ໃນກອງປະຊຸມ ທົບທວນກິດຈະກຳປະຈຳປີ 2010 ຄັ້ງວັນທີ 22 ທັນວາ 2010 ລະຫວ່າງທີມງານວິທະຍຸໄວໜຸ່ມ ຂອງ ວສລ ຮ່ວມກັບຝ່າຍ Unicef ເຫັນວ່າໂຄງການນີ້ ມີຜົນດີໃນການສ້າງໄວໜຸ່ມໃຫ້ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ ແລະ ຈະກາຍ ເປັນແຂນຂວາຂອງພັກຢ່າງແທ້ຈິງ.
ທ່ານ ສີພາ ນົງລາດ ຄະນະພັກກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ກ່າວວ່າ: “ ໃນປີ 2011 ເຖິງຈະມີ ງົບປະມານນ້ອຍກໍຕາມ ຂໍໃຫ້ທີມງານວິທະຍຸໄວໜຸ່ມ ບໍ່ວ່າທາງພາກລັດ ກໍຄື ທາງອົງການ Unicef ໄດ້ໃຊ້ຄວາມພະຍາຍາມຂະຫຍາຍໂຄງການນີ້ຕື່ມອີກ ເພື່ອຕອບສະ ໜອງ ແນວທາງນະໂຍບາຍ ຂອງພັກ- ຂອງລັດຖະບານ ແລະ Unicef ໂດຍສະເພາະແຂວງທີ່ຍັງທຸກຍາກ ເຊັ່ນແຂວງ ຫົວພັນ ແລະ ອັດຕະປື ເປັນຕົ້ນ.
ວິທະຍຸ ແລະ ການເຄື່ອນໄຫວ ປຸກລະດົມຊຸມຊົນ ພວກເຮົາໄດ້ເປີດໂຄງການ ວິທະຍຸໄວໜຸ່ມ ຂຶ້ນທີ່ແຂວງ ຫົວພັນ ໂດຍການເປີດຊຸດອົບຮົມກ່ຽວກັບວຽກງານວິຊາການຜລິດລາຍການວິທະຍຸ ເມື່ອວັນທີ 2-6 ເມສາ 2011 ໂດຍມີເດັກ-ໄວໜຸ່ມ ເຂົ້າຮ່ວມ 12 ນ້ອງ.
ທີມງານວິທະຍຸໄວໜຸ່ມໄວໜຸ່ມແຂວງຫົວພັນ
ເຖິງຈະເປັນທີມງານສ້າງຂຶ້ນໃໝ່ ແຕ່ຫລາຍຄົນມີຄວາມສາມາດຫລາຍຢ່າງ, ໃນທີມງານນີ້ ຫລັງຈາກການເຝິກອົບຮົມແລ້ວ ມີຫລາຍນ້ອງ ໄດ້ຈັດລາຍການໂທລະພາບ “ ເພື່ອໄວໜຸ່ມ” ນຳອີກ ເຊິ່ງເປັນລາຍການທີ່ ຕິດພັນກັບລາຍການວິທະຍຸ “ ເປີດໃຈໄວໜຸ່ມ” ທັງໝົດນີ້ແມ່ນກະຈາຍ ຜ່ານ ສະຖານີວິທະຍຸ-ໂທລະພາບແຂວງຫົວພັນ...
ຖ້າທ່ານບໍ່ສະດວກຮັບຟັງລາຍການຂອງພວກເຂົາທີ່ວິທະຍຸແຂວງຫົວພັນ ເຊີນທ່ານຕິດຕາມຮັບຟັງ ໄດ້ອີກທີ່: ວິທະຍຸກະຈາຍສຽງແຫ່ງຊາດລາວ ລະບົບ AM 567 Khz ເວລາ 17:00 ໂມງ ຂອງວັນ ອາທິດ ລາຍການທີ່ວ່ານີ້ ຍັງມີການສອນພາສາ “ຊຳເໜືອ” ມື້ລະຄຳນຳເດີ້ ພີ່ນ້ອງ.... ຢ່າລືມຟັງເດີ້..
ຖ້າທ່ານບໍ່ສະດວກຮັບຟັງລາຍການຂອງພວກເຂົາທີ່ວິທະຍຸແຂວງຫົວພັນ ເຊີນທ່ານຕິດຕາມຮັບຟັງ ໄດ້ອີກທີ່: ວິທະຍຸກະຈາຍສຽງແຫ່ງຊາດລາວ ລະບົບ AM 567 Khz ເວລາ 17:00 ໂມງ ຂອງວັນ ອາທິດ ລາຍການທີ່ວ່ານີ້ ຍັງມີການສອນພາສາ “ຊຳເໜືອ” ມື້ລະຄຳນຳເດີ້ ພີ່ນ້ອງ.... ຢ່າລືມຟັງເດີ້..
...ງົດງາມນ້ຳມ້າສ່ອງໃສ, ວຽງໄຊປະຫັວດສາດ, ຜ້າໄໝຊຳໃຕ້, ຫີນຕັ້ງຜາເມືອງ,
....ພວກເຮົາມີໂອກາດທີ່ຈະພັດທະນາຕົນເອງແດ່ແລ້ວ....
ແຕ່ເພື່ອນຂອງພວກເຮົາຍັງຕ້ອງການຄວາມຊ່ວຍເຫລືອຈາກທ່ານຢູ່...
......ຂອບໃຈຫລາຍໆ.....












ຫົວພັນກະຍັງມີແລ້ວ
ReplyDeleteຊຽງຂວາງຫາຍຈ້ອຍບໍ່ມີນຳເພີ່ນຊ້ຳ