ການນຳໃຊ້ ຮູບແບບລາຍການທາງວາລະສານຮູບແບບໃຫມ່ໂດຍເລັງໃສ່ນໍາໃຊ້ທັກສະຊີວິດ ເຂົ້າໃນ ລາຍການວິທະຍຸ.ເຮັດໃຫ້ລາຍການວິທະຍຸຂອງເດັກ-ໄວໝຸ່ມແຂວງບໍ່ແກ້ວ ໄດ້ມີໃບໜ້າໃໝ່ ໂດຍແມ່ນ ໄວໝຸ່ມເປັນຜູ້ຈັດທຳ ດໍາເນີນລາຍການເອງ,ຊື່ລາຍການເບື້ອງຕົ້ນຊື່ວ່າ: ລາຍການ ສຽງຂອງໄວໝຸ່ມ ຫຼັງຈາກໄດ້ໄປປະຊຸມຮ່ວມກັນຢູ່ວຽງຈັນຕົ້ນປີ2008ແມ່ນໄດ້ປ່ຽນຊື່ມາເປັນ ລາຍການ ເປີດໃຈໄວຫນຸ່ມ ໂດຍກະຈາຍສຽງທາງ ແຂວງບໍ່ແກ້ວໃນລະບົບ ເອັບເອັມ 102,75 ເມກາເຮີດ ຂອງແຂວງບໍ່ແກ້ວ.ຊື່ງໄດ້ຮັບຄວາມນີຍົມຈາກຜູ້ຟັງໄດ້ເປັນຢ່າງດີ.
ນັກຈັດລາຍການ “ເປີດໃຈໄວໜຸ່ມ” ແຂວງບໍ່ແກ້ວ.
ຊື່ແລະນາມສະກຸນ ນ.ສີລິປະພາ ດວງຈິດ ຫລື ເມ. ທີ່ເກີດ: ບ້ານ ມຸງຄຸນສີນ; ເມືອງ ຫ້ວຍຊາຍ; ແຂວງ ບໍ່ແກ້ວ; ທີ່ຢູ່ປະຈຸບັນ ບ້ານ ມ່ວງແກ້ວ; ເມືອງ ຫ້ວຍຊາຍ; ແຂວງ ບໍ່ແກ້ວ. ປະຈຸບັນເປັນນັກຮຽນ, ນັກຈັດລາຍການວິທະຍຸ. ສິ່ງທີ່ມັກ : ເບິ່ງຂ່າວ,ເບິ່ງຫນັງ,ຟັງເພງ,ຈັດລາຍການ
ສໍາ ລັບເມເປັນນັກຈັດລາຍການມາແຕ່ທ້າຍປີ 2007 ການດຳເນີນກິດຈະກຳນີ້ ແມ່ນດີຫລາຍ,ມ່ວນໃນເວລາເຮັດວງກໂດຍສະເພາະແມ່ນການທີ່ໄດ້ຈັດລາຍ ຮ່ວມກັບທີມງານ,ສິ່ງທີ່ປະທັບໃຈ ແມ່ນການທີໄດ້ໄປລົງໂຄສະນາຮ່ວມກັບທີມງານຢູ່ສະຖານທີ່ຕ່າງໆ ເພາະບໍ່ເປັນພຽງການໂຄສະນາມັນເຮັດໃຫ້ເມໄດ້ພົບກັບຜູ້ຄົນຫລາຍ ຂື້ນ,ໄດ້ປະສົບການໃຫມ່ໆຫລາຍຢ່າງ,ນອກນີ້ເມຍັງມີໂອກາດໄປເຝິກອົມ ຮົມຮ່ວມກັບຫມູ່ຫລາຍໆຄົນ ທັງຫມົດນີ້ແມ່ນອົງການຢູນິເຊັບໄດ້ໃຫ້ໂອກາດເມໄດ້ພົບກັບສິ່ງ ໃຫມ່ໆເຂົ້າມາໃນຊີວິດ.
ຊື່ແລະນາມສະກຸນ ນ.ອານຸສອນ ບົວປິ່ນ ຫລື ນ້ອຍ, ທີ່ເກີດ: ບ້ານ ມີໄຊສະຫວ່າງ. ທີ່ຢູ່ປະຈຸບັນ: ບ້ານ ຂອນແກ້ວ; ເມືອງ:ຫ້ວຍຊາຍ;ແຂວງ: ບໍ່ແກ້ວ, ປະຈຸບັນເປັນນັກຮຽນ,ສິ່ງທີ່ມັກ: ຟັງເພງ,ເບິ່ງລາຍການຕ່າງໆ. ສຳລັບຕົວຂອງນ້ອງແມ່ນ ແມ່ນມີຄວາມຮູ້ສຶກດີໃຈຫລາຍ ທີ່ເປັນສ່ວນ ຫນຶ່ງຂອງລາຍການເປີດໃຈໄວຫນຸ່ມແຂວງບໍ່ແກ້ວ ເພາະມັນເຮັດໃຫ້ນ້ອງ ມີປະສົບການຫລາຍຢ່າງ ບໍ່ວ່າຈະເປັນການຈັດລາຍການວິທະຍຸ ແລະ ການລົງບໍລິການຊຸມຊົນ ດັ່ງນັ້ນ ນ້ອງຈິ່ງກາຍເປັນຄົນທີ່ກ້າເວົ້າ ແລະ ກ້າສະແດງອອກ ສ່ວນສິ່ງທີ່ປະທັບໃຈກໍແມ່ນ ການລົງບໍລິການຊຸມຊົນ ມັນເຮັດໃຫ້ນ້ອງໄດ້ພົບປະກັບຄົນຫລາຍ ແລະໄດ້ຄວາມຮູ້ໃຫມ່ໆ ຈາກປະສົບການຕົວຈິງ...ຊື່ແລະນາມສະກຸນ ທ.ຄອນສະຫວັນ ພັນທະນິດ ຫລື ກ້ຽງ
ທີ່ເກີດ: ບ້ານ ຫ້ວຍຊາຍໃຕ້. ທີ່ຢູ່ປະຈຸບັນ: ບ້ານ ມ່ວງແກ້ວ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ. ປະຈຸບັນເປັນນັກຮຽ,ນັກຈັດລາຍການວິທະຍຸ, ສິ່ງທີ່ມັກ: ຟັງເພງ,ອ່ານປື້ມເລື່ອງຕ່າງໆ,ເວລາຫວ່າງ: ນອນ,ຫລີ້ນກິລາ
ເລີ່ມເຮັດວຽກຢູ່ວິທະຍຸແຕ່ປີ 2006 ແລະເຂົ້າຮ່ວມໂຄງການ ຈັດລາຍການ ວິທະຍຸ ສຳລັບເດັກກັບລາຍການເປີດໃຈໄວຫນຸ່ມໃນປີ2007,ກໍ່ເຫັນໄດ້ວ່າ ເປັນລາຍການທີ່ດີ,ສາມາດໃຫ້ຄວາມຮູ້ ກ່ຽວກັບ ເພື່ອນໄວຫນຸ່ມເຮົາ ແລະນອກນັ້ນ ກໍຍັງສ້າງສີສັນ ຢູ່ພາຍໃນລາຍການ ບໍ່ວ່າຈະເປັນສຽງເພງ ລາວສະຕິງ,ລະຄອນ,ຊວນຫົວ,ຂ່າວ, ສາລະຫນ້າຮູ້ອີກເປັນຈຳນວນຫລວງ ຫລາຍ ເຊິ່ງ ມັນໃຫ້ນ້ອງ ເອງ ມີຄວາມກ້າຄິດກ້າສະແດງອອກ ,ກ້າເວົ້າກ້າວ່າ ຈາກທີ່ເຄີຍເປັນຄົນຂີ້ ອາຍມາກ່ອນ ແລະ ຍັງເປັນ ອີກລາຍການຫນື່ງ ທີ່ເຮັດໃຫ້ເດັກນ້ອຍພວກເຮົາ ມີຄວາມຮັກແພງ ສາມັກກັນດີ.
ຊື່ແລະນາມສະກຸນ ນ.ສົມມະນີຄອນ ດາລາຈັນ ຫລື ຕຸກຕິກ. ທີ່ເກີດ: ບ້ານ ມຸງຄຸນສິນ, ເມືອງ: ຫ້ວຍຊາຍ ແຂວງ ບໍ່ແກ້ວ, ທີ່ຢູ່ປະຈຸບັນ: ບ້ານ ຫ້ວຍຊາຍໃຕ້; ເມືອງ: ຫ້ວຍຊາຍ; ແຂວງ: ບໍ່ແກ້ວ ປະຈຸບັນເປັນນັກຮຽ, ນັກຈັດລາຍການວິທະຍຸ, ສິ່ງທີ່ມັກ: ຄວາມສວຍງາມຄວາມສົດໃສ
ເວລາຫວ່າງ: ຟັງເພງ. ເລີ່ມເຮັດວຽກຢູ່ວິທະຍຸແລະເລີ່ມເຂົ້າໂຄງການ ຈັດລາຍການ ວິທະຍຸເປີດໃຈໄວຫນຸ່ມໃນ ປີ 2008ເຊິ່ງເປັນລາຍການ ທີ່ໃຫ້ຄວາມ ຮູ້ແກ່ໄວຫນຸ່ມຫລາຍ ບໍ່ວ່າຈະເປັນຜູ້ທີ່ຈັດທຳລາຍການ ແລະ ຜູ້ຟັງກໍໄດ້ຄວາມຮູ້ ຫລືທັກສະຊີວິດນຳກັນ, ຍ້ອນລາຍການນີ້ຈິ່ງເຮັດ ໃຫ້ນ້ອງມີຫມູ່ຫລາຍຄົນ ແລະ ຮູ້ຈັກການຜະລິດລາຍການວິທະຍຸ, ສ່ວນສິ່ງທີ່ປະທັບໃຈກໍແມ່ນ ການເຮັດວຽກຮ່ວມ ກັບທີມງານຫລາຍໆຄົນແລະການລົງບໍລິ ການຊຸມຊົນ ເພາະເຮັດໃຫ້ນ້ອງ ມີການພັດທະນາຕົນເອງ, ສະນັ້ນຈິ່ງຂໍເປີດໃຈວ່າໂຄງການນີ້ ແມ່ນເຮັດໃຫ້ນ້ອງ ເປັນຄົນກ້າສະແດງອອກຫລາຍ.
ຊື່ແລະນາມສະກຸນ ນ.ລັດດາວັນ ດາວລືໄຊ ຫລື ແບະ, ທີ່ເກີດ: ບ້ານ ຫ້ວບຊາຍໃຕ້, ທີ່ຢູ່ປະຈຸບັນ: ບ້ານ ຫ້ວຍຊາຍໃຕ້; ເມືອງ: ຫ້ວຍຊາຍ; ແຂວງ: ບໍ່ແກ້ວ. ປະຈຸບັນເປັນນັກຮຽນ ຢູ່ໂຮງຮຽນ ມັດທະຍົມສົມບູນ ສັນຕິພາບ. ສິ່ງທີ່ມັກ: ຈັດລາຍການ ເວລາຫວ່າງ: ຫລິ້ນກິລາຕີດອກປີກໄກ່. ນ້ອງເອງ ເປັນນັກຈັດລາຍ ການມາແຕ່ປີ 2008 ການດຳເນີນລາຍການແຕ່ລະໄລຍະ ແມ່ນມີ ຄວາມເບີກບານມ່ວນຊື່ນດີ, ທີມງານມີຄວາມສາມັກຄີກັນ,ຊ່ວຍ ເຫລືກັນ ແລະເວລາທີ່ໄປເອົາສຽງສຳພາດ ກໍແມ່ນເຮັດໃຫ້ຕົນເອງ ໄດ້ຄວາມ ຮູ້ ຫລືໄດ້ຄຳຄິດເຫັນຂອງເພື່ອນໆ ແລ້ວນຳເອົາມາອອກ ລາຍການ ເຊິ່ງ ການອອກອາກາດແຕ່ລະຄັ້ງ ກໍແມ່ນເຮັດໃຫ້ ຜູ້ຟັງລາຍການໄດ້ຮັບ ຂໍ້ມູນ ຢ່າງຫລວງຫລາຍ ແລະ ໄດ້ຄວາມຮູ້ ຈາກການຟັງ ໂດຍສະເພາະແມ່ນໄວຫນຸ່ມ ດັ່ງນັ້ນຈິ່ງເວົ້າໄດ້ວ່າ ໂຄງການນີ້ແມ່ນດີຫລາຍໃນ ການຝຶກຝົນໃຫ້ໄວຫນຸ່ມເປັນຄົນທີ່ກ້າເວົ້າ ກ້າສະແດງອອກ.
ຊື່ແລະນາມສະກຸນ ທ. ສຸທະລິດ ວັນນະສີ ຫລື ຟີ, ທີ່ເກີດ: ບ້ານ ຫ້ວບຊາຍເຫນືອ. ທີ່ຢູ່ປະຈຸບັນ: ບ້ານ ຫ້ວຍຊາຍເຫນືອ; ເມືອງ: ຫ້ວຍຊາຍ; ແຂວງ: ບໍ່ແກ້ວ. ປະຈຸບັນເປັນນັກຮຽຢູ່ໂຮງຮຽນ ມັດທະຍົມສົມບູນ ສັນຕິພາບ. ສິ່ງທີ່ມັກ: ຈັດລາຍການ, ເວລາຫວ່າງ: ຫລິ້ນກິລາ,ຫລິ້ນດົນຕີ
ນ້ອງເອງເປັນນັກຈັດລາຍການ ມາແຕ່ປີ 2007, ເຊິ່ງຕົວນ້ອງເອງ ແມ່ນມີຄວາມຮູ້ສຶກປະທັບໃຈຫລາຍທີ່ໄດ້ເປັນສ່ວນຫນຶ່ງຂອງລາຍການ ເພາະລາຍການນີ້ ໄດ້ເຮັດໃຫ້ນ້ອງຮຽນຮູ້ຫລາຍຢ່າງ, ພ້ອມທັງເຂົ້າ ຝຶກອົບຮົມ ແລະໄດ້ປະສົບການໃຫມ່ໆ ເຊິ່ງເປັນສິ່ງທີ່ດີຈາກໂຄງການ ທີ່ເຮັດໃຫ້ໄວຫນຸ່ມ ມີຄວາມກ້າຄິດ ແລະກ້າສະແດງອອກ ໃນການຈັດລາຍ ການດ້ວຍຕົນເອງ ພ້ອມກັນນັ້ນກໍຕ້ອງຂໍຂອບໃຈໂຄງການທີ່ໄດ້ເປີດ ໂອກາດໃຫ້ກັບແຂວງຂອງພວກນ້ອງ ໄດ້ມີລາຍ ການໄວຫນຸ່ມ ເປັນຜູ້ຈັດເອງແລະນຳສະເຫນີເອງ. ນ້ອງເອງຂໍເປີດໃຈວ່າ: ສິ່ງທີ່ປະທັບໃຈຫລາຍ ກໍແມ່ນເວລາທີ່ເຮັດວຽກຮ່ວມກັບທີມງານຫລາຍຄົນ ແລະເວລາທີ່ລົງເຄື່ອນໄຫວຊຸມຊົນ ແມ່ນມ່ວນຫລາຍ.
ຫລາຍຄັ້ງ ການລົງເຄື່ອນໄຫວໂຄສະນາຮັບໃຊ້ຊຸມຊົນ ພວກເຮົາຕ້ອງໄດ້ຍ່າງບົນເສັ້ນທາງ ຂຶ້ນພູຫລາຍກິໂລແມັດ ເພາະລົດບໍ່ສາມາດເຂົ້າເຖິງໄດ້ ຍ້ອນທາງເປັນຂຸມໃຫຍ່ ຫລື ບໍ່ກໍ ຂົວຂ້າມນ້ຳຫ້ວຍເປ່ເພກໍມີ ແລະ ບາງເທື່ອພວກເຮົາຕ້ອງໄດ້ຂີ່ເຮືອໄປ... ແຕ່ພວກເຮົາກໍພາກພູມໃຈໃນການປະຕິບັດກິດຈະກຳນີ້.
ພາຫານະທຸກຢ່າງ ຈະເປັນລົດສອງແຖວ ຫລື ລົດເມ ທີ່ໃຊ້ສຳລັບເດີນທາງໄປດຳເນີນກິດຈະກຳນັ້ນ ເພື່ອຜູ້ຟັງລາຍການວິທະຍຸ, ເພື່ອໃຫ້ຄວາມມ່ວນຊື່ນລື່ນເລີງ....ພວກເຮົາກໍໄປໄດ້ ໄປຮອດ ໄປເຖິງ ດ້ວຍຄວາມມ່ວນຊື່ນ...
ການສະແດງຮັບໃຊ້ຊຸມຊົນ ຈະມີຫລາຍລາຍການເຊັ່ນ: ຮ້ອງເພງ, ຟ້ອນ, ລະຄອນ ແລະ ອື່ນໆ
ພວກເຮົາຂໍຂອບໃຈທຸກໆທ່ານທີ່ເຂົ້າໃຈ ແລະ ໃຫ້ການສະໜັບສະໜູນ ໂດຍສະເພາະອົງການ Unicef ທີ່ຊ່ວຍເຫລືອດ້ານງົບປະມານ, ສູນວັດທະນະທຳເດັກສູນກາງ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ທີ່ໄດ້ຊ່ວຍເຫລືອດ້ານວິຊາການດ້ວຍດີສະເໝີມາ...
ຢ່າລືມຕິດຕາມຮັບຟັງການຈັດລາຍການຂອງພວກເຮົາໄດ້ທີ່ FM 102,75 Mkz

















No comments:
Post a Comment