ໃນເບື້ອງຕົ້ນ ມີຊື່ວ່າລາຍການເຍົາວະຊົນຄົນໃໝ່ຕໍ່ມາລາຍການດັ່ງກ່າວ ກໍໄດ້ປ່ຽນແປງມາເປັນ ລາຍການ ໂລກສົດໃສສຳລັບພວກເຮົາຜ່ານການຖອດຖອນບົດຮຽນຈາກການຈັດຕັ້ງ ປະຕິບັດ ເຫັນວ່າ ລາຍການ ຄວນມີຊື່ເປັນເອກະພາບທົ່ວ-ປະເທດຂອງບັນດາແຂວງທີ່ຢູ່ໃນໂຄງການ ດັ່ງນັ້ນຈິ່ງພ້ອມກັນປ່ຽນມາເປັນ ລາຍການ ເປີດໃຈໄວໜຸ່ມ ຈົນເທົ່າທຸກວັນນີ້.
ລາຍການທີ່ຜະລິດແຕ່ລະໄລຍະເປັນລາຍການອັດເພາະວ່າ ຄວາມຊຳນິຊຳນານ ຂອງຜູ້ດຳເນີນ ລາຍການຍັງບໍ່ທັນມີຄວາມພ້ອມເທື່ອສະມະຊິກຂອງກຸ່ມຈັດລາຍການຈິ່ງໄດ້ມີການແບ່ງໜ້າວຽກ
ໃຫ້ແຕ່ລະຄົນຮັບຜິດຊອບ ໂດຍລະອຽດ ເຊັ່ນ: ການຂຽນບົດອອກອາກາດຫລືສະຄິບຂອງ ລາຍການ, ບົດສາລະໜ້າຮູ້, ບົດການສຳພາດ, ບົດກາບກອນ,ບົດລະຄອນ ແລະ ອື່ນໆ.
ຄວາມເໝາະສົມຂອງເວລາ.ເນື້ອໃນການໂຄສະນາສ່ວນຫລວງຫລາຍແມ່ນກ່ຽວຂ້ອງກັບວຽກງານ ການສຶກສາ, ສາທາລະນະ-ສຸກ, ນ້ຳສະອາດ, ການຮັກສາສິ່ງແວດລ້ອມ, ຕ້ານຢາເສບຕິດ ,ຕ້ານການ ຄ້າມະນຸດ,ໂລກເອດ,ໄຂ້ຫວັດໃຫຍ່ສາຍພັນໃໝ່,ສິດທິຂອງເດັກ ໂດຍໄດ້ຮັບການປັບປຸງຊຸກຍູ້ ສົ່ງເສີມ ດ້ານວິຊາການຈາກວິທະຍຸກະຈາຍສຽງແຫ່ງຊາດ ແລ ອົງການUnicefປະຈຳລາວ ເປັນຜູ້ອຸປະຖຳ ດ້ານງົບປະມານການເງິນ.
ປະການ ທີ່ສຳຄັນ ອຳນາດການປົກຄອງຂັ້ນເທິງມີຄວາມເຂົ້າໃຈຫລາຍຂຶ້ນຍອມຮັບຮູ້ຜົນງານ ການເຄື່ອນ ໄຫວກິດຈະກຳທີ່ເດັກກ້າສະແດງອອກ ໃນທາງທີ່ຖືກຕ້ອງ ເຊັ່ນການເປັນພິທີກອນ ຈັດລາຍການວິທະຍຸສຳລັບເດັກ, ການສະແດງສີລະປະວັນນະຄະດີ. ສະນັ້ນເພື່ອໃຫ້ລາຍການມີ ຫລາກຫລາຍ ຮູບແບບແລະ ມີຫລາຍສີສັນ ພວກເຮົາໄດ້ເອົາວິທີການນຳໃຊ້ ຮູບແບບ ທັກສະ ຊີວິດເຂົ້າໃນລາຍການວິທະຍຸສຳລັບເດັກ ແລະ ໄວໜຸ່ມເຊິ່່ງເຮັດໃຫ້ຜູ້ຟັງມີຄວາມນິຍົມຊົມຊອບ, ມີສ່ວນຮ່ວມໃນການອອກຄຳເຫັນຊຸກຍູ້ລາຍການເຮັດໃຫ້ລາຍການໄດ້ກາຍເປັນຈຸດປະກາຍທີ່ດີຂຶ້ນ ເທື່ອລະກ້າວ.
ລາຍການເປີດໃຈໄວໜຸ່ມ- Open Heart Open Airwaves ໄດ້ອອກອາກາດ ທຸກວັນອາທິດ ເວລາ 18ໂມງ ຫາ18:30 ນາທີໃນ-ລະ-ບົບ AM ຄວາມ-ຖີ່ 585 Khz ....








No comments:
Post a Comment