Tuesday, July 12, 2011

ທີມງານວິທະຍຸໄວໜຸ່ມແຂວງໄຊຍະບູລີ

ໂດຍ​ເຫັນ​ໄດ້​ຄວາມສຳຄັນ​ຂອງ​ການ​ມີ​ສ່ວນ​ຮ່ວມ ​ໃນ​ການ​ດຳ​ເນີນ​ໂຄງການ​ວິທະຍຸ​ສຳລັບ​ເດັກ​ໄວ​ຫນຸ່ມ ​ເຊິ່ງ​ແມ່ນ​ການ​ຮຽນ​ຮູ້​ທີ່​ມີ​ຄຸນຄ່າ  ອັນ​ຈະ​ກ້າວ​ໄປ​ເຖິງ ​ການ​ເຮັດ​ໃຫ້​ໄວ​ຫນຸ່ມ​ໄດ້​ຮັບ​ປະສົບ​ການ​ຄວາມ​ຮູ້ ​ແລະ​ທັກ​ສະ ທີ່​ເຂົາ​ເຈົ້າ​ ຈະ​ສາມາດ​ນຳ​ໄປ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ໄດ້ ​ແລະ​ເຮັດ​ໃຫ້​ໂຄງການ ວິທະຍຸ​ເດັກ​ແລະ​ໄວ​ຫນຸ່ມ ​ໄດ້​ເປັນ​ທີ່​ຮັບ​ຮູ້​ ຈາກ​ສັງຄົມ​ຢ່າງ​ກ້ວງ​ຂວາງ ໂຄງການ​ວິທະຍຸ​

ເດັກ ​ແລະ​ໄວ​ຫນຸ່ມ​​ ແຂວງ​ໄຊ​ຍະ​ບູລີ ແມ່ນ​ຫນຶ່ງ​ໃນ 12 ​ແຂວງ ທີ່​ໄດ້​ຮັບ​ການ​ສະຫນັບສະຫນູນ​ດ້ານ​ທຶນຮອນ ຈາກ​ອົງການ​ຢູນິ​ເຊັບ ​ໃນ​ການ​ດຳ​ເນີນ​ລາຍການ ​ແມ່ນ​ໄດ້​ເລີ່​ມປະຕິບັດ​ມາ ​ແຕ່​ທ້າຍ​ປີ 2007 ມີ​ທີ​ມງານ​ຜູ້​ຮັບຜິດ​ຊອບ​ໂຄງການ​ປະກອບ​ມີ: ວິທະຍຸ​ກະຈາຍສຽງ​ ແຂວງ​ໄຊ​ຍະ​ບູລີ, ສູນວັດທະນະ​ທະ​ແຂວງ.
​ໂຄງການ​ນີ້ ​ໄດ້​ເປັນ​ແຮງ​ດັນ ສ້າງ​ຄວາມ​ສາມາດ ​ໃຫ້​ແກ່​ເດັກ​ແລະ​ໄວ​ຫນຸ່ມ​ໃນ​ການ​ໂຄສະນາ​ສິດທິ​ຂອງ​ຕົນ​ເອງ ຜ່ານ​ກິດຈະກຳ​ສະ​ແດງ​ກັບ​ຊຸມ​ຊົນ ​ແລະ​ຜ່ານ​ຄື້ນວິທະຍຸ​ກະຈາຍສຽງ, ອັນ​ສຳຄັນ​ ພວກ​ເຮົາ​ມີ​ຄວາມ​ພູມ​ໃຈ ທີ່​ຜູ້​ໃຫຍ່​ມີ​ຄວາມ​ເຂົ້າ​ໃຈ ​ແລະ​ຍອມຮັບ​ຄວາມ​ຄິດ​ເຫັນ​ຂອງ​ເດັກນ້ອຍ ນັບ​ມື້​ນັບ​ຫລາຍ​ຂຶ້ນ ລວມ​ໄປ​ເຖິງ ອຳນາດ​ການ​ປົກຄອງ​ຂັ້ນ​ສູງ ກໍ​ຮັບ​ຮູ້ ​ແລະ​ຊຸກ​ຍູ້​ໃຫ້​ເດັກນ້ອຍ ​ໄດ້​ສະ​ແດງ​ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ​ອອກ ​ໂດຍ​ການ​ໂຄສະ​ນາສິດ​ທິ​ເດັກ ​ແລະ​ບັນຫາ​ອື່ນໆ ທີ່​ມີ​ຜົນ​ດີ​ຕໍ່​ໄວ​ຫນຸ່ມ ​ໂດຍ​ສະ​ເພາະ​ບັນຫາ​ຢາ​ເສບ​ຕິດ, ​ໂລກ​ເອດ, ການ​ຄ້າ​ມະນຸດ, ສຸຂະພາບ, ນ້ຳ​ສະອາດ, ສິ່ງ​ແວດ​ລ້ອມ ​ແລະ​ບັນຫາ​ອື່ນໆ.
ພາຍຫລັງ​ທີ​ມງານ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ໃນ​ທ້າຍ​ປີ 2007  ທາງ​ທີ​ມງານ​  ຜູ້​ຮັບຜິດຊອບ​ໂຄງການ ກໍ​ໄດ້​ພະຍາຍາມ​ຊອກ​ຫາ ​ແລະ​ເລືອກ​ເຟັ້ນ​ເອົນ​ນັກ​ຈັດ​ລາຍການ ວິທະຍຸ​ທີ່​ຫນຸ່ມ​ນ້ອຍ ທີ່​ບໍ່​ສັງກັດ​ຢູ່​ໃນ​ອົງ​ກອນ​ໃດ​ມາ​ກ່ອນ​ ມາ​ຈັດ​ລາຍການ​ວິທະຍຸ​ໃນ​ໄລຍະ​ທຳ​ອິດ ​​ເຊິ່ງໄດ້​ທົດ​ລອງ​ການ​ດຳ​ເນີນ​ລາຍການ ​ເປັນ​ລາຍການ​ອັດ ທີ່​ມີ​ຊື່​ລາຍການ​ວ່າ: ​ໂລກ​ສົດ​ໃສ​ດ້ວຍ​ໃຈ​ເຮົາ ​ໃນ​ຫົວ​ຂໍ້: ພໍ່​ຮັກ​ລູກ ຜູກ​ພັນ​ຄອບຄົວ ກະຈາຍ​ອອກ​ອາກາດ​ໃນ​ວັນ​ທີ 24 ຕຸລາ 2007​ ທີ່​​ສະຖານີ ວິທະຍຸ​ກະຈາຍສຽງ​ແຂວງ​ໄຊ​ຍະ​ບູລີ ​ເຊິ່ງຫົວ​ຂ້ນີ້ ​ແມ່ນ​ມີ​ເນື້ອ​ໃນ​ເວົ້າ​ເຖິງ​ການ​ມອບຄວາມ​ອົບ​ອຸ່ນ​ໃຫ້​ແກ່​ຄອບຄົວ ຈາກ​ພໍ່ ​ຫາ​ແມ່ ​ແລະ​ພໍ່​ຫາລູກ ຈາກ​ນັ້ນ​ມາ​ກໍ​ໄດ້​ປ່ຽນ​ຊື່​ລາຍການ​ມາ​ເປັນ:​ດວງ​ໃຈ​ສີຂາວ, ​ເຊິ່ງອອກ​ອາກາດ​ໃນ​ວັນ​ທີ4 ພຶດສະພາ 2008 ​ເວລາ 17:00-17: 30 ​ໃນ​ຫົວ​ຂໍ້: ​ໄວ​ຫນຸ່ມ​ມີ​ຄວາມ​ສ່ຽງ​ສູງ ຕໍ່ການ​ຕິດ​ເຊື້ອ​ເອດ ​ແລະພໍ​ມາ​ເຖິງ ວັນ​ທີ 06 ພະຈິກ 2008 ລາຍການ​ຂອງ​ພວກ​ເຮົາ​ກໍ​ໄດ້​ປ່ຽນ​ຊື່​ອີກ​ຄັ້ງ ​ໂດຍ​ໃສ່​ຊື່ວ່າ:” ລາຍການ​ເປີດ​​ໃຈ​ໄວ​ຫນຸ່ມ” ອອກ​ອາກາດ​ທາງ​ຄື້ນ FM 95,3 MHz ທີ່​ວິທະຍຸ​ກະຈາຍສຽງ​ແຂວງ​ໄຊ​ຍະ​ບູລີ ວັນ​ພະຫັດ ​ເວລາ17: 00-17: 30 ​ໃນ​ຫົວ​ຂໍ້: ມີ​ຮັກ​ໃນ​ໄວ​ຮຽນ ​ເຫນືອ​ນ​ແສງ​ທຽນ​ໃກ້​ຈະ​ມອດ ​ເຊິ່ງມີ​ເນື້ອ​ໃນ​ເວົ້າ​ເຖິງ ຜົນ​ສະທ້ອນ​ຂອງ​ການ​ມີ​ຄວາມ​ຮັກ ​ໃນ​ໄວ​ຮຽນ​ຂອງ​ໄວ​ຫນຸ່ມ. 
ສະຫລຸບ​ລວມ​​ແລ້ວ ລາຍການ​ວິທະຍຸ ​ເພື່ອ​ໄວ​ຫນຸ່ມ ​ໂດ​ຍ​ໄວ​ຫນຸ່ມ​  ນຳ​ສະ​ເຫ​ນີ   ​​ໄດ້ເກີດ​ຂຶ້ນ​ເປັນ​ເອກະ​ພາບ​ກັນ ກັບ​ບັນດາ​ແຂວງ​ຕ່າງໆ​ ​ໂດຍໄດ້​ພ້ອມ​ກັນ​ກຳນົດ​ຊື່​ລາຍການ, ​ແລະ​ຊື່​ນັ້ນ​ທຸກ​ແຂວງ ​ຕ້ອງສະ​ເຫ​ນີພາບ ​ໃສ່​ຊື່​ຄື​ກັນ​ຫມົດຄື: ​“ເປີດ​ໃຈ​ໄວ​ຫນຸ່ມ” ​ສຳລັບ​ແຂວງ​ໄຊ​ຍະ​ບູລີ​ຂອງ​ພວກ​ເຮົາ​ນິ້ ​ໄດ້ທຳ​ການ​ກະຈາຍ​ອອກ​ອາກາດ​ໃນ​ລະບົບFM 95,3 MHz ທຸກ ວັນ​ພະຫັດ ​ເວລາ 17: 00 – 17: 30 ນາທີ ​ແລະ​ອອກ​ອາກາດ​ຊ້ຳ ​ໃນ​ວັນ​ເສົາ ​ເວລາ 11: 00 – 11: 30 ນາທີ. 
ທີມງານວິທະຍຸໄວໜຸ່ມແຂວງໄຊຍະບູລີປະກອບມີ:
ຊື່ ແລະ ນາມສະກຸນ ນ ພູວົງ ຈັນທະມາລີ , ທີ່​ເກີດ​ ບ້ານສີມົງຄຸນ, ທີ່ຢູ່ປັດຈຸບັນ ບ້ານ​ສີມົງຄຸນ, ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນ ມັດທະຍົມສຶກສາສົມບູນໄຊຍະບູລ,  ​ເວລາ​ຫວ່າງ: ຟັງເພັງ, ຟັງຂ່າວ ແລະ ຫລິ້ນກິລາ. 
 ນ້ອງ​ເອງ ​ເປັນ​ນັກ​ຈັດ​ລາຍການ​ມາ​ແຕ່​ປີ 2007 ການ​ດຳ​ເນີນ​ກິດຈະກຳ​ແມ່ນ​ໄດ້​ແບ່ງ​ອອກ​ເປັນ2​ກຸ່ມ ​ແລະ​ແບ່ງ​ວຽກ​ໃຫ້​ກັບ​ແຕ່​ລະ​ກຸ່ມ​ເຮັດ ​ໃນ​ແຕ່​ລະອາ​ທິດ,​ເນື້ອ​ໃນ​ລາຍການ ​ແມ່ນ​ພວກ​ເຮົາ​ຈະ​ເອົາ​ຕາມ​ປຶ້ມ ​ແລະ​ກໍ​ແຕ່ງ​ເອົາ. ຄວາມ​ປະ​ທັບ​ໃຈ​ຂອງ​ນ້ອງ​ກໍ​ແມ່ນ​ການ​ໄດ້​ໄປ​ສຳພາດ , ​ແລະ​ເວລາ​ອັດ​ລາຍການ ​ເພາະ​ທີ​ມງານ ​ແມ່ນ​ມີ​ຄວາມ​ເປັນ​ກັນ​ເອງ, ອົບ​ອຸ່ນ ​ແລະ​ຊ່ວຍ​ເຫລືອ​ເຊິ່ງກັນ​ແລະ​ກັນ.... 
ຊື່ ແລະ ນາມສະກຸນ ນ ນັນທິດາ ຈັນທະວົງ, ທີ່ເກີດ ບ້ານສີມົງຄຸນ, ທີ່ຢູ່ປັດຈຸບັນບ້ານສີມົງຄຸນ,ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນມັດທະຍົມ​ສຶກສາ​ສົມບູນໄຊ​ຍະ​ບູລີ. ເວລາ​ຫວ່າງ: ຟັງເພັງ ແລະ ອ່ານຫນັງສື.
ເລີ່​ມຕົ້ນການຈັດລາຍການ​ແຕ່​ປີ 2007 ການ​ດຳ​ເນີນ ​ກິດຈະກຳ​ແຕ່ລະ​ໄລຍະ​ແມ່ນດຳ​ເນີນ​ດ້ວຍ​ດີ ​ພວກ ນ້ອງໄດ້ແບ່ງເປັນສອງກຸ່ມ ແຕ່ລະອາທິດ ພວກນ້ອງກໍໄດ້ແບ່ງກັນໄປ ເພາະ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ​ເຊັ່ນ: ​ໄດ້​ບົດຮຽນ, ​ໄດ້​ຄວາມ​ຮູ້, ​ໄດ້​ປະສົບ​ການ​ຕ່າງໆໄດ້ເປັນນັກ ຈັດລາຍການ ວິທະຍຸ ສຳລັບເດັກ ແລະ ໄວໜຸ່ມທີ່ດີໄດ້ເຮັດວຽກໃນສິ່ງທີ່ບໍ່ເຄີຍໄດ້ເຮັດ ມາກ່ອນ, ອຸປະສັກຄຶການປະສານ ງານກັນຍາກ ເພາະແຕ່ລະຄົນບໍ່ໄດ້ ຢູ່ໂຮງ ຮຽນດຽວກັນ ບາງຄົນວັນເສົາ-ວັນອາທິດກໍ່ຮຽນເພີ່ມ, ການດຳເນີດໂຄງການ ວິທະຍຸເດັກໃນອານາຄົດ ຢາກຈະໃນ ຂະຫຍາຍອອກຕື່ມເພື່ອໃຫ້ຄົນໄດ້ ຮັບຮູ້ຫລາຍຂື້ນ ອີກຢ່າງ ໜຶ່ງຢາກໃຫ້ ໂຄງການນີ້ມີຕະຫຼອດ.  ຜ່ານມາຕົນເອງກໍໄດ້ເຝິກອົບຮົມຢູ່ແຂວງໄຊຍະກ່ອນໝູ່ ຕໍ່ມາກໍໄດ້ເຝິດອົບຮົມຢູ່ທີ່ແຂວງວຽງຈັນ (ວັງວຽງ) ແລະ ຢູ່ທີ່ແຂວງອຸດົມໄຊ (ເມືອງໄຊ) ການເຝິກອົບຮົມກໍໄດ້ຫຼາຍສິ່ງຫຼາຍຢ່າງ ເປັນຕົ້ນແມ່ນຄວາມຮູ້ຄວາມເຂົ້າໃຈໃນການເວົ້າການຈາ, ມີຄວາມສາມາດກ້າສະແດງອອກ. 
 ຊື່ ແລະ ນາມສະກຸນ ນ ວິໄຊຢາ ຈັນທິດາ. ທີ່ເກີດ ບ້ານ​ສີ​ມຸງຄຸນ, ທີ່ຢູ່ປັດຈຸບັນບ້ານ: ສີເມືອງ, ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນມັດທະຍົມ​ສຶກສາ​ສົມບູນ​ໄຊ​ຍະ​ບູລີ, ເວລາ​ຫວ່າງ: ຂຽນບົດ ແລະ ຟ້ອນ. 
ເປັນ​ນັກ​ຈັດ​ລາຍການ​ມາ​ແຕ່​ປີ 2007 ສຳລັບ​ນ້ອງ ​ແມ່ນ​ມີ​ຄວາມ​ຮູ້ສຶກ​ດີ​ໃຈ​ຫລາຍ ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ໂຄງການ​ນີ້ ​ເຊິ່ງມັນ​ເຮັດ​ໃຫ້  ​ນ້ອງ​ໄດ້​ຮຽນ​ຮູ້​​ເລື່ອງ​ດີໆ ​ແລະ​ສິ່ງ​ໃຫມ່​ໆ ເປັນ​ຕົ້ນ​ກໍ​ແມ່ນ ການ​ອັດ​ລາຍການ​ວິທະຍຸ ສຳລັບ​ເດັກ ​ແລະ​ໄວ​ຫນຸ່ມ ມັນ​ເຮັດ​ໃຫ້​ນ້ອງ ຮູ້ຈັກການ​ຂຽນ​ຂ່າວ, ການ​ເປັນ​ນັກ​ຈັດ​ລາຍການ​ທີ່​ດີ, ​ແລະ​ການ​ຕັດ​ຕໍ່​ສຽງ​ຕ່າງໆ, ການ​ຂຽນ​ບົດ​ລະ​ຄອນ​ວິທະຍຸ ທັງ​ຫມົດ​ມັນ​ເຮັດ​ໃຫ້​ນ້ອງ ​ໄດ້​ມີ​ການ​ພັດທະນາ​ຕົນ​ເອງ​ແລະ​ໃນ​ອານາ​ຄົດ ຢາກ​ໃຫ້​ເພີ່ມ​ຊ່ອງ​ການ​ອອກ​ອາກາດ ​ເພື່ອ​ໃຫ້​ຜູ້​ຟັງໄດ້​ຮູ້​ທົ່ວ​ເຖິງ​ກັນ ​ ສ່ວນ​ການ​ຝຶກ​ອົບຮົມ​ນັ້ນ ທີ່​ຜ່ານ​ມາ​ນ້ອງ​ໄດ້​ເຂົ້າ​ອົບຮົມ​ເລື່ອງ ພໍ່​ຮັກ​ລູກ ຜູກ​ພັນ​ຄອບຄົວ ທີ່​ແຂວງ​​ໄຊ​ຍະ​ບູລີ, ຝຶກ​ອົບຮົມ​ທັກ​ສະ​ຊີວິດ ຊຶ່ງ​ຈັດ​ຂຶ້ນ​ທີ່​ແຂວງ​ອຸດົມ​ໄຊ, ​ໄດ້​ລົງ​ບໍລິການ​ຊຸມ​ຊົນ ​ແລະ​ອື່ນໆ ທີ່​ໄດ້​ຮັບ​ຈາກ​ໂຄງການ ວິທະຍຸ​ເດັກ​ແລະ​ໄວ​ຫນຸ່ມ. 
ຊື່ ແລະ ນາມສະກຸນ  ນ. ສາລີ ພົມສີ , ທີ່ເກີດບ້ານ ດອນເງິນ, ທີ່ຢູ່ປັດ ຈຸບັນບ້ານ: ດອນເງິນ,ມັດທະຍົມສຶກສາສົມບູນໄຊຍະບູລີ. ​ເວລາ​ຫວ່າງ: ອ່ານຫນັງສື. 
 ເລີ່​ມຕົ້ນການຈັດລາຍການ​ແຕ່​ປີ 2007 ການ​ດຳ​ເນີນກິດຈະກຳແຕ່ລະໄລຍະແມ່ນ ພວກເຮົາແບ່ງເປັນສອງກຸ່ມ ແລະ ຈະແບ່ງວຽກໃຫ້ແຕ່ລະກຸ່ມໄປໃນແຕ່ລະອາທິດ ເອົາຫົວຂໍຕ່າງໆທີ່ຢູ່ ໃນປື້ມ ປະທັບໃນຫຼາຍທີ່ໄດ້ເປັນນັກຈັດ ລາຍການວິທະຍຸສຳລັບເດັກ ແລະ ໄວໜຸ່ມ....ອຸປະສັກໃນການເຮັດວຽກແມ່ນການເດີນທາງການ ໄປການມາແມ່ນມີ ຄວາມລຳບາກເພາະສະຖານີວິທະຍຸແມ່ນຢູ່ໄກຫຼາຍ ການດຳເນີນໂຄງການໃນອານາຄົດ ຢາກໃຫ້ມີການເພີ່ມຊ່ອງ ສັນຍານ ນ້ອງເອງໄດ້ຝຶກອົບຮົມ ຢູ່ທີ່ແຂວງຕົນເອງແລ້ວ ຍັງໄດ້ໄປຝຶກຢູ່ທີ່ແຂວງວຽງຈັນ(ທ່າລາດ) ນອກນັ້ນຍັງໄດ້ ມີການແລກ ປ່ຽນບົດຮຽນນຳກັນກັນໝູ່ທີ່ເຂົ້າຮ່ວມໂຄງການ ແລະໄດ້ມີການປັບປຸງລາຍການໃຫ້ດີຂື້ນກວ່າເກົ່າ.  
ຊື່ ແລະ ນາມສະກຸນ  ນ. ບົວສະຫວັນ ລິນທະວົງ,  ທີ່​ເກີດ ບ້ານ​ທ່ານາ, ທີ່ຢູ່ປັດຈຸບັນ: ບ້ານ​ທ່ານາ.ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນມັດທະຍົມ ສຶກສາສົມບູນໄຊຍະບູລີ. ເວລາ​ຫວ່າງ: ອ່ານປຶ້ມ ແລະ ຟັງເພັງ.
ເປັນ​ນັກ​ຈັດ​ລາຍການ​ແຕ່​ປີ2007 ​ເປັນ​ຕົ້ນ​ມາ ​​ແລະ​ກໍ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ນ້ອງ ​ແລະ​ເພື່ອນໆ ​ເຊິ່ງມີ​ຄວາມ​ປະ​ທັບ​ໃຈ​ຫລາຍ ​ໃນ​ການ​ເຜີຍ​ແຜ່​ຄວາມ​ຮູ້​ໃຫ້​ກັບ​ຜູ້​ຟັງ ​ໂດຍ​ສະ​ເພາະ ​ແມ່ນ​ປະຊາຊົນ​ແລະ​ໄວ​ຫນຸ່ມ ພວກ​ເຂົາ​ເຈົ້າ​ຈະ​ໄດ້ຮັບ​ຟັງສຽງ​ເພັງ ​ແລະ​ນິທານ ສາລະ​ຕ່າງໆ ຄຽງ​ຄູ່​ກັບ​ການຈັດ​ລາຍການ ນ້​ອງກໍ​ຍັງ​ໄດ້​ເຂົ້າ​ອົບຮົມ​ຢູ່​ທີ່​ແຂງ​ຂອງ​ຕົນ ​ແລະ​ມີ​ໂອກາດ​ເຂົ້າ​ອົບຮົມ​ຢູ່​ທີ່ພະແນກຖະແຫລ່ງຂ່າວ​-ວັດທະນະທຳສອງຄັ້ງ ຢູ່ຫລວງພະບາງບົດບາດ ຍິງ ຊາຍໜຶ່ງຄັ້ງ ໄປທັດສະນະສືກສາຢູ່ປະເທດ ກຳປູເຈຍໜຶ່ງຄັ້ງ ສິ່ງທີ່ປະທັບໃຈຄຶການເຮັດວຽກມີຜູ້ນຳທີ່ດີ, ໄດ້ປະ ສົບການຕ່າງໆ, ມີການເກັບກ່ຽວຂໍ້ມູນນອກສະຖານທີ. ການດຳເນີດລາຍການໃນອານາຄົດແມ່ນຢາກໃຫ້ມີເທັບອັດ ສຽງ(ນ້ອຍ)ຜູ້ລະໜ່ວຍຫຼຶກຸ່ມໜຶ່ງ3ໜວ່ຍ ເພາະຈະສະດວກໃນການເກັບກຳຂໍ້ມູນ... 

ຊື່ ແລະ ນາມສະກຸນ  ນ. ເກວະລິນ ມິ່ງບຸບຜາ . ທີ່​ເກີດ ບ ໂພສີ ແຂວງຫລວງພະບາງ, ທີ່ຢູ່ປັດຈຸບັນ: ບ້ານບຸ່ງ ເມືອງໄຊຍະ ແຂວງໄຊຍະບູລີ. ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນ ​ມັດທະຍົມ ສຶກສາ​ສົມບູນ ​ໄຊ​ຍະ​ບູລີ. ເວລາ​ຫວ່າງ: ຟັງວິທະຍຸ. ເລີມເປັນນັກຈັດລາຍການມາແຕ່ປີ2008ການດຳເນີດກິດຈະ ກຳແຕ່ລະໄລຍະຜ່ານມາແມ່ນມີຄວາມເບີກບານມ່ວນຊື່ນ ໃນການ ເຮັດວຽກແລະກໍ່ມີອຸປະສັກພຽງເລັກນ້ອຍໃນການເຮັດວຽກ, ນ້ອງມີ ຄວາມປະທັບໃຈຫຼາຍໃນການ  ເປັນນັກຈັດລາຍການ ເພາະມັນໃຫ້ທັງຄວາມຮູ້ຄວາມສາມາດແກ່ນ້ອງແລະນ້ອງເອງກໍ່ມີການພັດທະນາຂື້ນໄປໃນທາງ
ທີ່ດີຫຼາຍຮູ້ຈັກໃຊ້ເວລາຫວ່າງ ໃຫ້ເປັນປະໂຫຍດ   ຮູ້ໃນເລື່ອງສີ່ງທີ່ບໍ່ເຄີຍຮູ້ໄດ້ປະສົບການໃໝ່ໆ ນ້ອງເອງ ໄດ້ຄວາມຮູ້ຈາກໂຄງການ ນີ້ຫຼາຍບໍ່ວ່າຈະເປັນເລື່ອງການຂຽນຂ່າວ,ການສຳພາດ ນ້ອງເອງມີຄວມຮູ້ສືກດີໃຈ ຫຼາຍ   ທີ່ໄດ້ເຂົ້າ ຮ່ວມໂຄງການນີ້ແລະຢາກໃຫ້ໂຄງການນີ້ຢູກັບ ເດັກນ້ອຍລາວໄປດົນໆເພື່ອຈະໄດ້ໃຫ້ນ້ອງໆລຸນຫລັງໄດ້ ມີໂອກາດມາເຮັດແບບນີ້.
ຊື່ ແລະ ນາມສະກຸນ ນ. ມິຖຸນາ ແສນຄຳ. ທີ່​ເກີດບ້ານ​ ປົ່ງທີ່ຢູ່ປັດຈຸບັນ: ບ້ານ​ປົ່ງ. ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນມັດທະຍົມ​ສຶກສາ​ສົມບູນ​ໄຊ​ຍະ​ບູລີ. ​ເວລາ​ຫວ່າງ: ຟັງວິທະຍຸ.
 ນ້ອງ​ເອງ​ເປັນ​ນັກ​ຈັດ​ລາຍການ ​ເລີ່​ມ​ແຕ່​ປີ 2007 ການ​ດຳ​ເນີນ​ກິດຈະກຳ​ນີ້ ​ໃນ​ໄລຍະ​ທີ​ຫນຶ່ງ ພວກ​ເຮົາ​ໄດ້​ຈັດ​ລາຍການ ​ແບບ​ເປັນ​ກຸ່ມ, ຮ່ວມ​ກັນ​ໃນ​ການ​ອັດ​ລາຍການ ​ແລະ​ໃນ​ເວລາ​ນີ້ ພວກ​ເຮົາ​ກໍ​ໄດ້​ພົບ​ກັບ​ບັນ​ຫາ​ຫຍຸ້ງຍາກ​ເລັກ​ນ້ອຍ​ເຊັ່ນ​ວ່າ: ການຈັດ​ແບ່ງ​ວຽກ​ງານ ຢາກ​ມີ​ການ​ຂັດຂ້ອງ​ເພາະ​ພວກ​ເຮົາ​ຍັງ​ບໍ່​ທັນ​ຮູ້ ການ​ມ​ອບຫນ້າ​ທີ່​ຢ່າງ​ຄັກ​ແນ່ ​ແລະ​ພວກ​ເຮົາ​ກໍ​ໄດ້​ມີ​ການ​ປັບປຸງ ມາ​ແຕ່ລະ​ໄລຍະ ຈົນ​ມາ​ຮອດປະຈຸ​ບັນ​ກໍ​ໄດ້ ມີ​ຄວາມ​ສະດວກ​ຫລາຍ​ຂຶ້ນກວ່າ​ເກົ່ານ້ອງ​ເອງ ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ ທີ່​ໄດ້​ເຂົ້າ​ຮ່ວມ ​ວິທະຍຸ​ສຳລັບ​ເດັກ-​ໄວ​ຫນຸ່ມ ​ເພື່ອ​ຈະ​ນຳ​ເອົາ​ຄວາມ​ຮູ້​ຕ່າງໆ ບໍ່​ວ່າ​ຈະ​ກ່ຽວກັບ​ພະຍາດ, ການ​ຮັກສາ​ອານາ​ໄມ, ການ​ສຶກສາ ​ແລະ​ບັນຫາ​ອື່ນໆ​ອີກ ທີ່​ບອກ​ເຕືອນ​ໄວ​ຫນຸ່ມ​ແລະ​ເດັກນ້ອຍ ນອກຈາກ​ນັ້ນ ສ່ວນ​ອຸປະສັກ ກໍ​ແມ່ນ​ການ​ໄປ​ສຳພາດ ຫລື​ການ​ໄປ​ເອົາ​ຂ່າວ​ຍາກ ພ້ອມ​ທັງ​ການ​ໄປ​ມາ​ກໍ​ບໍ່​ຄ່ອຍ​ສະດວກ. 
ຊື່ ແລະ ນາມສະກຸນ ທ. ວິໄລສັກ ສີສະຫວັດ. ທີ່​ເກີດບ້ານ​ ແກ້ງ, ທີ່ຢູ່ປັດຈຸບັນ: ບ້ານແກ້ງ. ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນ​ມັດທະຍົມ​ສຶກສາ​ສົມບູນ​ໄຊ​ຍະ​ບູລີ. ເວລາ​ຫວ່າງ: ອ່ານປຶ້ມ ແລະ ຫລິ້ນກິລາບານເຕາະ.
ນ້ອງ​ເອງ​ເປັນ​ນັກ​ຈັດ​ລາຍການ​ເລີ່​ມ​ຕົ້ນປີ 2008 ຈົນ​ມາ​ຮອດ​ປະຈຸ​ບັນ​ນີ້ ການດຳເນີນກິດຈະກຳ ນີຖຶວ່າຄົນ ມີຄວາມສາມາດ ຫລາຍຂຶ້ນ.  ສິ່ງ​ທີ່​ປະ​ທັບ​ໃຈ​ໃນ​ການຈັດ​ລາຍການ​ວິທະຍຸ​ກໍ​ຄື: ແມ່ນການນຳຂ່າວສານ ສາລະນາຮູ້ຕຕ່າງໆ ມາເລົ່າສູ່ຜູ້ຟັງ ໄດ້ຮັບຟັງ ການ​ປະສານ​ງານ​ນັ້ນ ບໍ່​ຄ່ອຍ​ສະດວກ​ສະບາຍ​ປານ​ໃດ ​ແລະ​​ ເວລາ​ທີ່​ໄປ​ຈັດ​ລາຍການ​ນັ້ນ ບາງ​ຄົນ​ກໍ​ບໍ່​ຄ່ອຍ​ມີ​ລົດ, ບາງ​ຄົນ​ກໍ​ໄປ​ຊ້າ ບໍ່​ຕົງ​ກັບ​ນັດ​ຫນາຍ ​ເພາະ​ເຮືອນ​ຂ້ອນ​ຂ້າງ​ທີ່​ຈະ​ຢູ່​ໄກ​ຈາກ​ວິທະຍຸ....ສ່ວນ​ການ​ຝຶກ​ອົບຮົມ​ນັ້ນ ທີ່​ຜ່ານ​ມາ ​ແມ່ນ​ໄດ້​ເຂົ້າ​ອົບຮົມ ຢູ່ທີ່ແຂວງ ວຽງຈັນ(ທ່າລາດ), ແຂວງນະຄອນຫຼວງ ວຽງຈັນ(ດອນຈັນພາເລດ) ຜ່ານການຝຶກອົບຮົບໄດ້ທັງຄວາມຮູ້ ແລະ ຮູ້ກ່ຽວກັບພະຍາດໄຂວັດໃຫຍ່2009 H1N1 ໃນການປ້ອງກັນຕົນເອງແລະຄົນອຶ່ນ ​ແຕ່​ລະ​ຄັ້ງ​ນ້ອງ​ເອງ​ກໍ​ແມ່ນ​​ໄດ້​ຫມູ່​ໃຫມ່, ​ໄດ້​ຄວາມ​ຮູ້​ຫລາຍ​ຢ່າງ ​ແລະ​ຍັງ​ໄດ້​ໄປ​ທັດສະນະ​ສຶກສາ​ອີກ​ດ້ວຍ. 
ຊື່ ແລະ ນາມສະກຸນ ທ. ສຸລິຍັນ ຄຳ​ໄບ.   ທີ່​ເກີດບ້ານ​ ​ແກ້ງ, ທີ່ຢູ່ປັດຈຸບັນ: ບ້ານ​ແກ້ງ. ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນ ​ມັດທະຍົມ​ສຶກສາ​ສົມບູນ​ໄຊ​ຍະ​ບູລີ. ​ເວລາ​ຫວ່າງ: ແຕ້ມຮູບ, ຟັງວິທະຍຸ ແລະອ່ານປຶ້ມ. 
ເລີ່​ມຈັດ​ລາຍການ​ມາ​ຕັ້ງ​ແຕ່​ປີ 2008 ​ເຊິ່ງການ​ດຳ​ເນີນ​ລາຍການ​ແຕ່ລະ​ໄລຍະ ​ແມ່ນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ, ມີ​ຄວາມ​ສາມັກຄີ ​ແລະ​ຄວາມ​ປະ​ທັບ​ໃຈນີ້ ​ແມ່ນ​ການ​ນຳ​ເອົາ​ສາລະ​ຫນ້າ​ຮູ້ ​ແລະ​ຂ່າວສານ​ມາ​ເຜີຍ​ແຜ່ ​ໃຫ້​ພໍ່​ແມ່​ປະຊາຊົນ​ຮັບ​ຮູ້ ສ່ວນ​ອຸປະສັກ​ກໍ​ແມ່ນ​ການ​ຊອກ​ຂ່າວ​ແລະ​ສຽງ​ສຳພາດ​ມວນ​ຊົນ ​ເພາະວ່າ​ພໍ່​ແມ່​ປະຊາຊົນ ຍັງ​ບໍ່​ທັນ​ໃຫ້ການ​ຮ່ວມ​ມື​ດີ​ປານ​ໃດ ສ່ວນ​ການ​ດຳ​ເນີນ​ໂຄງການ​ວິທະຍຸ ​ໃນ​ອານາ​ຄົດ ​ແມ່ນ​ຢາກ​ໃຫ້​ມີ​ຫ້ອງ​ອັດ​ລາຍການ​ວິທະຍຸ​ສຳລັບ​ເດັກ ​ເປັນ​ຂອງ​ຕົນ​ເອງ ​ເພື່ອ​ຄວາມ​ສະດວກ​ສະບາຍ ​ໃນ​ການ​ໄປ​ຈັດ​ລາຍການ ​ ປະຈຸ​ບັນ ​​ແລະ​ໃຫ້​ພໍ່​ແມ່​ປະຊາຊົນ​ສົ່ງ​ຄຳ​ຕິ​ຊົມ​ມາລາ​ຍການ​ຂອງ​ພວກ​ເຮົາ.
ການ​ເຂົ້າ​ຮ່ວມ​ອົບຮົມ​ແມ່ນ​ໄດ້​ເຂົ້າ​ຮ່ວມ ​ກ່ຽວ​ກັບ​ການ​ຂຽນ​ບົດ, ຂຽນ​ຂ່າວ ຢູ່​ສູນວັດທະນະທຳ​ເດັກ​ໄຊ​ຍະ​ບູລີ ​ແລະ​ຫົວ​ຂໍ້​ບົດບາດ​ຍິງ​ຊາຍ ຢູ່​ແຂວງ​ຫລວງ​ພະ​ບາງ ແລະ​ມາ​ເຖິງ​ຕອນ​ທ້າຍ​ກໍ​ຂໍ​ເປີດ​ໃຈ​ຕົນ​ເອງ​ຕໍ່​ໂຄງການ​ນີ້​ວ່າ: ນ້ອງ​ເອງ​ມີ​ຄວາມ​ພູມ​ໃຈ​ຫລາຍ​ທີ່​ໄດ້​ປະກອບສ່ວນ​ໂຄງການ​ນີ້ ​ໄດ້​ຊ່ວຍ​ສົ່ງ​ເສີມ​ໃຫ້​ເດັກນ້ອຍ ມີ​ຄວາມ​ກ້າວ​ຫນ້າ ​ເພາະ​ເດັກນ້ອຍ​ກໍ​ຄື​ສົມບັດ​ຂອງ​ຊາດ ສະ​ນັ້ນ ​ເຮົາ​ຕ້ອງ​ຝຶກ​ໄວ້​ແຕ່​ວັນ​ນີ້ ​ເພາະ​ເດັກນ້ອຍ​ໃນ​ວັນ​ນີ້ ຄື​ຜູ້​ໃຫຍ່​ໃນ​ວັນ​ຫນ້າ.
ຊື່ ແລະ ນາມສະກຸນ ນ. ມະໄລເພັນ ສິດທິໄຊ . ທີ່​ເກີດ: ບ ສີມຸງຄຸນ. ທີ່ຢູ່ປັດຈຸບັນ: ບ້ານ​ ສີມຸງຄຸນ,ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນ​ມັດທະຍົມ​ສຶກສາ​ສົມບູນ​ໄຊ​ຍະ​ບູລີ. ​ເວລາ​ຫວ່າງ: ຫຼີ້ນກິລາ, ຟ້ອນ.
ເລີ່ມເປັນນັກຈັດລາຍການແຕ່ປີ 2007 ການດໍາເນີນລາຍການ ແຕ່ລະໄລຍະ ແມ່ນມີຄວາມປະທັບໃຈຫຼາຍ ສິ່ງທີ່ປພທັບໃຈເປັນ ພິເສດກໍ່ຄືການເຮັດກິດຈະກຳແບບເປັນກັນເອງ, ແຕ່ວ່າກໍ່ຍັງມີອຸປະ ສັກເລັກນ້ອຍເຊັ່ນ: ການປະສານງານທາງດ້ານການປາກເວົ້າ, ການເດີນທາງ ມີຄວາມລຳບາກໂດຍສະເພາະແມ່ນ ຍາມຝົນ. ນ້ອງເອງມີຄວາມຮູ້ສືກດີໃຈຫຼາຍ ທີ່ໄດ້ຮ່ວມໂຄງການນີ້ ເພາະມັນ ເຮັດໃຫ້ນ້ອງມີຄວາມສາມາດກ້າສະແດງ ອອກກ້າເວົ້າກ້າວ່າແລະເຮັດໃຫ້ນ້ອງຮູ້ ໃນສິ່ງທີ່ ບໍ່ເຄີຍຮູ້ ມາກ່ອນໃຊ້ເວລາຫວ່າງເປັນປະໂຫຍດໄດ້ຊ່ວຍ ໃຫ້ຜູ້ຟັງໄດ້ຮັບຮູ້ບັນຫາຕ່າງໆທີ່ຈະເກີດຂຶ້ນ. 
ຊື່ ແລະ ນາມສະກຸນ ນ. ວຽງຖະໝອມຈິດ ພູທອນສີ. ທີ່​ເກີດ: ບ້ານສີມຸງຄຸນ, ທີ່ຢູ່ປັດຈຸບັນ: ບ້ານ​ ສີເມືອງ,ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນ ​ມັດທະຍົມ​ສຶກສາ​ສົມບູນ​ໄຊ​ຍະ​ບູລີ. ເວລາ​ຫວ່າງ: ຟັງວິທະຍຸ ອ່ານປຶ້ມ. 
ນ້ອງເອງເປັນນັກຈັດລາຍການເລີ່ມແຕ່ປີ 2007 ການດຳເນີນກິດຈະກຳ ໃນໄລຍະທີໜຶ່ງ ພວກເຮົາ ໄດ້ຈັດ ລາຍການແບບເປັນກຸ່ມ ແລະໄລຍະນີ້ ພວກເຮົາກໍໄດ້ພົບກັບບັນຫາ ຫຍຸ້ງຍາກເລັກນ້ອຍ ເຊັ່ນວ່າ: ການຈັດ ແບ່ງງານຍັງມີການຂັດຄ້ອງ ເພາະພວກເຮົາຍັງບໍ່ຮູ້ໜ້າທີ່ຮັບຜິດຊອບ ຢ່າງທີຖວນ ແລະພວກເຮົາກໍໄດ້ມີການພັດ ທະນາ, ການປັບປຸງໃນ ແຕ່ລະໄລຍະຈົນມາຮອດປະຈຸບັນ ໄດ້ມີຄວາມ ສະດວກສະບາຍຫຼາຍຂຶ້ນ.. 
ຊື່ ແລະ ນາມສະກຸນ ນ. ອໍລະຢາ ບຸນຄົງ.ທີ່​ເກີດ: ບ້ານໂພນສະອາດ, ທີ່ຢູ່ປັດຈຸບັນ: ບ້ານ​ ດອນເງິນ.ປະຈຸ​ບັນ​ຮຽນ​ຫນັງສືຢູ່​​ໂຮງຮຽນ ມັດທະຍົມ​ສຶກສາ​ສົມບູນ​ໄຊ​ຍະ​ບູລີ. ​ເວລາ​ຫວ່າງ: ອ່ານປື້ມ, ຟ້ອນ.ນ້ອງເອງ ເປັນນັກ ຈັດລາຍການເລີ່ມແຕ່ ປີ 2007 ສຳລັບນ້ອງເອງໄດ້ມີຄວາມພາກພູມໃຈ ທີ່ສຸດ ທີ່ໄດ້ເຂົ້າ ຮ່ວມໃນໂຄງການນີ້ ເພາະເຮັດໃຫ້ເຮົໄດ້ຮູ້ຈັກການຈັດ ລາຍການ ແລ ະຍັງ ເຮັດໃຫ້ເຮົາມີ ຄວາມກ້າສະແດງ ອອກ, ມີການ ແກ້ໄຂວຽກງານຕ່າງໆ ມີສະຕິໃນການເຮັດວຽກອີກດ້ວຍ ນ້ອງເອງ ຢາກບອກວ່າມີຄວາມຮູ້ສຶກດີໃຈທີ່ສຸດ     ແລະປຶ້ມໃຈຫລາຍທີ່ໄດ້ເຂົ້າຮ່ວມ ເພາະປັນຄັ້ງທຳອິດສຳລັບນ້ອງ ນ້ອງກໍຕ້ອງຂໍຂອບໃຈນຳໂຄງການນີ້ ທີ່ເຮັດໃຫ້ນ້ອງໄດ້ມິຄວາມຮູ້ ຄວາມສາມາດເພີ່ມຂຶ້ນຈາກແຕ່ກ່ອນ ແລະຈາກສິ່ງທີ່ບໍ່ຮູ້ກໍຮູ້ເຊັ່ນ: ເວລາທີ່ລົງເຄື່ອນໄຫວຊຸມຊົນ.
 ສະ​ເພາະ​ລາຍການ ​ເປີດ​ໃຈ​ໄວ​ຫນຸ່ມ ທີ່​ວິທະຍຸ​ກະຈາຍສຽງ​ແຂວງ​ ໄຊ​ຍະ​ບູລີ ກວ່າ​ຈະ​ມີ​ລາຍການ ອອກ​ອາກາດ​ໄດ້​ມາ ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ​ເຊັ່ນ​ດຽວ​ກັນ ​ເຊິ່ງຜູ້​ຮັບຜິດຊອບ ລາຍການ​ຂອງ​ແຂວງ ​ແລະ ສູນ​ກາງ ກໍ​ຄື ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ​ໄດ້​ມີ​ການ​ປະສານ​ງານ ກັບ​ໂຄງການ ​ເຊິ່ງພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ວຽກ​ຫລາຍ​ໃນເວລາ​ອັນ​ສັ້ນໆ​ເຊັ່ນ: ການວາງ​ແຜນ​ຝຶກ​ອົບຮົມ​ໃຫ້​ເດັກ, ການ​ຊອກ​ຫາ​ບຸກຄະລາ​ກອນ ​ໂດຍ​ສະ​ເພາະ ​ແມ່ນ​ນັກ​ຈັດ​ລາຍການ​ຫນຸ່ມ ທີ່​ຈະ​ມາ​ຈັດ​ລາຍການວິທະ​ຍຸ ​ເຊິ່ງນັກ​ຈັດ​ລາຍການ​ເຫລົ່າ​ນັ້ນ ຕ້ອງ​ເປັນ​ຜູ້​ທີ່​ຍອມຮັບຈາກ​ຜູ້​ຟັງ ​ໃນ​ກຸ່ມ​ໄວ​ຫນຸ່ມ ​ແລະ​ອັນ​ສຳຄັນ ນັກ​ຈັດ​ລາຍການ ທີ່​ວ່າ​ນີ້ ຕ້ອງ​ເຮັດ​ວຽກ​ດ້ວຍ​ໃຈ . ​ເຖິງ​ຢ່າງ​ໃດ​ກໍ​ດີ ​  ໂຄງການ​ນີ້ ​ແມ່ນ​ໄດ້​ຮັບ​ຄວາມ​ສົນ​ໃຈ ຈາກ​ນັກ​ຈັດ​ລາຍການ​ຫນຸ່ມ​ຫລາຍ​ຄົນ ​ແລະ​ປະຈຸ​ບັນ ລາຍການ​ເປີດ​ໃຈ​ໄວ​ຫນຸ່ມ ວິທະຍຸ​ແຂວງ​ໄຊ​ຍະ​ບູລີ​ພວກ​ເຮົາ ກໍ​ໄດ້​ມີ​ໄວ​ຫນຸ່ມ​ມາສະ​ຫນັກ​ເປັນ​ນັກ​ຈັດ​ລາຍການ ​ເຖິງ10​ ກວ່າ​ຄົນ ​ເຊິ່ງສາມາດ​ແຕ່ງ​ເປັນ​ທີ​ມງານ​ຜະລິດ​ລາຍການ​ໄດ້ 2​ ທີ​ມ
     ສຳລັບ​ລາຍການ​ທຳ​ອິດ ​ທີ່​ໄດ້​ທຳ​ການອອກ​ອາກາດ​ ກະຈາຍ​ຜ່ານ​ຄື້ນວິທະຍຸ FM 95,3 MHz ​ແຂວງ​ໄຊ​ຍະ​ບູລີ ​ແມ່ນ ​ເວລາ 17:00-17:30 ຂອງ​ວັນ​ພະຫັດ ທີ 06 ພະຈິກ 2009 ຄື​ລາຍການ​ເປີດ​ໃຈ​ໄວ​ຫນຸ່ມ ​ໃນ​ຫົວ​ຂໍ້ “ ມີ​ຮັກ​ໃນ​ໄວ​ຮຽນ ​ເຫນືອ​ນ​ແສງ​ທຽນ​ໃກ້​ຈະ​ດັບ”  ທີ່​ເວົ້າ​ເຖິງ​ຜົນ​ສະທ້ອນ ຂອງ​ການ​ມີ​ຄວາມ​ຮັກ ຢູ່​ໃນ​ໄວ​ຮຽນ ຂອງ​ໄວ​ຫນຸ່ມ ​ເຊິ່ງ​ໃນ​ຫົວ​ຂໍ້ນີ້ ຈະ​ປະກອບ​ດ້ວຍ ສາລະຫນ້າ​ຮູ້, ສະປອດ, ຂ່າວ, ການ​ສຳພາດ. ສຽງ​ມວນ​ຊົນ, ຄຳ​ຂັວນ, ລະຄອນ, ກາບກອນ,ນິທານ ​ແລະ​ສຽງ​ເພັງ. 
ນັບ​ແຕ່​ວັນ​ນັ້ນ ​ເປັນ​ຕົ້ນ​ມາ ການ​ອອກ​ອາກາດ​ ຂອງລາຍການ​ເປີດ​ໃຈ​ໄວ​ຫນຸ່ມ​ນີ້ ກໍ​ເຫັນ​ໄດ້​ວ່າ ​ໄດ້​ຮັບ​ການ​ຕອບ​ຮັບ​ຈາກ​ຜູ້​ຟັງ​ເປັນ​ຢ່າງ​ດີ ​ເປັນ​ຕົ້ນ ​ແມ່ນ​ເດັກ-​ໄວ​ຫນຸ່ມ ລວມ​ໄປ​ເຖິງ​ຜູ້​ໃຫຍ່​ກໍ​ໃຫ້​ຄວາມ​ສົນ​ໃຈ ຍ້ອນ​ວ່າລາຍການ​ທີ່​ຜະລິດ​ນີ້ ​ມີ​ຮູບ​ແບບ​ໃຫມ່ ມີ​ຫລາຍ​ປະ​ເພດບົດ​, ປະກອບ​ຢູ່ນຳ​ກັນ ​ແຕ່​ກໍຫນ້າ​ເສຍດາຍ ທີ່​ລາຍການ​ອອກ​ອາກາດ​ນັ້ນ ​ເປັນ​ລາຍການ​ບັນທຶກ ​ເຮັດ​ໃຫ້​ຜູ້​ຟັງ​ບໍ່​ສາມາດ​ສົນທະນາ​ກັບ​ນັກ​ຈັດ​ລາຍການ​​ໄດ້ໂດຍ​ກົງ ດ້ວຍ​ເຫດ​ນີ້ ມັນ​ຈິ່ງ​ໄດ້​ເປັນບັນຫາ ​ໃຫ້​ທີ​ມງານ​ພວກ​ເຮົາ​ຕ້ອງ​ໄດ້​ຄິດ​ວ່າ ຖ້າ​ຫາກ​ສາມາດ ຈັດ​ລາຍການ​ສົດ​ອອກ​ອາກາດ​ໄດ້ ມັນ​ກໍ​ຈະ​ກາຍ​ເປັນ​ການ​ສົ່ງ​ເສີມ​ໃຫ້​ກັບ​ຜູ້​ຟັງ​ມີ​ສ່ວນ​ຮ່ວມ​ຫລາຍ​ຂຶ້ນ ​ແລະ​ເຮັດ​ໃຫ້​ນັກ​ຈັດ​ລາຍການ​ໄດ້​ນຳ​ໃຊ້​ທັກ​ສະ​ຕ່າງໆ ​ໃນ​ການ​ຊ່ວຍ​ເຫລືອ​ເພື່ອນ​ໄວ​ຫນຸ່ມ ທີ່​ເປັນ​ກຸ່ມ​ຜູ້​ຟັງ ຜ່ານ​ທາງ​ວິທະຍຸ​ໄດ້​ຫລາຍ​ຂຶ້ນ...
ປີ 2008 ​ໂຄງການ​ວິທະຍຸ​ເດັກ​​ໄວ​ຫນຸ່ມ ​ໄດ້​ເຫັນ​ສະພາບ​ບັນຫາ​ ກ່ຽວ​ກັບ​ການ​ເວົ້າໃນ​ທີ່​ຊຸມ​ຊົນ ​ແລະ​ເວົ້າ​ໃນ​ເວທີ​ການສະ​ແດງ ​ເຊິ່ງ​ນັກ​ຈັດ​ລາຍການ​ຍັງ​ຂາດ​ເຕັກນິກ​ບາງ​ສ່ວນ ​ແລະ​ທັກ​ສະ​ໃນ​ການ​ເວົ້າ ດ້ວຍ​ເຫດ​ນີ້ ​ໂຄງການ​ຈິ່ງ​ໄດ້​ຈັດ​ການ​ອົບຮົມ​ກ່ຽວ​ກັບ​ການ​ເວົ້າ​ເທິງ​ເວທີ ​ແລະ​ການຈັດ​ລາຍການ​ສົດ ອັນ​ຈະ​ເປັນ​ການ​ສົ່ງ​ເສີມ ​ຄວາມ​ສາມາດ​  ໃຫ້​ກັບ​ນັກ​ຈັດ​ລາຍການ​ ເປີດ​ໃຈ​ໄວ​ຫນຸ່ມ  ຂອງ​ແຂວງ​ໄຊ​ຍະ​ບູລີ​  ເຊິ່ງນັກ​ຈັດ​ລາຍການ​ຂອງພວກ​ເຮົາ ກໍ​ໄດ້​ເຂົ້າ​ຮ່ວມຝຶກ​ອົບຮົມ ​ໃນ​ແຕ່​ລະ​ຄັ້ງ​ ​ແລະ​ໄປ​ທັດສະນະ​ສຶກສາ  ທີ່​ ປະ​ເທດ​ ກຳປູ​ເຈຍ​ ​ເພື່ອ​ຖອດ​ຖອນ​ບົດຮຽນ​ກັບ​ເພື່ອນ​ຕ່າງປະ​ເທດ ​ໂດຍ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ອົງການ​ຢູນິ​ເຊັບ. ການ​ໄປ​ນັ້ນ​ ແມ່ນ​ເພື່ອ​ແລກປ່ຽນ​ບົດຮຽນ, ປະສົບ​ການ​ກັບ​ຜູ້​ທີ່​ໄດ້​ເຮັດ​ວຽກ​ກ່ຽວ​ກັບ​ເດັກ ​ແລະ​ບັນຫາ​ຕ່າງໆ​ທີ່​ສ່ວນ​ໃຫຍ່​ມັກ​ເກີດ​ກັບ​ໄວ​ຫນຸ່ມ ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້ການ​ເຮັດ​ວຽກ​ຂອງ​ທີ​ມງານ ວິທະຍຸ​ເດັກ-​ໄວ​ຫນຸ່ມ​ແຂວງ​ໄຊ​ຍະ​ບູລີ​ມີ​ຄວາມ​ຄ່ອງ​ຕົວ ​ໂດຍ​ສະ​ເພາະ​ແມ່ນ​ ການ​ຜະລິດ​ລາຍການ​ຮູບ​ແບບ​ໃຫມ່​ ພ້ອມ​ກັບ​ການ​ຈັດ​ຕັ້ງ​ກຸ່ມ​ຜູ້​ຟັງ​ໃຫ້​ມີ​ປະສິດ​ທິພາ​ບ.
 ປັດຈຸບັນ ທີມງານວິທະຍຸໄວໜຸ່ມແຂວງໄຊຍະບູລີຍັງສືບຕໍ່ຜລິດລາຍການ ແລະ ການເຄື່ອນໄຫວອື່ນໆເພື່ອຮັບໃຊ້ສັງຄົມ ແລະ ດຽວນີ້ ລາຍການເປີດໃຈໄວໜຸ່ມ ແຂວງໄຊຍະບູລີ ຍັງໄດ້ຈັດເປັນພາສາມົ້ງຕື່ມອີກ.
ບໍ່ວ່າໃກ້ຫລືໄກ ສຽງພວກເຮົາສົດໃສ.....ແລະ ພ້ອມທີ່ຈະໄປເຖິງທ່ານ ໃນໄວໆນີ້...
...ຂໍຂອບໃຈນຳອົງການ Unicef, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ສູນວັດທະນະທຳເດັກ-ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ຊ່ວຍເຫລືອພວກເຮົາທາງດ້ານງົບປະມານ ແລະ ວິຊາການ.....
ຂອບໃຈທຸກໆທ່ານ ທີ່ໃຫ້ໂອກາດ ແລະ ສະໜັບສະໜູນການເຄື່ອນໄຫວກິດຈະກຳຕ່າງໆ
ພວກເຮົາດີໃຈ ແລະ ພ້ອມແລ້ວທີ່ຈະສືບຕໍ່ກິດຈະກຳນີ້ຕໍ່ໄປ....
....ຂອບໃຈຫລາຍໆ....

No comments:

Post a Comment