້າມະນຸດ,ການຮັກສາສິ່ງ ແວດລ້ອມ, ການຮັກສາວັດທະນະທຳ,ການສຶກສາ, ວຽກງານຈະລາຈອນ, ໄວໜຸ່ມກັບການ ຊົມໃຊ້ເທັກໂນໂລຊີທີ່ທັນສະໄໝ ໃນຍຸກປະຈຸບັນ ແລະ ບັນ ຫາອື່ນໆ.

ພວກເຮົາກໍ່ໄດ້ມີການເລືອກເຟັ້ນເອົານັກຈັດລາຍການວິທະຍຸໄວໜຸ່ມ, ທີ່ບໍ່ສັງກັດໃນອົງ ການໃດໜຶ່ງ ມາຈັດລາຍການວິທະຍຸໄວໜຸ່ມ ໂດຍເນັ້ນໃສ່ຮູບແບບລາຍການວາລະສານໃນຮູບແບບ ໃໝ່ໂດຍເລັງ ໃສ່ທັກສະຊີວິດ ເຂົ້າໄປໃນລາຍການວິທະຍຸ ເຊິ່ງລາຍການດັ່ງກ່າວມັນສ້າງຈຸດສ້າງສັນ ໃຫ້ແກ່ຜູ້ຟັງ ມັນຈະຊ່ວຍ ສ້າງທັກສະຕ່າງໆ ໃຫ້ແກ່ຄົນຟັງ ໂດຍສະເພາະແມ່ນ ເດັກແລະໄວໜຸ່ມ ເພື່ອໃຫ້ເຂົາ ເຈົ້າແກ້ໄຂບັນຫາໃຫ້ຖືກຕ້ອງແລະມັນຍັງເຮັດໃຫ້ຜູ້ຟັງມີສ່ວນຮ່ວມສະແດງຄຳຄິດຄຳເຫັນຂອ ງຕົນ.

ທີມງານນັກຈັດລາຍການ“ເປີດໃຈໄວໜຸ່ມ” ແຂວງວຽງຈັນ
ຊື່ ແລະ ນາມສະກຸນ ທ ແສງຈັນ ຈັນທະວົງ ຊື່ຫລິ້ນ: ຈັນ. ທີ່ເກີດ ບ້ານປາກແຈ້ງ, ທີ່ຢູ່ປັດຈຸບັນ: ບ້ານ ປາກແຈ້າ ເມືອງວຽງຄຳ ແຂວງວຽງຈັນ. ປະຈຸບັນເປັນນັກຮຽນຢູ່ທີ່ ວິທະຍາໄລ ເສດຖະກິດໄຊ ພັດທະນາ. ເວລາຫວ່າງ: ຟັງເພັງ ແລະ ຟັງວິທະຍຸ
ສຳລັບຈັນເອງ ແມ່ນໄດ້ເຂົ້າຈັດລາຍການວິທະຍຸ ມາແຕ່ປີ2009 ສ່ວນວ່າສະພາບການດຳເນີນກິດ ຈະກຳ ແມ່ນດີຫລາຍມີຄວາມ ມ່ວນຊື່ນໃນການເຮັດວຽກເປັນທີມໂດຍສະເພາະເວລາເຂົ້າຈັດ ລາຍການ ແລະ ສຳລັບສິ່ງທີ່ຕົນເອງປະທັບໃຈກໍແມ່ນ ການໄດ້ ລົງສຳພາດຄຳຄິດຄຳເຫັນ ຂອງມວນຊົນ ເພາະ ມັນເປັນສິ່ງທີ່ດີ ໃນການມີສ່ວນຮ່ວມຂອງ ໄວຫນຸ່ມສຳລັບຄວາມຫຍຸ້ງຍາກຂອງຕົນເອງຍັງຂາດ ປະສົບການໃນການຜະລິດລາຍການ ແຕ່ກໍຈະພະຍາຍາມເຮັດໃຫ້ ດີທີ່ສຸດ ແລະ ສຳລັບໂຄງການນີ້ ດີຫລາຍ ທີ່ໃຫ້ຊີວິດໃຫມ່ແກ່ເດັກກໍວ່າໄດ້ແລະຢາກໃຫ້ໂຄງການຢູ່ຄູ່ກັບເດັກແລະໄວຫນຸ່ມ ຕະຫລອດໄປເພື່ອໃຫ້ພວກເຮົາໄດ້ສະແດງຄວາມຄິດເຫັນອອກສູ່ສັງຄົມ ລວມທັງ ການໃຫ້ສະລະ ແລະຄວາມບັນເທີງ ແກ່ຜູ້ຟັງອີກດ້ວຍ.
ຊື່ ແລະ ນາມສະກຸນ ທ ພຸດຕາວັນ ໄຊຍະວົງ ຊື່ຫລິ້ນ: ພຸດ. ທີ່ເກີດບ້ານ: ນາເຄືອ ທີ່ຢູ່ປັດຈຸບັນ: ບ້ານາເຄືອ. ປະຈຸບັນເປັນນັກຮຽນຢູ່ ໂຮງຮຽນມັດທະຍົມສົມບູນປາກແຈ້ງ. ເວລາຫວ່າງ: ຫລິ້ນກິລາ, ຟ້ອນ,ຟັງເພັງ. ຕົນເອງໄດ້ເລີ່ມເຂົ້າເປັນນັກຈັດລາຍການແຕ່ປີ2009 ເປັນຕົ້ນມາແລະໄດ້ເຂົ້າຮ່ວມ ການຝຶກອົບຮົມຕັດ ຕໍ່ສຽງຢູ່ທີ່ແຂວງວຽງຈັນປີ 2009 ນ້ອງເອງແມ່ນມີຄວາມຮູ້ສືກດີໃຈຫລາຍ ທີ່ໄດ້ເຂົ້າຮ່ວມໂຄງການນີ້ ສ່ວນສິ່ງທີ່ປະທັບໃຈແມ່ນຕົນເອງໄດ້ຮ່ວມຈັດທຳລາຍການວິທະຍຸ, ອຸປະສັກກໍຄົງຈະແມ່ນພວກນ້ອງ ຍັງເປັນນັກຮຽນຢູ່ເລີຍມີຄວາມຫຍຸ້ງຍາກ ທາງດ້ານໂມງເວລາຂອງການ ອັດ ລາຍການ.ແລະໃນ ອານາຄົດ ແມ່ນຢາກໃຫ້ ລາຍການ ເປີດໃຈໄວຫນຸ່ມຢູ່ຄູ່ກັບແຂວງວຽງຈັນຕະຫລອດໄປ.
ຊື່ ແລະ ນາມສະກຸນ ທ ສອນທະວີ ສຸລິເວດ .ທີ່ເກີດບ້ານ: ໂນນສະຫວ່າງ, ທີ່ຢູ່ປັດຈຸບັນ: ບ້ານໂນນສະຫວ່າງປະຈຸບັນເປັນນັກຮຽນຢູ່ ໂຮງຮຽນ ມັດທະຍົມສົມບູນໂພນຫມີ, ເວລາຫວ່າງ: ຟ້ອນ, ເລົ່ານິທານ. ຂໍເປີດໃຈວ່າຮູ້ສຶກດີໃຈທີ່ໄດ້ຮ່ວມກິດຈະກຳກັບ ຫມູ່ເພື່ອນຫລາຍຂຶ້ນ ວ່າລຸ້ນອ້າຍຫລືລຸ້ນເອື້ອຍ ແລະ ລຸ້ນດຽວກັນ ນັບແຕ່ຈັດລາຍການມາເຖິງ ວັນນີ້ ແມ່ນປະທັບໃຈ ໃນການເຜີຍແຜ່ ຂໍ້ມູນຂ່າວສານ ໃຫ້ກັບຄົນອື່ນໄດ້ ຮູ້ໂດຍສະເພາະເພື່ອນໆໄວ ຫນຸ່ມນຳກັນ ບໍ່ວ່າຈະຢູ່ໃນທ້ອງຖິ່ນກໍຕາມ ສ່ວນໃນ ອະນາຄົດແມ່ນຢາກໃຫ້ດຳເນີນລາຍການນີ້ໄປເລື້ອຍໆ.
ຊື່ ແລະ ນາມສະກຸນ ນ ຈັນທະຈອນ ພິມມະສອນ . ທີ່ເກີດບ້ານ: ໂພນຫມີ, ທີ່ຢູ່ປັດຈຸບັນ: ບ້ານໂພນຫມີ. ປະຈຸບັນເປັນນັກຮຽນຢູ່ ໂຮງຮຽນມັດ ທະຍົມສົມບູນໂພນຫມີ, ເວລາຫວ່າງ: ຫລິ້ນກິລາ, ຟ້ອນ.
ສະພາບການດຳເນີນແຕ່ລະໄລຍະກໍໄດ້ປະຕິບັດຕາມທີ່ຜູ້ນຳພາມອບ ຫນາຍໃຫ້,ສິ່ງທີ່ປະທັບໃຈ ກໍແມ່ນຕົນເອງໄດ້ຮ່ວມຈັດລາຍການ ກັບຫມູ່ເພື່ອນ ທີມງານແລະຕົນເອງກໍເປັນDJໃນລາຍການ ເປີດໃຈໄວຫນຸ່ມ ແລະ ໃນອານາຄົດແມ່ນຢາກໃຫ້ລາຍ ການນີ້ຢູ່ຄູ່ກັບ ແຂວງວຽງຈັນ ຕະຫລອດໄປ...
ຊື່ ແລະ ນາມສະກຸນ ນ ດວງຈັນ ຖາວອນ ຊື່ຫລິ້ນ: ດວງ. ທີ່ເກີດບ້ານ: ໂພນຫມີ, ທີ່ຢູ່ປັດຈຸບັນ: ບ້ານໂພນຫມີໃຕ້. ປະຈຸບັນເປັນນັກຮຽນຢູ່ ໂຮງຮຽນມັດທະຍົມສົມບູນໂພນຫມີ, ເວລາ ຫວ່າງ: ອ່ານປຶ້ມ ແລະ ຫລິ້ນກິລາ. ນ້ອງມີຄວາມປະທັບໃຈຫລາຍຢ່າງ ໃນການຈັດທຳລາຍ ການວິທະຍຸກໍຄື: ມີຄວາມຮູ້ທາງດ້ານການ ຈັດລາຍການ, ສາລະຕ່າງໆ ແຕ່ກໍພົບຄວາມຫຍຸ້ງຍາກບາງຢ່າງ ເຊັ່ນ:ເວລາທີ່ໄປເອົາສຽງສຳພາດ ກໍຍັງບໍ່ທັນໄດ້ດີ,ຂ່າວ ກໍຂຽນ ຍັງບໍ່ທັນໄດ້ດີເທື່ອ.ສ່ວນວ່າ ໃນອານາຄົດຢາກຈະໃຫ້ມີຄວາມກ້າວ ຫນ້າຂຶ້ນຫລາຍກວ່ານີ້ ແລະ ຢາກໃຫ້ ວິທະຍຸແຫ່ຊາດ ລົງມາຝຶກອົບຮົມໃຫ້ອີກ ເພາະຢາກໃຫ້ເນັ້ນສຽງ ສຳພາດ ແລະ ການຂຽນຂ່າວ ຈາກມື້ເລີ່ມຕົ້ນ ມາເຖິງວັນນີ້ ນ້ອງມີຄວາມຮູ້ສຶກດີໃຈຫລາຍທີ່ໄດ້ມາ ຈັດລາຍການ ວິທະຍຸ ແລະນ້ອງກໍຈະຕັ້ງໃຈເຮັດໃຫ້ດີຂຶ້ນໄປເລື້ອຍໆ.
ຊື່ ແລະ ນາມສະກຸນ ນ ຈັນທິດາ ສຸວັນດີ ຊື່ຫລິ້ນ: ນ້ຳເຜິ້ງ, ທີ່ເກີດບ້ານ:ໂພນຫມີເຫນືອ , ເມືອງວຽງຄຳ. ທີ່ຢູ່ປັດຈຸບັນ: ບ້ານໂພນຫມີເຫນືອ ແຂວງວຽງຈັນ. ປະຈຸບັນເປັນນັກຮຽນຢູ່ ໂຮງຮຽນມັດທະຍົມ ສົມບູນໂພນຫມີ, ເວລາຫວ່າງ: ຟ້ອນ, ຮ້ອງເພັງ,ຖັກແລນ ແລະອ່ານປຶ້ມຕ່າງໆ.
ເປັນນັກຈັດລາຍການມາແຕ່ປີ2009ກໍພົບຄວາມຫຍຸ້ງຍາກເຊັ່ນ : ນ້ອງເອງຍັງເປັນນັກຮຽນຢູ່ ບາງຄັ້ງການຮຽນກໍມາຕິດຂັດ ການການອັດລາຍການ ສ່ວນຄວາມປະທັບໃຈ ກໍແມ່ນປະທັບໃຈ ທີ່ຕົນເອງສາມາດເຮັດໄດ້ສໍ່ານີ້ ເພາະວ່າ ຕົນເອງບໍ່ເຄີຍອັດ ສຽງອອກວິທະຍຸຈັກເທື່ອ ສ່ວນສະພາບການດຳເນີນກິດຈະກຳຜ່ານມາ ກໍເຫັນວ່າເຮັດໄດ້ດີ ແຕ່ນັກຈັດລາຍການບາງຄົນ ກໍຍັງບໍ່ທັນ ເອົາໃຈໃສ່ປານໃດ ໃນອານາຄົດ ແມ່ນຢາກໃຫ້ລາຍການດີຂຶ້ນໄປເລື້ອຍໆ.
ຊື່ ແລະ ນາມສະກຸນ ນ ວັນມະນີ ສູນສະຫວັດ. ທີ່ເກີດບ້ານ: ທ່ານາເມືອງຫາດຊາຍຟອງ ນະຄອນຫລວງ. ທີ່ຢູ່ປັດຈຸບັນ: ບ້ານໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ. ປະຈຸບັນ ເປັນນັກຮຽນຢູ່ ໂຮງຮຽນມັດທະຍົມສົມບູນໂພນຫມີ, ເວລາຫວ່າງ: ຟ້ອນ,ຖັກແລ້ນ...ນ້ອງເອງມີຄວາມຮູ້ສຶກດີໃຈຫລາຍທີ່ໄດ້ ມີສ່ວນຮ່ວມ ໃນໂຄງການ ນີ້ ນ້ອງບໍ່ເຄີຍຄິດເລີຍວ່າ ນ້ອງຊິໄດ້ມາ ເປັນນັກຈັດລາຍ ການຄື ທຸກວັນນີ້ ດັ່ງນັ້ນນ້ອງຈະເຮັດມັນໃຫ້ດີ ທີ່ສຸດ ເຖິງວ່າຈະພົບ ອຸປະສັກ ພວກເຮົາກໍສາມາດເຮັດສຳເລັດ, ໃນອະນາຄົດແມ່ນຢາກໃຫ້ ລາຍການພັດທະນາໄປເລື້ອຍໆ

ຊື່ ແລະ ນາມສະກຸນ ນ ພອນສະຫວັນ ແສງດວງຈັນ. ທີ່ເກີດບ້ານ: ໂນນສະຫວ່າງ, ທີ່ຢູ່ປັດຈຸບັນ: ບ້ານໂນນສະຫວ່າງ, ປະຈຸບັນເປັນນັກຮຽນຢູ່ ໂຮງຮຽນມັດທະຍົມສົມບູນໂພນຫມີ. ເວລາຫວ່າງ: ຫລິ້ນຄອມ, ຟັງເພັງ.
ເລີ່ມຈັດມາແຕ່ປີ2009ປະທັບໃຈທີ່ໄດ້ເຮັດຫລາຍຢ່າງ ທີ່ບໍ່ເຄີຍໄດ້ ເຮັດ ສ່ວນອຸປະສັກ ກໍຄືຂ່າວຫລືສຽງສຳພາດທີ່ຍັງພົບບັນຫາ ສະນັ້ນຢາກໃຫ້ມີການຝຶກອົບຮົມອີກເພື່ອ ຮຽນຮູ້ການຂຽນ ສະກິບແລະບົດເລື່ອງ. ຂໍຂອບ ໃຈໂຄງການນີ້ຫລາຍໆທີ່ໄດ້ເຮັດ ໃຫ້ພວກນ້ອງ ມີກິດຈະກຳດີໆໄດ້ຮ່ວມກັນເຮັດແລະມ່ວນຊື່ນ.

ຊື່ ແລະ ນາມສະກຸນ ນ ສຸລິສາ ສຸລິເວດ ຊື່ຫລິ້ນ: ສັ້ນ. ທີ່ເກີດບ້ານ: ໂນນສະຫວ່າງ. ທີ່ຢູ່ປັດຈຸບັນ: ບ້ານໂນນສະຫວ່າງ, ປະຈຸບັນເປັນນັກຮຽນ ຢູ່ໂຮງຮຽນມັດທະຍົມສົມບູນໂພນຫມີ.ເວລາຫວ່າງ: ຟ້ອນ, ຮ້ອງເພັງ ແລະຖັກແລ້ນ. ການດຳເນີນກິດຈະກຳ ແຕ່ລະໄລຍະຂອງ ຕົນເອງ ແມ່ນມີຄວາມປະທັບໃຈ ທີ່ຕົນເອງ ສາມາດເຮັດໄດ້ສໍ່ານີ້ ເຖິງວ່າຈະມີຄວາມ ຫຍຸ້ງຍາກໃນການຮຽນ ເລັກນ້ອຍ ແຕ່ກິດຈະກຳການຜະລິດລາຍການ ວິທະຍຸ ກໍດຳເນີນໄປດ້ວຍດີ ສະນັ້ນ ໃນອານາຄົດ ແມ່ນຢາກໃຫ້ລາຍການ ດຳເນີນໄປຕະຫລອດເ ພາະວ່າໂຄງການນີ້ເຮັດໃຫ້ນ້ອງມີຄວາມພາກພູມ ໃຈຫລາຍທີ່ໄດ້ເຂົ້າເປັນສະ ມາຊິກຂອງລາຍການເປີດໃຈໄວຫນຸ່ມແຂວງ ເພາະລາຍການນີ້ມັນ ເຮັດໃຫ້ຜູ້ທີ່ ເຂົ້າເປັນສະມາຊິກມີຄວາມສາມາດຫລາຍດ້ານ.
ຊື່ ແລະ ນາມສະກຸນ ນ ລັດດາວັນ ປະຖຳມະວົງ ຊື່ຫລິ້ນ: ປຸ. ທີ່ຢູ່ປັດຈຸບັນ: ບ້ານໂພນຫມີ. ປະຈຸບັນເປັນນັກຮຽນຢູ່ ໂຮງຮຽນມັດທະຍົມສົມບູນ ໂພນຫມີ, ເວລາຫວ່າງ: ຟ້ອນ, ຮ້ອງເພັງ ຫລິ້ນກິລາເຕະບານ. ຜ່ານຈາກການເປັນນັກຈັດລາຍການມາໃນໄລຍະຫນຶ່ງ ແມ່ນມີຄວາມ ປະທັບໃຈຫລາຍອັນ ໂດນສະເພາະ ແມ່ນການເຮັດ ວຽກຮ່ວມກັບຫມູ່ ເພື່ອນຫລາຍຄົນ ແລະໄດ້ເຜີຍແຜ່ສິ່ງທີ່ດີ ໃຫ້ກັບໄວຫນຸ່ມ ກໍຄືສັງຄົມໄດ້ ຮັບຮູ້ ແລະໃນອານາຄົດ ແມ່ນຢາກ ໃຫ້ລາຍການ ເປີດໃຈໄວຫນຸ່ມນີ້ ຢູ່ຄູ່ກັບພວກເຮົາຕະຫລອດໄປ ເພື່ອຈະຊ່ວຍເຫລືອສັງຄົມໄດ້ ບໍ່ຫລາຍກໍຫນ້ອຍ,ແລະຕົນ ດອງ ກໍແມ່ນມີຄວາມຮູ້ສຶກດີໃຈຫລາຍ ຮູ້ສຶກວ່າ ຕົນເອງ ໄດ້ຢູ່ໃກ້ຊິດ ກັບພໍ່ແມ່ປະຊາຊົນ ແລະໄວຫນຸ່ມ, ແລະຄວາມສຸກ ອີກອັນຫນຶ່ງ ກໍຄືການໄດ້ຮ່ວມງານກັບສະມາຊິກ ລຸ້ນດຽວກັນ ຫລືລຸ້ນອ້າຍ ລຸ້ນເອື້ອຍທີ່ມີປະສົບການສູງ. ......
....ນອກນີ້ຍັງມີອີກຫລາຍໆຄົນໃນທີມງານວິທະຍຸໄວໜຸ່ມແຂວງວຽງຈັນເດີ້...



ລາຍການ ເປີດໃຈໄວຫນຸ່ມແຂວງວຽງຈັນ ໄວຫນຸ່ມທີ່ຕິດຕາມຮັບຟັງລາຍການໄດ້ໃຫ້ຄວາມສົນໃຈຫລາຍ ເຫັນໄດ້ຈາກການສົ່ງຈົດຫນາຍແຮງໃຈມາເຖິງທີມງານ, ມີສ່ວນຮ່ວມໃນການສົ່ງຂໍ້ມູນຂ່າວ ສານອອກອາກາດ, ຮ່ວມຕອບບັນຫາກ່ຽວກັບໄວຫນຸ່ມ ແລະວັນສຳຄັນຕ່າງໆຂອງຊາດ ໂດຍຜ່ານການຖາມຕອບຈາກການຮັບສາຍຫນ້າໄມ ເຊິ່ງມັນເປັນບັນຍາກາດທີ່ສ້າງຄວາມຕິດໃຈແລະຢາກມີສ່ວນຮ່ວມຂອງ ຜູ້ຟັງເພາະລາຍການຂອງພວກເຮົາໄດ້ໃຊ້ຮູບແບບຈັດສົດທຸກໆເທື່ອ ເລີຍ.ສ່ວນນັກຈັດລາຍການແມ່ນຈະມີການພັດປ່ຽນກັນໃນແຕ່ລະອາທິດສ່ວນ ບາດກ້າວທຳອິດກ່ອນທີ່ຈະມີລາຍການອອກອາກາດ ກໍຍ້ອນທາງອົງການຢູນິເຊັບໄດ້ໃຫ້ການຊ່ວຍເຫລືອ ສະຫນັບສະຫຫນູນດ້ານວິຊາການແລະການຝຶກອົບຮົມຕ່າງໆໃຫ້ກັບນັກຈັດ ລາຍການໄວຫນຸ່ມ

ລາຍການເປີດໃຈໄວຫນຸ່ມແຂວງວຽງຈັນ ອອກອາກາດ ວັນຈັນ ແລະ ວັນສຸກ ເວລາ 09:30-10:00 ກະຈາຍໃນຄື້ນ FM 100 Mhz ອອກອາກາດ ຄັ້ງທຳອິດ ແມ່ນວັນທີ 03 ສິງຫາ 2009 ແລະດຳເນີນ ມາເຖິງທຸກວັນນີ້. ແລະນອກຈາກນັ້ນ ກໍໄດ້ລົງຊຸມ ຊົນເພື່ອເຮັດ ການໂຄສະນາ ຕ່າງໆເຊັ່ນ: ພະຍາດທີ່ເກີດ ພາຍຫລັງນ້ຳຖ້ວມ, ພະຍາດໄຂ້ຫວັດໃຫຍ່ສາຍພັນໃຫມ່ ແລະອື່ນໆ. ພ້ອມດຽວກັນນັ້ນ ເວລາທີ່ລົງເຄື່ອນໄຫວຊຸມຊົນພວກເຮົາກໍໄດ້ມີການສຳພາດ,ຂຽນຂ່າວ ເພື່ອນຳເອົາມາອອກອາກາດ.
... ຂອບໃຈທຸກທ່ານທີ່ໃຫ້ໂອກາດແກ່ພວກເຮົາ....
ຂອບໃຈອົງການ Unicef, ວິທະຍຸແຫ່ງຊາດລາວ, ສູນວັດທະນະທຳເດັກສູນກາງ ທີ່ໄດ້ຊ່ວຍເຫລືອທັງງົບປະມານ, ອຸປະກອນ ແລະ ວິຊາການ...

ຂອບໃຈທີ່ໃຫ້ໂອກາດ ແລະ ຢ່າລືມຕິດຕາມ....ພວກເຮົາເດີ້...
No comments:
Post a Comment