ອີງໃສ່ກອງປະຊຸມທົບທວນວຽກງານໂຄງການທີ່ໄດ້ຈັດຂື້ນ ໃນວັນທີ 18-19 ພຶດສະພາ ປີ 2009 ທີ່ທ່າລາດແຂວງວຽງຈັນ. ນັບແຕ່ນັ້ນມາຈຶ່ງຜະລິດລາຍການໃນຫົວຂໍ້ ເປີດໃຈໄວໜຸ່ມ. ເປັນເອກະພາບກັນໃນທົ່ວປະເທດ ໂດຍໄດ້ເນັ້ນໃສ່ໂຄສະນາກ່ຽວກັບ ສິດທິເດັກ, ພະຍາດເອດ, ສຸຂະພາບ, ຢາເສບຕິດ, ການຄ້າມະນຸດ ແລະ ປັນຫາອື່ນໆທີ່ມີຜົນດີຕໍ່ເດັກ-ໄວໜຸ່ມ
ລາຍການນີ້ມີປະສິດທິຜົນ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຟັງຢ່າງກ້ວາງຂວາງ ບໍ່ວ່າກຸ່ມຜູ້ຟັງທີ່ເປັນຜູ້ໃຫຍ່ກໍຄຶກຸ່ມເດັກ-ໄວໜຸ່ມ. ສີ່ງທີ່ພາກພູມໃຈເປັນຍາງຍີ່ງແມ່ນທີມງານຂອງພວກເຮົາໄດ້ເລືອກເຟັ້ນເອົານັກຈັດລາຍການວິທະຍຸເດັກ-ໄວໜຸ່ມ ທີ່ມາຈາກສູນວັດທະນະທຳເດັກຂອງແຂວງໂດຍໄດ້ຂັດເລືອກເອົາຜູ້ທີ່ມີຄວາມສະຫງວນມັກ, ມີພອນສະແຫວງມາດຳເນີນລາຍການໂດຍເນັ້ນໃສ່ຮູບແບບລາຍການວາລະສານວິທະຍຸໃນຮູບແບບໃໝ່ໂດຍເລັ່ງໃສ່ການນຳໃຊ້ທັກສະຊີວິດເຂົ້າໄປໃນລາຍການ.
ການທີ່ທີມງານຂອງພວກເຮົາໄດ້ເລືອກເອົາວິທີ່ການນຳໃຊ້ຮູບແບບທັກສະຊີວິດເຂົ້າໃນລາຍການວິທະຍຸນັ້ນກໍ່ມີຢູ່ສາມເຫດຜົນຄື: ມັນເປັນຈຸດສ້າງສີສັນໃຫ້ແກ່ຜູ້ຟັງ,ມັນຊ່ວຍສ້າງທັກສະຕ່າງໆໃຫ້ແກ່ຄົນຟັງໂດຍສະເພາະແມ່ນໄວໜຸ່ມເພື່ອເຂົ້າຕັດສິນບັນຫາໃຫ້ຖືກຕ້ອງໃນລະດັບໜຶ່ງ ພ້ອມນີ້ມັນຍັງຊ່ວຍໃຫ້ຄົນຟັງມີສ່ວນຮ່ວມ ແລະ ກ້າສະແດງອອກຄວາມຄິດຄວາມເຫັນຂອງຕົນເອງ,ຖ້າເປັນເຊັ່ນນີ້ການແລກປ່ຽນປະສົບການໂດຍອາໄສລາຍນີ້ເປັນສື່ກໍ່ຈະນັບມື້ນັບຫຼາຍ ແລະ ນັບຫາທີ່ຍາກໃນການແກ້ໄຂຂອງໄວໜຸ່ມກໍ່ຈະສະດວກ ແລະ ງ່າຍຂຶ້ນ.
ຜ່ານການໂຄສະນາຜ່ານສື່ວິທະຍຸດ້ວຍການຜະລິດລາຍການ, ຜະລິດສະປ໋ອດໃນໄລຍະຜ່ານມາເຫັນວ່າ: ຜູ້ໃຫຍ່ ກໍ່ຄຶຜູ້ປົກຄອງມີຄວາມເຂົ້າໃຈ ແລະ ຍອມຮັບຄວາມຄິດຄວາມເຫັນ ຂອງເດັກນ້ອຍທີ່ໄດ້ສະແດງອອກນັບມື້ນັບຫຼາຍຂຶ້ນ.
ເປັນນັກຈັດລາຍການມາແຕ່ປີ 2005 ການດຳເນີນກິດຈະກຳແຕ່ລະໄລຍະມີຄວາມສະດວກ,ເປັນກັນເອງເຮັດວຽກເປັນທີມງານ,ມີການວາງແຜນໃນແຕ່ລະເດືອນ,ມີການແບ່ງວຽກກັນຢ່າງລະອຽດ ແລະ ສະຫລັບສັບປ່ຽນກັນອອກລາຍການສົດ,ການຂຽນຂ່າວ,ການຂຽນສະກິບ,ຊວນຫົວ ແມ່ນມີຄວາມສຳຄັນເພາະເຮັດໃຫ້ຜູ້ຟັງໄດ້ປະທັບໃຈ.ສ່ວນອຸປະສັກແລະຂໍ້ຫຍຸ້ງຍາກແມ່ນມີຫນ້ອຍເພາະໄດ້ມີການປຶກສາຫາລືກັບຜູ້ຮັບຜິດຊອບລາຍການໃນໄລຍະຜ່ານມາຕົນເອງໄດ້ມີການເຝິກອົບຮົມ 5 ເທື່ອພາຍໃນປະເທດເຊັ່ນ: ການຕັດຕໍ່ສຽງ,ການອອກອາກາດສົດ,ການລົງຊຸມຊົນ,ການເຝິກກ່ຽວກັບພະຍາດສາຍພັນໃຫມ່,ກ່ຽວກັບສິດທິສະເຫມີພາບ ລະຫວ່າງບັດບາດເດັກຍິງ-ເດັກຊາຍ.
ຊື່ ແລະ ນາມສະກຸນ ທ້າວ ຈັນທະວີ ບົວພັນນາ ຫຼື ຂຽດ, ທີ່ເກີດ ບ້ານ ສະຫນາມໄຊ, ທີ່ຢູ່ປັດຈຸບັນບ້ານ ພັດທະນາສະຫນາມໄຊ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນມັດທະຍົມສຶກສາສົມບູນໂພນໄຊ,ເວລາຫວ່າງ: ອ່ານປື້ມ, ຟັງເພງ.
ເປັນນັກຈັດລາຍການເລີ່ມແຕ່ປີ 2007 ການດຳເນີນການແມ່ນມີຄວາມສະດວກສະບາຍໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງເປັນປົກກະຕິ ສິ່ງທີ່ປະທັບໃຈແມ່ນເຮັດໃຫ້ຕົນເອງມີສ່ວນຮ່ວມໃນການເຮັດວຽກ, ມີຄວາມຮູ້ມີຄວາມສາມາດ,ກ້າສະແດງອອກເຊັ່ນ: ການຂຽນ,ການອ່ານດການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ. ຜ່ານມາຕົນເອງໄດ້ເຂົ້າຮ່ວມເຝິກອົບຮົມຢູ່ພາຍໃນໃນຫົວຂໍ້ ພໍ່ຮັກລູກຜູກພັນຄອບຄົວ, ການໂຄສະນາຊຸມຊົນ, ບົດບາດຍິງ-ຊາຍ, ແລະຢູ່ທີ່ແຂວງ ສະຫວັນນນະເຂດໃນຫົວຂໍ້ ປັບປຸງວຽກງານການເຄື່ອນໄຫວໃນຊຸມຊົນ.
ຊື່ ແລະ ນາມສະກຸນ ທ້າວ ອະນຸສິນ ພິລາວົງ ຫຼື ແກະ. ທີ່ເກີດ ບ້ານຫ້ວຍຍາງຄຳ,ປະຈຸບັນຮຽນຫນັງສືຢູ່ໂຮງຮຽນ ມັດທະຍົມຕອນຕົ້ນ ບ້ານກາງ,ເວລາຫວ່າງ: ຟັງວິທະຍຸ, ຫຼີ້ນກິລາເຕະຕໍ້. ນ້ອງເອງເປັນນັກຈັດລາຍການມາແຕ່ກາງປີ2009 ການດຳເນີນກິດຈະກຳໃນແຕ່ລະໄລຍະແມ່ນດີເພາະວ່າລາຍການອອກອາກາດວັນອາທິດເວລາ 11:00-11:30 ໂມງ, ບໍ່ຂັດຂ້ອງໃນວັນຮຽນ. ສິ່ງທີປະທັບໃຈຫລາຍຄືທຸກຄົນມີຄວາມກະຕືລືລົ້ນໃນຫນ້າທີວຽກຂອງໃຜລາວ ແລະບໍ່ມີອຸປະສັກຢ່າງໃດທີຈະເຮັດໃຫ້ລາຍ ການເປີດໃຈໄວຫນູ່ມມີຄວາມທໍ້ຖອຍ.
ຊື່ ແລະ ນາມສະກຸນ ທ້າວ ສີຍາ ວົງພົມ ຫຼື ໂກະ. ທີ່ເກີດ ບ້ານຫວ້ຍຍາງຄຳໃຕ້, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານ ກາງ, ເວລາຫວ່າງ: ຟັງເພງ, ອ່ານປື້ມ, ຫຼີ້ນກິລາເຕະບານ.
ເປັນນັກຈັດລາຍການແຕ່ຕົ້ນປີ 2009 ການດຳເນີນ ກິດຈະກຳແຕ່ລະໄລຍະ ມີຄວາມສະດວກດີ,ປະທັບໃຈທີມງານທີມີຄວາມສາມັກຄີ,ເຮັດວຽກເປັນກຸ່ມ ແລະ ພູມໃຈທີໄດ້ເປັນນັກຈັດລາຍການ ໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນໃຫ້ສັງຄົມກໍ່ຄືມວນຊົນໄດ້ຮັບຮູ້. ອຸປະສັກ ແມ່ນມີຫລາຍສິ່ງ ຫລາຍຢ່າງເປັນຕົ້ນແມ່ນ ເວລາຍັງບໍ່ເອື້ອອຳນວຍຄວາມສະດວກ ເພາະວ່ານ້ອງຍັງເປັນນັກຮຽນແລະໃນອະນາຄົດນ້ອງເອງຢາກໃຫ້ໂຄງການນີ້ຍືນຍົງ ແລະ ໃຫ້ມີການແລກປ່ຽນຄຳຄິດຄຳເຫັນ.
ຊື່ ແລະ ນາມສະກຸນ ທ້າວ ສຸກອຳໄພ ພົນລະມະນີ ຫຼື ສຸດ. ທີ່ເກີດ ບ້ານໂຊກອຳນວຍ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ໂຊກອຳນວຍ,ປະຈຸບັນຮຽນຫນັງສືຢູ່ໂຮງຮຽນ ມັດທະຍົມຕອນຕົ້ນ ບ້ານກາງ, ເວລາຫວ່າງ: ຟັງເພງ, ອ່ານປື້ມ, ເຮັດກິດຈະກຳ.
ເປັນນັກຈັດລາຍການແຕ່ປີ 2007 ການດຳເນີນກິດຈະກຳມີຄວາມຫຍຸ້ງຍາກແດ່ຫນ້ອຍຫນຶ່ງ. ການເຮັດວຽກຂອງພວກເຮົາແມ່ນເຮັດວຽກເປັນທີມ, ມີການວາງແຜນ,ມີການປັບປຸງເລື້ອຍໆ ໂດຍສະເພາະແມ່ນການຂຽນສະກິບ,ຊວນຫົວ,ສາລະຫນ້າຮູ້. ໄລຍະຜ່ານມາການຈັດລາຍການແມ່ນບໍ່ມີອຸປະສັກ ເພາະວ່າການເຮັດວຽກຂອງພວກເຮົາແມ່ນໄດ້ເຮັດຕາມແຜນການທີວາງໄວ້. ໃນອະນາຄົດແມ່ນຢາກໃຫ້ສືບຕໍ່ໂຄງການວິທະຍຸສຳລັບເດັກ ເພາະ ມັນມີຜົນດີຫລາຍຢ່າງເຊັ່ນ : ການມີສ່ວນຮ່ວມ, ທັກສະໃນການເວົ້າ ແລະ ອື່ນໆ.
ຊື່ ແລະ ນາມສະກຸນ ທ້າວ ສາຍລົມ ໃຊປັນຍາ ຫຼື ລົມ, ທີ່ເກີດ ບ້ານສີບຸນເຮືອງ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ຫ້ວຍຍາງຄຳໃຕ້, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນມັດທະຍົມຕອນປາຍ ປາກເຊ, ເວລາຫວ່າງ: ຟັງວິທະຍຸ, ອ່ານປື້ມ.
ເປັນນັກຈັດລາຍການເລີ່ມແຕ່ປີ 2008 ການດຳເນີນກິດຈະກຳແຕ່ລະໄລຍະແມ່ນມີຄວາມຫ້າວຫັນ ແລະ ມີຄວາມກະຕືລືລົ້ນ ສິ່ງທີປະທັບໃຈຄືໃນແຕ່ລະອາທິດ ພວກເຮົາມີການລວມ ແລະ ວາງແຜນເພື່ອມອບຫນ້າທີໃຫ້ແຕ່ລະບຸກຄົນ. ມີອຸປະສັກຄື : ການເຮັດລາຍການມີຄວາມຫຍຸ້ງຍາກຫລາຍ ເພາະວ່າຍັງຮຽນຢູ່. ໃນອະນາຄົດຄິດຢາກໃຫ້ມີການເຝິກອົບຮົມໃຫ້ແກ່ນັກຈັດລາຍການຮຸ່ນສືບທອດ. ຜ່ານມານ້ອງເອງເຄີຍເຂົ້າຮ່ວມເຝິກອົບຮົມ 1 ຄັ້ງ ໃນຫົວຂໍ້ ແນວຄິດພື້ນຖານກ່ຽວກັບບົດບາດຍິງ-ຊາຍ .
ຊື່ ແລະ ນາມສະກຸນ ທ້າວ ວິລະໄຊ ຄຳສຸກໃສ ຫຼື ສັ້ນ. ທີ່ເກີດ ບ້ານ ພູມ່ວງ , ທີ່ຢູ່ປັດຈຸບັນບ້ານ: ບ້ານ ພູມ່ວງ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນມັດທະຍົມ ຕອນຕົ້ນ ບ້ານກາງ, ເວລາຫວ່າງ: ຫຼີ້ນກິລາເຕະບານ, ເຮັດເກິດຈະກຳ.
ເປັນນັກຈັດລາຍການເລີ່ມແຕ່ກາງປີ 2007 ການດຳເນີນການໃນແຕ່ລະໄລຍະທຸກຄົນແມ່ນໃຫ້ຄວາມຮ່ວມມື ແລະ ເຮັດວຽກເປັນທີມ ທຸກຄົນມີຄວາມຫ້າວຫັນດີ. ສິ່ງທີປະທັບໃຈແມ່ນພາຍໃນທີມງານຂອງພວກເຮົາແມ່ນມີຄວາມສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ອຸປະສັກໃນການການຈັດສັນເວລາພາຍໃນທີມງານແມ່ນບໍ່ລົງໂຕກັນເພາະຕ່າງຄົນກໍ່ມີຫນ້າທີຮັບຜິດຊອບໃນການຮ່ຳຮຽນຂອງຕົນ. ຜ່ານມາຕົນເອງໄດ້ເຂົ້າຮ່ວມເຝິກອົບຮົມ 2 ຄັ້ງ ໃນຫົວຂໍ້ ພໍ່ຮັກລູກຜູກພັນຄອບຄົວທີ່ ແຂວງ ຈຳປາສັກ ແລະ ຫົວຂໍ້ ການຜະລິດລາຍການເດັກ-ໄວຫນຸ່ມ ຢູ່ທີ່ ແຂວງ ວຽງຈັນ.
ຊື່ ແລະ ນາມສະກຸນ ທ້າວ ໄຊປະສົງ ຈຽມສີສຸລາດ ຫຼື ໂກ. ທີ່ເກີດ ບ້ານໂນນສະຫວ່າງ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ໂນນສະຫວ່າງ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນ ມັດທະຍົມສຶກສາສົມບູນ ໂພນໄຊ, ເວລາຫວ່າງ: ເບີ່ງບົດຮຽນ, ຟັງເພງ, ຟັງວິທະຍຸ, ຫຼີ້ນກິລາເຕະບານ.
ເປັນນັກຈັດລາຍການມາແຕ່ປີ 2009 ເດືອນກໍລະກົດ ການດຳເນີນກິດຈະກຳແຕ່ລະໄລຍະແມ່ນມີຄວາມສະດວກດີຕາມທີ່ທີມງານໄດ້ວ່າງແຜນ, ເຖີ່ງແມ່ນວ່າ ຈະມີອຸປະສັກເລັກນ້ອຍກໍ່ຕາມເປັນຕົ້ນແມ່ນ: ດີນ ,ຟ້າ,ອາກາດບໍ່ເອື້ອອຳນວຍໃນການລົງບໍລິການຊຸຊົນ ນ້ອງເອງໄດ້ມີໂອກາດຝຶກອົຮົບຫຼາຍຄັ້ງເປັນຕົ້ນກໍ່ແມ່ນການເຝິກອົບຮົມການຈັດລາຍການສຳລັບເດັກ. ຜ່ານການເຝິກອົບຮົມນ້ອງກໍ່ໄດ້ບົດຮຽນຫລາຍຢ່າງເຊັ່ນ : ການນຳໃຊ້ເຕັກນິກ,ທັກສະການເວົ້າ, ພື້ນຖານການນຳໃຊ້ອຸປະກອນເຊັ່ນ: ການສຳພາດ( ການນຳໃຊ້ເທັບສຽງ ), ນອກນັ້ນຍັງໄດ້ຮູ້ການແກ້ໄຂບັນຫາ. ຢາກໃຫ້ມີຫານເຝິກອົບຮົມໃນການພັດທະນາເພື່ອເຮັດໃຫ້ໂຄງການມີຄວາມຍືນຍົງ.
ຊື່ ແລະ ນາມສະກຸນ ນາງ ທິດາວອນ ສະຫລັກແສງ ຫຼື ກີ້. ທີ່ຢູ່ປັດຈຸບັນບ້ານ: ບ້ານ ປາກເຊ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນມັດທະຍົມ ໂພນໄຊ. ເວລາຫວ່າງ: ອ່ານປື້ມ, ຫຼີ້ນກິລາຕີ້ດອກ.
ເປັນນັກຈັດລາຍການເລີ່ມແຕ່ປີ 2007 ແຕ່ລະໄລຍະກໍ່ໄດ້ມີການລົງຊຸມຊົນເພື່ອເຜີຍແຜ່ຄວາມຮູ້ ໃຫ້ແກ່ພໍ່ ແມ່ປະຊາຊົນ. ສິ່ງທີປະທັບໃຈແມ່ນ ການເຮັດວຽກເປັນທີມ ແລະ ການໃຫ້ການຕ້ອນຮັບຂອງຊຸມຊົນທີໄດ້ລົງໄປເຄື່ອນໄຫວ. ສຳລັບອຸປະສັກແມ່ນມີຫລາຍພໍສົມຄວນແຕ່ເຖິງມີຄວາມຫຍຸ້ງຍາກແນວໃດກໍ່ຕາມພວກ ເຮົາກໍ່ຈະພະຍາຍາມສູ້ຊົນ ແລະ ຜ່ານພົ້ນໄປໃຫ້ໄດ້.
ຊື່ ແລະ ນາມສະກຸນ ນາງ ແສງໄພລິນ ໂພນສະຫວັນ ຫຼື ລິນ. ທີ່ເກີດ ບ້ານ ໂພນບົກ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ໂພນບົກ,ປະຈຸບັນຮຽນຫນັງສືຢູ່ໂຮງຮຽນມັດທະຍົມ ໂພນໄຊ, ເວລາຫວ່າງ: ຟ້ອນ, ຟັງວິທະຍຸ.
ເປັນນັກຈັດລາຍການເລີ່ມແຕ່ປີ 2007 ການດຳເນີນລາຍການໃນແຕ່ລະໄລຍະແມ່ນຈະສ້າງໃຫ້ມີຄວາມຮູ້,ຄວາມສາມາດເພີ່ມຂຶ້ນ. ສິ່ງທີມີຄວາມປະທັບໃຈທີສຸດແມ່ນການລົງຊຸມຊົນ,ການເຜີຍແຜ່ຄວາມຮູ້ໃຫ້ແກ່ທຸກຄົນໄດ້ຮັບຮູ້ ແລະ ທີສຳຄັນແມ່ນການສາມັກຄີໃນກຸ່ມ. ໃນອະນາຄົດແມ່ນຢາກໃຫ້ລາຍການມີການພັດທະນາ ແລະ ມີການຂະຫຍາຍຕົວເພື່ອເຮັດໃຫ້ຜູ້ຟັງມີການຮັບຟັງລາຍການຫລາຍຂຶ້ນ. ຜ່ານມາຕົນເອງໄດ້ມີການເຝິກອົບຮົມ 2 ຄັ້ງ ໃນຫົວຂໍ້ ການຈັດລາຍການສົດ ແລະ ການຈັດລາຍການທີດີຄວນເຮັດແນວໃດ.
ຊື່ ແລະ ນາມສະກຸນ ນາງ ສຸພາພອນ ໄຊສົງຄາມ ຫຼື ສັ້ນ,ທີ່ເກີດ ບ້ານ ຫ້ວຍຍາງຄຳເຫນືອ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ຫ້ວຍຍາງຄຳເຫນືອ,ປະຈຸບັນຮຽນຫນັງສືຢູ່ໂຮງຮຽນແຮກມານໄມເນີ ( SOS ) ເວລາຫວ່າງ: ເຮັດກິດຈະກໍາ, ຟ້ອນ.
ເປັນນັກຈັດລາຍການເລີ່ມແຕ່ປີ 2009 ການດຳເນີນກິດຈະກຳໃນແຕ່ລະໄລຍະແມ່ນໄດ້ອ່ານນິທານ,ຊວນຫົວ,ສະກິບ. ມີຄວາມປະທັບໃຈໃນການເປັນໂຄສົກ ເພາະເຮັດໃຫ້ຕົນເອງມີຄວາມກ້າສະແດງອອກ. ອຸປະສັກບາງຄັ້ງກໍ່ຄາຮຽນ.ໃນອະນາຄົດຢາກໃຫ້ລາຍການນີ້ສືບຕໍ່ໄປເລື້ອຍ ແລະ ຢາກເຂົ້າຮ່ວມເຝິກອົບຮົມ.
ຂໍເປີດໃຈກ່ຽວກັບຄວາມຮູ້ສຶກຂອງຕົນເອງໃນການມີສ່ວນຮ່ວມເຂົ້າໃນໂຄງການນີ້ ແມ່ນມີຄວາມພູມໃຈຫລາຍ ເພາະເຮັດໃຫ້ຕົນເອງມີປະສົບການ,ຮູ້ຈັກຫມູ່ຄູ່ຫລາຍຄົນ,ມີຄວາມກ້າສະແດງອອກ ແລະ ຮູ້ຈັກສິ່ງໃຫມ່ໆຫລາຍຢ່າງ.
ຊື່ ແລະ ນາມສະກຸນ ນາງ ຟາມທິຫງ່າ ຫຼື ຫງ່າ.ທີ່ເກີດ ບ້ານ ສາງນ້ຳມັນ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ຮ່ອງລະຍອມ,ປະຈຸບັນຮຽນຫນັງສືຢູ່ໂຮງຮຽນມັດທະຍົມສົມບູນ ໂພນໄຊ. ເວລາຫວ່າງ:ເຮັດກິດຈະກຳ, ຟ້ອນ, ເຕັ້ນ. ເປັນນັກຈັດລາຍການເລີ່ມແຕ່ປີ 2009 ການດຳເນີນແຕ່ລະໄລຍະກໍ່ໄດ້ລົງຊຸມຊົນໂຄສະນາເຜີຍແຜ່ຄວາມຮູ້ເລື່ອງຕ່າງໆເຊັ່ນ: ພະຍາດໂລກເອດ,ພະຍາດຖອກທ້ອງ,ອະນາໄມສາມສະອາດ ແລະ ອື່ນໆ. ສິ່ງທີ່ປະທັບໃຈແມ່ນການລົງຊຸມຊົນ ແລະ ໃຫ້ຄວາມຮູ້ແກ່ປະຊາຊົນ ໄດ້ຮູ້ເຖິງການຄ້າມະນຸດ,ສິດທິເດັກ ຫລື ການໃຊ້ຄວາມຮຸນແຮງໃນຄອບຄົວ ຕໍ່ແມ່-ເດັກ. ໃນອະນາຄົດຢາກໃຫ້ໂຄງການນີ້ມີການເຜີຍແຜ່ຫລາຍຂຶ້ນເພື່ອຈະໄດ້ມີການແລກປ່ຽນບົດ ຮຽນຫລາຍຂຶ້ນ. ໃນຜ່ານມານ້ອງເອງເຄີຍເຂົ້າຮ່ວມເຝິກອົບຮົມ 1 ຄັ້ງ ຢູ່ທີ່ ສະໂມສອນຫລັກ 4 ແຂວງ ຈຳປາສັກ ເຊິ່ງເຮັດນ້ອງໄດ້ສິດທິຂອງເດັກ,ບົດບາດຍິງ-ຊາຍ.
ຊື່ ແລະ ນາມສະກຸນ ນາງ ສຸພາພອນ ສີຫາບຸດ ຫຼື ໂນໆ,ທີ່ເກີດ ບ້ານ ຫລັກເມືອງ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ພະບາດ,ມັດທະຍົມສົມບູນ ໂພນໄຊ, ເວລາຫວ່າງ: ຟ້ອນ, ຟັງວິທະຍຸ.
ເປັນນັກຈັດລາຍການເລີ່ມແຕ່ປີ 2009 ການດຳເນີນງານໃນແຕ່ລະໄລຍະ ໄດ້ມີການເຝິກອົບຮົມ,ລົງຊຸມຊົນ,ໂຄສະນາເຜີຍແຜ່. ສິ່ງທີ່ປະທັບໃຈແມ່ນ ການລົງໄປເຄືອ່ນໄຫວຊຸມຊົນຢູ່ເຂດຊົນນະບົດ ແລະ ໃຫ້ຄວາມຮູ້ແກ່ພໍ່ແມ່ ແລະ ເດັກ, ສິ່ງສຳຄັນແມ່ນໄດ້ເຂົ້າຮ່ວມເຝິກອົບຮົມກັບຫລາຍພາກສ່ວນທີ່ມາຈາກຕ່າງແຂວງ ແລະ ມີການແລກປ່ຽນເຊິ່ງກັນ ແລະ ກັນ. ໃນອະນາຄົດຢາກໃຫ້ມີການຈັດລາຍການສົດຫລາຍກ່ວາການອັດ,ຢາກໃຫ້ເພິ່ມເວລາການຈັດລາຍການ. ຜ່ານມາຕົນເອງໄດ້ເຂົ້າຮ່ວມເຝິກອົບຮົມຢູ່ທີ່ ສະໂມສອນຫລັກ 4 ແຂວງ ຈຳປາສັກ ນອ້ງເອງກໍ່ໄດ້ຮຽນຮູ້ຫລາຍສິ່ງຫລາຍຢ່າງ,ໄດ້ຮູ້ຈັກວິທີການຂຽນບົດຢ່າງຖືກຕ້ອງ ແລະ ການອອກລາຍສົດຄວນປະຕິບັດດຕົນແນວໃດໃນເວລາຫມູ່ທີຢູ່ທາງຫນ້າ.
ຊື່ ແລະ ນາມສະກຸນ ນາງ ວໍລະສາ ຫຼ້າດວງເລີດ ຫຼື ຫລິນ. ທີ່ເກີດ ບ້ານ ຫາງດອນສະດຳ ເມືອງໂຂງ, ທີ່ຢູ່ປັດຈຸບັນບ້ານ: ບ້ານ ໂຊກອຳນວຍ ເມືອງປາເຊ ແຂວງຈຳປະສັກ. ເວລາຫວ່າງ: ຟ້ອນ, ອ່ານນິທານ.
ນ້ອງເອງເປັນນັກຈັກລາຍການເລີ່ແຕ່ປີ 2010 ການດໍາເນີດງານ ແຕ່ລະໄລະຍະແມ່ນມີຄວາມສະ ດວກແລະຄວາມຫຍຸ້ງຫຍາກຫຼາຍຢ່າງ ໃນນັ້ນມີທັງການລົງຊຸມຊົນເຜີຍແຜ່ໂຄສະນາຕ່າງໆ. ແລະສີ່ງທີ່ປະທັບໃຈແມ່ນການໄດ້ເຮັດວຽກຮ່ວມກັບອ້າຍໆເອື້ອຍໆ ແມ່ນເພີ່ນມີຄວາມສາມັກຄີ ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ບໍ່ຈະທຸກຫຼືສຸກ. ແລະໃນອານາຄົດນ້ອງຢາກໂຄງການນີ້ ສືບຕໍ່ໄປເລື້ອຍໆເພາະມັນໃຫ້ປະໂຫຍດແກ່ ພວກເຮົາພ້ອມທັງຜູ້ຟັງນຳອີກດ້ວຍເພາະໂຄງການ ນີ້ເຮັດໃຫ້ນ້ອງມີຄວາມສາມາດກ້າສະແດງອອກ, ໄດ້ເຮັດໃນສີ່ງທີ່ບໍ່ເຄີຍເຮັດມາກ່ອນ.
ລາຍການເປີດໃຈໄວຫນຸ່ມ ແຂວງ ຈຳປາສັກ ກ່ອນຈະມີລາຍການອອກອາກາດມາໄດ້ນັ້ນມັນບໍ່ແມ່ນເລື່ອງງ່າຍດາຍ, ຜູ້ຮັບຜິດຊອບໂຄງການພວກເຮົາຕ້ອງໄດ້ເຮັດວຽກຫລາຍໆຢ່າງໃນເວລາອັນສັ້ນໆເຊັ່ນ: ການວາງແຜນອອກອາກາດ,ການຂໍອະນຸຍາດນຳໃຊ້ເວລາການກະຈາຍສຽງ ຈາກພະແນກຖະແຫລງຂ່າວ-ວັດທະນະທຳແຂວງ,ການຊອກຫາບຸກຄະລາກອນ ໂດຍສະເພາະແມ່ນນັກຈັດລາຍຫນຸ່ມ ທີຈະມາຈັດລາຍການ ເຊິ່ງພວກເຮົາໄດ້ເລືອກເຟັ້ນ ແລະ ຄັດເລືອກເອົາໄວຫນຸ່ມທີມີຄວາມສະຫງວນມັກ, ມີພອນສະຫວັນ ແລະ ສະມັກໃຈຈາກສູນວັດທະນະທຳເດັກຂອງແຂວງ ນັບແຕ່ໂຄງການນີ້ເກີດຂຶ້ນພວກເຮົາສາມາດສ້າງນັກຈັດລາຍການໄດ້ທັງຫມົດ 10 ຄົນ, ຍິງ 06 ຄົນ.
ໄປພ້ອມໆກັບການເຝິກອົບຮົມທາງດ້ານວິຊາການ, ໃຫ້ທຶນຮອນແກ່ທີມງານຂອງພວກເຮົາແລ້ວ, ທາງອົງການຢູນິເຊັບ ຍັງໄດ້ສະຫນອງອຸປະກອນໃນການຜະລິດລາຍການວິທະຍຸໃຫ້ແກ່ພວກເຮົາຫລາຍຢ່າງ ເພື່ອແນໃສການຜະລິດລາຍການຢ່າງສະດວກສະບາຍ ແລະ ເປັນອິດສະຫລະໃນການເຮັດວຽກເປັນທີມງານ.
ລາຍການ ເປີດໃຈ ໄວຫນຸ່ມ ແຂວງ ຈຳປາສັກ ແມ່ນລາຍການຫນຶ່ງທີພ້ອມໄດ້ຮັບຄວາມນິຍົມຊົມຊອບຈາກໄວຫນຸ່ມກໍ່ຄືຜູ້ປົກຄອງ ເພາະນອກຈາກຈະເຮັດໃຫ້ໄວຫນຸ່ມກ້າສະແດງຄວາມສາມາດຂອງຕົນເອງອອກມາໃຫ້ເພື່ອນໄວຫນຸ່ມໄດ້ເຫັນຜົນງານແລ້ວກໍ່ຍັງເຮັດໃຫ້ຜູ້ປົກຄອງ ແລະ ສັງຄົມຮູ້ໄດ້ກ່ຽວກັບຄວາມຕ້ອງການ, ການແກ້ໄຂບັນຫາຕົນເອງໃນລະດັບຫນຶ່ງໃນການດຳລົງຊີວິດຂອງເຂົາເຈົ້າໃນສະພາບແວດລ້ອມເຂົາປະເຊີນຢູ່ອີກດ້ວຍ.
ຂອບໃຈທຸກໆທ່ານທີ່ເຂົ້າໃຈ, ໃຫ້ໂອກາດ ແລະ ຊ່ວຍເຫລືອທີມງານພວກເຮົາ
ພົບພວກເຮົາໄດ້ທີ່: FM 103,7 MKZ ທຸກໆວັນອາທິດເວລາ 11: 00 -11: 30 ແຂວງຈຳປາສັກ.
ຂອບໃຈອົງການ Unicef, ວິທະຍຸກະຈາຍສຽງແຫ່ງຊາດລາວ, ສູນວັດທະນະທຳເດັກ-ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ຊ່ວຍເຫລືອພວກເຮົາທັງງົບປະມານ ແລະ ວິຊາການດ້ວຍດີຕະຫລອດມາ....ຂອບໃຈຫລາຍໆເດີ້....
























No comments:
Post a Comment