ໃນການຜະລິດລາຍການ ວິທະຍຸສຳລັບເດັກ-ໄວໜຸ່ມນີ້ ເດັກນ້ອຍຂອງພວກເຮົາກໍ່ຍັງໄດ້ເປັນຕົວແທນໃຫ້ເດັກທົ່ວປະເທດ ໄປຮ່ວມກອງປະຊຸມນ້ຳໂລກ ທີ່ປະເທດ ແມັກຊິໂກ ໃນປີ2005-2006 ໂດຍແມ່ນ ທ້າວແຫັບປີ້ ສີສົມພອນ ຜູ້ໄປຮ່ວມ ແລະ ໃນປີ2006-2007 ນາງ ດາວວະດີ ທີ່ປະເທດຝັ່ຣງເສດ ທ້າວແຫັຍປີ້ທີ່ປະເທດຢີປຸ່ນ ແລະ ໄດ້ໄປທັດສະນະທີ່ປະເທດໄທອີກດ້ວຍ.
ຊື່ ແລະ ນາມສະກຸນ ນາງ ສຸດທິດາ ສີປະເສີດ. ທີ່ເກີດ ບ້ານນາກົກ, ທີ່ຢູ່ປັດຈຸບັນ ບ້ານນາກົກໂພ, ເປັນນັກສຶກສາຢູ່ໂຮງຮຽນ ສ້າງຄູສາລະວັນ, ເວລາຫວ່າງ: ເຮັດວຽກເຮືອນ,
ເປັນນັກຈັດລາຍການມາແຕ່ທ້າຍປີ 2004 ການດຳເນີນກິດຈະກຳເຫັນວ່າມີຫມູ່ຄູໃນທີມງານແມ່ນເປັນກັນເອງ ການເຮັດຈະກຳໃນເບື້ອງຕົ້ນພົບຄວາມຫຍຸ້ງຍາກ ເພາະເປັນຄັ້ງທຳອິດໂດຍບໍ່ເຄີຍຮຽນຢູ່ໃສມາກ່ອນ ແລະ ເຄີຍເຂົ້າເຝິກອົບຮົມການໃຊ້ທັກສະຊີວິດເຂົ້າໃນການຜະລິດລາຍການວິທະຍຸ ການໃຊ້ເຄື່ອງສຽງ , ການຈັດລາຍການສົດ ແລະ ນອກນັ້ນກໍ່ໄດ້ເຂົ້າຮ່ວມກອງປະຊຸມທີ່ ທ່າລາດ ແຂວງວຽງຈັນ.
ຊື່ ແລະ ນາມສະກຸນ ນາງ ສຸດຕາ ຫລ່ຳມີໄຊ, ທີ່ເກີດ ບ້ານ ນາຂ້ອຍສາວ,ທີ່ຢູ່ປັດຈຸບັນບ້ານ ນາຂ້ອຍສາວ, ເປັນນັກສຶກສາຢູ່ໂຮງຮຽນສ້າງຄູສາລະວັນ; ເວລາຫວ່າງ: ຟັງວິທະຍຸ. “ນັກຈັດລາຍວິທະຍຸເປັນຄວາມໄຝ່ຝັນຂອງນ້ອງ” ແລະ ນ້ອງເອງກໍ່ໄດ້ຖືກຄັດເລືອກເປັນນັກຈັດລາຍການວິທະຍຸ ຢູ່ທີ່ ສະຖານີວິທະຍຸ ແຂວງ ສາລະວັນ ໃນປີ 2004 ເປັນຄັ້ງທຳອິດ, ເປັນໂຄງການຫນຶ່ງທີສ້າງໂອກາດໃຫ້ແກ່ເດັກ ແລະ ໄວຫນຸ່ມ,ເຊິ່ງເປັນເວລາ 5 ປີກວ່າກໍ່ໄດ້ຮັບຜົນສຳເລັດ. ສຳລັບໂຄງການນີ້ຍັງໄດ້ສ້າງໂອກາດໃຫ້ນ້ອງໄດ້ເຝິກຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດຫລາຍດ້ານເຊັ່ນ: ທັກສະການເວົ້າ, ການພັດທະນາຕົນເອງ ນອກນັນ ຍັງໄດ້ເຝິກອົບຮົມຢູ່ຕ່າງແຂວງ ແລະ ພາຍໃນແຂວງຄື : ແຂວງ ຈຳປາສັກ ໃນຫົວຂໍ້” ບົດບາດຍິງຊາຍ ”, ແຂວງ ນະຄອນຫລວງ ຢູ່ທີ່ ວິທະຍຸແຫ່ງຊາດ ໃນຫົວຂໍ້ ” ການຈັດລາຍການສົດ ”.
ຊື່ ແລະ ນາມສະກຸນ ທ້າວ ນິພະກອນ ຫລອຍແພງເຜົ່າ,ທີ່ເກີດ ບ້ານວັດກາງ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ວັດກາງ, ເປັນນັກຮຽນຢູ່ໂຮງຮຽນມັດທະຍົມສຶກສາສົມບູນ ສາລະວັນ.ເວລາຫວ່າງ: ຊ້ອມຟ້ອນ, ເຮັດວຽກເຮືອນພໍ່ແມ່.
ນ້ອງເອງເປັນນັກຈັດລາຍການ ມາແຕ່ປີ2007 ທີ່ຜ່ານມາການດຳເນີນກິດຈະກຳແມ່ນດີຫລາຍໂດຍສະເພາະເວລາຈັດລາຍການຮ່ວມກັນເປັນທີມງານ, ສິ່ງທີປະທັບໃຈແມ່ນການໄປສຳພາດແຕ່ບາງຄັ້ງການເຮັດວຽກ ກໍ່ມີອຸປະສັກເຊັ່ນ: ເວລາລົງໄປສຳພາດບາງຄົນ ກໍ່ບໍ່ໃຫ້ຄວາມຮ່ວມມື ເຊິ່ງສົ່ງຜົນສະທ້ອນໃຫ້ ວຽກງານ ຊັກຊ້າ ມາຮອດນີ້ກໍ່ແມ່ນຮອດຕອນເປີດໃຈແລ້ວ ນ້ອງເອງກໍ່ເປັນຜູ້ຫນຶ່ງ ທີໄດ້ໂອກາດດີໆຈາກອົງການຢູນິເຊັບທີໃຫ້ໂອກາດໃນສິ່ງທີຕົນບໍ່ເຄີຍເຮັດເຊິ່ງມັນເປັນປະສົບການທີດີຫລາຍ.
ຊື່ ແລະ ນາມສະກຸນ ທ້າວ ບິນລີ້ ພົດຈະເລີນ,ທີ່ກີດ ບ້ານນາກົກໂພ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ນາກົກໂພ,ເປັນນັກຮຽນຢູ່ໂຮງຮຽນມັດທະຍົມສຶກສາສົມບູນ ອົງແກ້ວ,ເວລາຫວ່າງ: ຫລິ້ນກິລາ.
ເປັນນັກຈັດລາຍການແຕ່ປີ 2007 ເປັນຕົ້ນມາ ການດຳເນີນກິດຈະກຳໃນລະໄລຍະເຖິງວ່າຈະຫຍຸ້ງຍາກໃນການລົງເກັບກຳ ຂໍ້ມູນ ເພື່ອມາຜະລິດລາຍການແຕ່ກໍ່ດຳເນີນໄປດ້ວຍດີ ແລະ ໃນທີມງານຂອງພວກເຮົາກໍ່ແມ່ນຍັງຮຽນຫນັງສືຢູ່ ການນັດພົບແມ່ນມີຄວາມຫຍຸ້ງຍາກຫລາຍ ບາງຄົນກໍ່ຄາວຽກຢູ່ໂຮງຮຽນ. ທີ່ຜ່ານມາເຄີຍໄດ້ເຂົ້າເຝິກອົບຮົມການຮຽນຮູ້ທັກສະຊີວິດ, ການນຳໃຊ້ເຄື່ອງສຽງໂດຍແມ່ນທີມງານຈາກຢູນິເຊັບ ແລະ ສ.ວ.ດສູນກາງໄດ້ລົງມາຈັດ ແລະ ໄດ້ໄປເຝິກອົບຮົມຢູ່ຕ່າງແຂວງອີກດ້ວຍ
ຊື່ ແລະ ນາມສະກຸນ ນາງ ສຸດາພອນ ກົງສອນ. ທີ່ເກີດ ບ້ານວັດກາງ,ທີ່ຢູ່ປັດຈຸບັນບ້ານ: ບ້ານ ວັດກາງ, ເປັນນັກຮຽນຢູ່ໂຮງຮຽນມັດທະຍົມສຶກສາສົມບູນ ສາລະວັນ, ເວລາຫວ່າງ: ຊ່ວຍວຽກເຮືອນ. ເປັນນັກຈັດລາຍການແຕ່ປີ 2007 ແມ່ນໄດ້ຈັດຮ່ວມກັບເພື່ອນຫລາຍຄົນ ສະພາບດຳເນີນກິດຈະກຳແມ່ນມີຄວາມຫຍຸ້ງຍາກຫລາຍແຕ່ກໍ່ພູມໃຈທີໄດ້ເຮັດວຽກເປັນທີມງານ ລ້ວນແລ້ວແຕ່ມີຄວາມເອົາໃຈໃສ່ເປັນຢ່າງດີ. ນ້ອງເອງກໍ່ເຄີຍເຂົ້າຮວ່ມເຝິກອົບຮົມຫລາຍຄັ້ງເປັນຕົ້ນກໍ່ແມ່ນການນຳໃຊ້ທັກສະຊີວິດ, ອົບຮົມກ່ຽວກັບການນຳໃຊ້ເຄື່ອງສຽງ ແລະ ປັບປຸງວຽກງານການເຄື່ອນໄຫວຊຸມຊົນໃຫ້ແກ່ໄວຫນຸ່ມ ມາຮອດນີ້ຂໍເປີດໃນວ່າຕົນເອງກໍ່ແມ່ນຜູ້ຫນຶ່ງທີໄດ້ຮັບໂອກາດດີໆຈາກອົງການຢູນິເຊັບ ແລະ ຫມູ່ເພື່ອນຫລາຍໆຄົນ ກໍ່ຄົງຈະແຕກຕ່າງກັນທີໄດ້ຮັບສິ່ງດີໆແບບນີ້ ເຊິ່ງມັນເປັນສິ່ງທີຫນ້າພາກພູມໃຈທີໄດ້ເຮັດໃນສິ່ງທີບໍ່ເຄີຍເຮັດມາກ່ອນ ແລະ ມັນກໍ່ເປັນປະສົບການໃນຊີວິດ.
ຊື່ ແລະ ນາມສະກຸນ ນາງ ພຸດສະດີ. ທີ່ເກີດ ບ້ານນາແພງໃຫຍ່, ທີ່ຢູ່ປັດຈຸບັນບ້ານ: ບ້ານ ຫຼັກສອງ,ເປັນນັກຮຽນຢູ່ໂຮງຮຽນ ມັດທະຍົມສຶກສາສົມບູນ ສາລະວັນ, ເວລາຫວ່າງ: ຟ້ອນ.
ເລີ່ມແຕ່ປີ 2007 ທີມງານຮັບຜີດຊອບຂອງໂຄງການເຊິ່ງປະກອບມີ ພະແນກຖະແຫຼ່ງຂ່າວ ແລະ ວັດທະນະທຳ, ພະແນກສາທາແຂວງ, ສະຖານີວິທະຍຸ-ໂທລະພາບ ເຊິ່ງໃຫ້ການອຸປະຖຳໂດຍອົງການ ຢູນິເຊັບປະຈຳລາວ. ການດຳເນີນກິດຈະກຳເຫັນວ່າດີຫຼາຍ ຖືກວ່າເປັນການສ້ງຄວາມສາມາດໃຫ້ແກ່ເດັກ-ໄວໜຸ່ມ ທີ່ໄດ້ເຄື່ອນໄຫວໂຄສະນາສິດທິຂອງຕົນ ໂດຍສະເພາະແມ່ນເຮັດກິດຈະກຳນຳຊຸມຊົນ ແລະ ຜ່ານວິທະຍຸກະຈາຍສຽງ....
ຊື່ ແລະ ນາມສະກຸນ ທ້າວ ຈອນນີ ພົດຈະເລີນ,ທີ່ກີດ ບ້ານນາກົກໂພ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ນາກົກໂພ,ເປັນນັກຮຽນຢູ່ໂຮງຮຽນ ມັດທະຍົມສຶກສາສົມບູນ ອົງແກ້ວ, ເປັນນັກຈັດລາຍການເດັກຍຸກໃໝ່ມາແຕ່ປີ 2007 ການດຳເນີນການເປັນຕົ້ນແມ່ນການຈັດລາຍການຫຍຸ້ງ ຍາກຫຼາຍ ແຕ່ມັນກໍ່ເປັນສິ່ງທີ່ທ້າທາຍ. ສິ່ງທີ່ປະທັບໃຈແມ່ນ ການໄດ້ເຮັດວຽກເປັນທີມງານ, ສຳພາດເອົາຂໍ້ມູນມາຂຽນເປັນບົດ ເພື່ອອອກລາຍການ. ນ້ອງເອງໄດ້ເຂົ້າຮ່ວມເຝິກອົບຮົມຢູ່ສະນີວິທະຍຸກະຈ¾¨ສຽງແຂວງ 2ຄັ້ງແມ່ນກ່ຽວກັບການສຳພາດ ແລະ ການຈັດລາຍການທາງວິທະຍຸ, ສຳລັບຕ່າງແຂວງ ແມ່ນເຝິກຢູ່ຈຳປາສັກ ກ່ຽວກັບບົດບາດຍິງຊາຍ, ຢູ່ທີ່ທ່າລາດ ແຂວງວຽງຈັນ ໃນແຕ່ລະຄັ້ງທີ່ໄປ ຖືໄດ້ວ່າເປັນບົດຮຽນອັນລ້ຳຄ່າໄດ້ແລກປ່ຽນບົດຮຽນກັບໝູ່ຫຼາຍຄົນ.
ຊື່ ແລະ ນາມສະກຸນ ທ້າວ ສຸກສະຫວັດ ສີເມືອງຄຸນ. ທີ່ເກີດ ບ້ານນາກົກໂພ,ທີ່ຢູ່ປັດຈຸບັນບ້ານ: ຫລັກ2, ເປັນນັກຮຽນຢູ່ໂຮງຮຽນ ມັດທະຍົມຫລັກ2, ເວລາຫວ່າງ: ຫລິ້ນກິລາ ຫລິ້ນດົນຕີ.
ເປັນນັກຈັດລາຍການມາແຕ່ປີ 2006ການຈັດລາຍການແມ່ນມີຄວາມຫຍຸ້ງຍາກຫຼາຍ ເພາະບໍ່ເຄີຍເຮັດມາກ່ອນແຕ່ກໍ່ມັກເພາະມັນເປັນສິ່ງທີ່ທ້າທາຍດີ, ແລະ ສີ່ງທີ່ມັກທີ່ສຸດນັ້ນຄືການໄດ້ລົງເຄື່ຶºນໄຫວວຽກງານຊຸມຊົນ ມັກໃນການສຳພາດພໍ່ແມ່ປະຊາຊົນ ແລະ ໝູ່ເພື່ອຕາມໂຮງຮຽນ, ມ່ວນຫຼາຍໃນການເຮັດວຽກເປັນທີມ. ນ້ອງເອງໄດ້ເຂົ້າຮ່ວມເຝິກອົບຮົມຢູ່ທີ່ແຂວງຕົນເອງ 2ຄັ້ງ ເວົ້າເຖິງການສຳພາດ
ແລະ ຈັດລາຍການ, ການນຳໃຊ້ເຄື່ອງອັດສຽງ.
ຊື່ ແລະ ນາມສະກຸນ ນາງ ອິນທະຫວາ ອິນທະບຸນເຮືອງ, ທີ່ເກີດ ບ້ານວັດກາງ,ທີ່ຢູ່ປັດຈຸບັນບ້ານ: ບ້ານ ວັດກາງ,ເປັນນັກຮຽນຢູ່ໂຮງຮຽນ ມັດທະຍົມສົມບູນສາລະວັນ,ເວລາຫວ່າງ: ຊ່ວຍແມ່ຄ້າຂາຍ. ເປັນນັກຈັດລາຍການມາຮູ້ສຶກດີໃຈ ແລະປະທັບໃຈທີ່ໄດ້ເຂົ້າຮ່ວມ ເພາະເຮັດໃຫ້ນ້ອງຮຽນຮູ້ຫລາຍຢ່າງເຊັ່ນ: ການຂນຂ່າວ, ຂຽນສະຄິບ ແລະນ້ອງຮູ້ສຶກປະທັບໃຈທີ່ສຸດ ໃນເວລາທີ່ລົງເຄື່ອນໄຫວຊຸມຊົນ ເພາະພໍ່ແມ່ປະຊາຊົນໃຫ້ຄວາມສົນໃຈ, ໃຫ້ຄວາມມ່ວມມືດີຫລາຍ.
ຊື່ ແລະ ນາມສະກຸນ ທ້າວ ທ່ອນແກ້ວ ອຸປະສິດ, ທີ່ເກີດ ບ້ານວັດກາງ,ທີ່ຢູ່ປັດຈຸບັນບ້ານ: ວັດກາງ,ເປັນນັກຮຽນຢູ່ໂຮງຮຽນມັດທະຍົມສົມບູນສາລະວັນ, ເວລາຫວ່າງ: ເຮັດວຽກເຮືອນ.
ສ່ວນນ້ອງແມ່ນຮູ້ສຶກປຶ້ມປິຕິຍິນດີ ທີ່ໄດ້ເຂົ້າຮ່ວມໂຄງການນີ້ ມັນເຮັດໃຫ້ນ້ອງ ມີຄວາມກ້າສະແດງອອກ ແລະຮູ້ຈັກການໃຊ້ເວລາຫວ່າງ ໃຫ້ເປັນປະໂຫຍດ ເຊີ່ງນອກຈາກທີ່ຈະເຮັດວຽກຊ່ວຍຄອບຄົວແລ້ວ ນ້ອງຍັງໄດ້ເປັນນັກຈັດລາຍການຂອງໄວຫນຸ່ມ ສ່ວນອຸປະສັກ ກໍແມ່ນເວລາບໍ່ຕົງກັນ ບາງຄົນກໍໄປຮຽນເພີ່ມຈິ່ງເຮັດໃຫ້ເວລາ ທີ່ມາອັດລາຍການ ພົບຄວາມຫຍຸ້ງຍາກ ແຕ່ກໍຜ່ານພົ້ນໄປໄດ້ດີ.
ຊື່ ແລະ ນາມສະກຸນ ບຸນຮົງ. ທີ່ເກີດ ບ້ານນາຂ້ອຍສາວ, ທີ່ຢູ່ປັດຈຸບັນບ້ານ: ນາຂ້ອຍສາວ ເມືອງ ແລະ ແຂວສາລະວັນ,ເປັນນັກຮຽນຢູ່ໂຮງຮຽນວິທະຍາສາດຄອມພິວເຕີ(ໄອທີ), ເວລາຫວ່າງ: ປູກຫນາກໂມ, ເຮັດສວນຄົວ. ນ້ອງເອງເປັນນັກຈັດລາຍການທີ່ມີຄວາມກະຕື້ລື້ລົ້ນ ເພາະມັນເປັນສິ່ງທີ່ທ້າທາຍດີ ແລະເຮັດໃຫ້ຕົນເອງມີຄວາມກ້າສະແດງອອກໂດຍສະເພາະກ້າປາກກ້າເວົ້າ ແລະນ້ອງກັບເພື່ອນໆທຸກຄົນແມ່ນມີ ຄວາມສາມັກຄີກັນດີໃນເວລາແບ່ງວຽກກັນໄປຂຽນສະຄິບຫລືຂຽນລະຄອນຕ່າງໆ ,ນ້ອງຢາກບອກວ່າໂຄງການນີ້ ແມ່ນໃຫ້ຄວາມຮູ້ຫລາຍຢ່າງບໍ່ວ່າຈະເປັນເວລາທີ່ລົງເຄື່ອນໄຫວຊຸມຊົນ ກໍໄດ້ບົດຮຽນຫລາຍຢ່າງເພື່ອມາພັດທພະນາຕົນເອງ.
ຊື່ ແລະ ນາມສະກຸນ ນາງ ພອນພິດ ພິມມະວົງ. ທີ່ເກີດ ບ້ານວັດກາງ,ທີ່ຢູ່ປັດຈຸບັນບ້ານ:ວັດກາງ , ເມືອງສາລະວັນ ແຂວງສາລະວັນ,ເປັນນັກຮຽນຢູ່ໂຮງຮຽນມັດທະຍົມສົມບູນສາລະວັນ, ເວລາຫວ່າງ: ດົນຕີ ຟ້ອນ. ໂຄງການນີ້ ເຮັດໃຫ້ນ້ອງໄກດ້ມີປະສົບການຫລາຍຢ່າງບໍ່ວ່າຈະເປັນເລື່ອງການເຂົ້າໃກອົບຮົມ ການຂຽນຂ່າວ, ການຈັດລາຍການ, ກ່ນຮສຳພາດ ແລະສິ່ງທີ່ປະທັຍບໃຈຫລາຍທີ່ສຸດກໍແມ່ນໃນເວລາທີ່ລົງເຄື່ອນໄຫວຊຸມຊົນ ເຮັດໃຫ້ພໍ່ແມ່ປະຊາຊົນ ແລະເດັກນ້ອຍ ມີຮອຍຍິ້ມ ແລະສຽງຫົວ , ຫມູ່ທຸກຄົນໃນທີມກໍມີຄວາມສາມັກຄີໃນການເຮັດວຽກ, ມີການຊ່ວຍເຫລືອເຊິ່ງກນແລະກັນ ໃນເວລາທີ່ໄປສຳພາດ ຫລືເອົາຂ່າວ.
ຊື່ ແລະ ນາມສະກຸນ ນາງ ເສົາລິດາ ສີປະເສີດ, ທີ່ເກີດ ບ້ານນາກົກ,ທີ່ຢູ່ປັດຈຸບັນບ້ານ: ນາກົກ, ເປັນນັກຮຽນຢູ່ໂຮງຮຽນ ສາລະວັນ, ເວລາຫວ່າງ: ເຮັດວຽກເຮືອນ.
ນ້ອງຂໍເປີດໃຈວ່າ: ໂຄງການນີ້ ຝຶກຝົນໃຫ້ນ້ອງໄດ້ຮູ້ຈັກການເວົ້າ, ການໂຄສະນາ ແລະການລົງເຄື່ອນໄຫວຊຸມຊົນ ເພື່ອໃຫ້ພໍ່ແມ່ປະຊາຊຂົນໄດ້ຮູ້ເຖິງບັນຫາຕ່າງໆບໍ່ວ່າຈະເປັນບັນຫານ, ສິ່ງແວດລ້ອມ, ການສຶກສາ, ສິດທິເດັກແລະພະຍາດຕ່າງໆ ເພື່ອໃຫ້ມີຄວາມີຮູ້ແລະເອົາໄປນຳໃຊ້ໃນຊີວິດປະຈຳວັນແລະນ້ອງກໍຢາກໃຫ້ໂຄງກສນນີ້ ມີຢູ່ຄູ່ກັບພວກເຮົາຕະຫລອດ ເພື່ອຈະສ້າງໃຫ້ຄົນຮຸ້ນຫລັງກາຍເປັນຮູ້ນສືບທອດຄືກັບຕົວນ້ອງເອງ.
ຊື່ ແລະ ນາມສະກຸນ ທ້າວ ບຸນສະຫວັນ ໄຊຍະລາດ. ທີ່ເກີດ ບ້ານວັດກາງ, ທີ່ຢູ່ປັດຈຸບັນບ້ານ: ວັດກາງ,ເປັນນັກຮຽນຢູ່ໂຮງຮຽນມັດທະຍົມສົມບູນສາລະວັນ, ເວລາຫວ່າງ: ປູກພັກ ເຮັດວຽກຊ່ວຍຄອບຄົວ.
ຕັ້ງແຕ່ນ້ອງກ້າວຂາເຂົ້າມາຈັດລາຍການວີທະຍຸມັນກໍເຮັດໃຫ້ນ້ອງມີຄວາມຫນັ້ນໃຈກັບຕົວເອງ, ມີຄົນຮູ້ຈັກຫລາຍ, ເຮັດໃຫ້ນ້ອງຮູ້ສຶກວ່າ ລາຍການນີ້ໃຫ້ປະໂຫຍດແກ່ທຸກໆຄົນ ໂດຍສະເພາະເດັກນ້ອຍແລະໄວຫນຸ່ມ ຄືກັບພວກນ້ອງເອງ ແລະລາຍການນີ້ ກໍເປັນລາຍການໃຫ້ຄວາມຮູ້ໃຫ້ຄວາມບັນເທີງຕໍ່ຄົນຟັງສະນັ້ນຂໍໃຫ້ໂຄງການນີ້ຢູ່ຄູ່ກັບແຂວງສາລະວັນໄປດົນໆເດີ!
ລາຍການເປີດໃຈໄວຫນຸ່ມແຂວງສາລະວັນ ໄວຫນຸ່ມທີ່ຕິດຕາມຮັບຟັງລາຍການໄດ້ໃຫ້ຄວາມສົນໃຈຫລາຍ ເຫັນໄດ້ຈາກການສົ່ງຈົດຫນາຍແຮງໃຈມາເຖິງທີມງານ, ມີສ່ວນຮ່ວມໃນການສົ່ງຂໍ້ມູນຂ່າວສານອອກອາກາດ, ຮ່ວມຕອບບັນຫາກ່ຽວກັບໄວຫນຸ່ມ ແລະວັນສຳຄັນຕ່າງໆຂອງຊາດ ໂດຍຜ່ານການຖາມຕອບຈາກການຮັບສາຍຫນ້າໄມ ເຊິ່ງມັນເປັນບັນຍາກາດທີ່ສ້າງຄວາມຕິດໃຈແລະຢາກມີສ່ວນຮ່ວມຂອງຜູ້ຟັງເພາະລາຍການຂອງພວກເຮົາໄດ້ໃຊ້ຮູບແບບທັກສະຊີວິດສ່ວນນັກຈັດລາຍການແມ່ນຈະມີການພັດປ່ຽນກັນໃນແຕ່ລະອາທິດ.
ກ່ອນທີ່ຈະມີລາຍການອອກອາກາດ ກໍຍ້ອນທາງອົງການຢູນິເຊັບໄດ້ໃຫ້ການຊ່ວຍເຫລືອ ສະຫນັບສະຫນູນດ້ານວິຊາການແລະການຝຶກອົບຮົມຕ່າງໆໃຫ້ກັບນັກຈັດລາຍການໄວຫນຸ່ມ ລາຍການເປີດໃຈໄວຫນຸ່ມແຂວງ ສາລະວັນ ອອກອາກາດ ວັນເສົາ ເວລາ 08: 30-09:00 ແລະອາທິດ 18:00 - 18:30 ທາງຄື້ນFM 101.2 MHz ນອກຈາກນັ້ນ ກໍໄດ້ລົງຊຸມຊົນ ເພື່ອເຮັດການໂຄສະນາຕ່າງໆເຊັ່ນ:ວຽກງານສຸຂະສືກສາ, ອານາໄມສິ່ງແວດລ້ອມພະຍາດໄຂ້ຫວັດ ໃຫຍ່ສາຍພັນໃຫມ່ແລະອື່ນໆພ້ອມດຽວກັນນັ້ນເວລາ ທີ່ລົງເຄື່ອນໄຫວຊຸມຊົນພວກເຮົາກໍໄດ້ມີການ ສຳພາດ,ເພື່ອນຳເອົາມາອອກອາກາດ.
ທີມງານ ລາຍການ ເປີດໃຈໄວຫນຸ່ມ ແຂວງ ສາລະວັນ “ຂອບໃຈຫລາຍໆ”
ຂໍຂອບໃຈກັບພາກສ່ວນຕ່າງໆ ທີ່ເຮັດໃຫ້ໂຄງການນີ້ດຳເນີນໄດ້ດ້ວຍດີ ຕະຫລອດມາ.
ຂໍຂອບໃຈກັບພາກສ່ວນຕ່າງໆ ທີ່ເຮັດໃຫ້ໂຄງການນີ້ດຳເນີນໄດ້ດ້ວຍດີ ຕະຫລອດມາ.
ຢ່າລືມຕິດຕາມການເຄື່ອນໄຫວຂອງທີມງານພວກເຮົາເດີ້....ຂອບໃຈຫລາຍໆ

















No comments:
Post a Comment