ນັບແຕ່ມີໂຄງການນີ້ ເຂົ້າມາສູ່ວິທະຍຸກະຈາຍສຽງແຂວງຫລວງພະບາງ ມັນເປັນໂອກາດອັນດີທີ່ເດັກ ແລະໄວຫນຸ່ມ ໄດ້ທີໂອກາດໂຄສະນາສິດທິຂອງຕົນເອງ ຜ່ານກິດຈະກຳ ສະແດງໃນການລົງຊຸມຊົນ ຜ່ານຄື້ນວິທະຍຸກະຈາຍສຽງ ອີກປະການຫນຶ່ງທີ່ສຳຄັນທີ່ສຸດ ຜູ້ໃຫຍ່ຫລາຍທ່ານ ແມ່ນມີຄວາມເຂົ້າໃຈ ແລະຍອມຮັບຟັງຄຳຄິດຄຳເຫັນຂອງເດັກນ້ອຍ ນັບມື້ນັບຫລາຍຂຶ້ນ ໃນຂະນະທີ່ ທາງທີມງານດຳເນີນກິດຈະກຳຕ່າງໆ ລວມເຖິງການລົງຊຸມຊົນແຕ່ລະຄັ້ ອຳນາດການປົກຄອງຂັ້ນສູງກໍຮັບຮູ້ນຳ ພ້ອມທັງຍັງໃຫ້ຄວາມສະດວກ ຊຸກຍູ້ໃຫ້ເດັກ ແລະໄວຫນຸ່ມ ໄດ້ສະແດງອອກ ໃນການໂຄສະນາສິດທິເດັກ ແລະບັນຫາອື່ນໆ ທີ່ມີຜົນຕໍ່ໄວຫນຸ່ມ ເປັນຕົ້ນ ແມ່ນບັນຫາສຸຂະພາບ, ຢາເສບຕິດ, ໂລກເອດ, ການຄ້າມະນຸດ, ສາມສະອາດ, ສິ່ງແວດລ້ອມ ເຫລົ່ານີ້ເປັນຕົ້ນ.
ໃນໄລຍະປີຕໍ່ມາ ປີ2007 ທີມງານຜູ້ຮັບຜິດຊອບໂຄງການໄດ້ຕັ້ງບັນຫາຂຶ້ນມາວ່າ: ຄວນຈະມີວິທະຍຸເດັກ-ໄວຫນຸ່ມ ໂດຍໄດ້ເລືອກເຟັ້ນເອົານັກຈັດລາຍການທີ່ຫນຸ່ມນ້ອຍສ້າງຜູ້ສືບທອດ ແລະ ນຳໃຊ້ທັກສະຊີວິດເຂົ້ານຳການນຳໃຊ້ເຂົ້າໃນລາຍການວິທະຍຸນີ້ ເພື່ອຊ່ວຍໃຫ້ຄົນຟັງ ມີສ່ວນຮ່ວມ ແລະກ້າສະແດງ ຄວາມຄິດເຫັນຂອງຕົນ ເປັນການແລກປ່ຽນປະສົບການ ໂດຍອາໄສລາຍການນີ້ ໂດຍສະເພາະ ແມ່ນໄວຫນຸ່ມ ໃນການແກ້ໄຂບັນຫາໃຫ້ຖືກຕ້ອງ ໃນລະດັບໃດຫນຶ່ງ ທີ່ແນ່ນອນ.
ລາຍການເປີດໃຈໄວຫນຸ່ມ ອອກອາກາດທຸກໆວັນເສົາ ເວລາ09: 00-09: 30 ທີ່ວິທະຍຸກະຈາຍສຽງແຂວງຫລວງພະບາງ ໃນລະບົບ FM 705 KH,FM 103.5 MHz ລາຍການທຳອິດ ທີ່ອອກອາກາດແມ່ນວັນທີ 05 ເມສາ 2008.
ລວແລ້ວ ກ່ອນທີ່ພວກເຮົາຈະມີລາຍການອອກອາກາດ ມາຢືນຢູ່ຈຸດນີ້ໄດ້ນັ້ນ ກໍຍ້ອນການຊ່ວຍເຫລືອຈາກອົງການຢູນິເຊັບປະຈຳລາວ ໃຫ້ການສະຫນັບສະຫນູນ ໂດຍຜ່ານການຈັດຕັ້ງທຸກຂັ້ນ ທາງພະແນກຖະແຫລງຂ່າວ ແລະວັດທະນະທຳປະຈຳແຂວງ ວິທະຍຸກະຈາຍສຽງ ແຂວງຫລວງພະບາງ ແລະ ສູນວັດທະນະທຳເດັກ ໄດ້ເອົາໃຈໃສ່ໃນການເລືອກເຟັ້ນເອົາໄວຫນຸ່ມຜູ້ທີ່ມີພອນສະຫວັນແລະມີຄວາມມັກໃນດ້ານນີ້.
ລວແລ້ວ ກ່ອນທີ່ພວກເຮົາຈະມີລາຍການອອກອາກາດ ມາຢືນຢູ່ຈຸດນີ້ໄດ້ນັ້ນ ກໍຍ້ອນການຊ່ວຍເຫລືອຈາກອົງການຢູນິເຊັບປະຈຳລາວ ໃຫ້ການສະຫນັບສະຫນູນ ໂດຍຜ່ານການຈັດຕັ້ງທຸກຂັ້ນ ທາງພະແນກຖະແຫລງຂ່າວ ແລະວັດທະນະທຳປະຈຳແຂວງ ວິທະຍຸກະຈາຍສຽງ ແຂວງຫລວງພະບາງ ແລະ ສູນວັດທະນະທຳເດັກ ໄດ້ເອົາໃຈໃສ່ໃນການເລືອກເຟັ້ນເອົາໄວຫນຸ່ມຜູ້ທີ່ມີພອນສະຫວັນແລະມີຄວາມມັກໃນດ້ານນີ້.
ຊື່ ແລະ ນາມສະກຸນ ທ ສຸລິວົງ ແສງສຸໄລ. ທີ່ເກີດ ບ້ານວິຊຸນ, ທີ່ຢູ່ປັດຈຸບັນ ບ້ານວິຊຸນ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນ ມັດທະຍົມສຶກສາສົມບູນສັນຕິພາບ, ເວລາຫວ່າງ: ມັກອື່ນປື້ມ,ມັກແຕ້ມຮູບແລະຫລິ້ນຄອມພິວເຕີ.
ເ ເປັນນັກຈັດລາຍການມາແຕ່ປີ 2006 ມາເຖິງທຸກວັນນີ້ ກໍໄດ້ 4ປີແລ້ວ ທີ່ເຮັດວຽກນຳ ລາຍການວິທະຍຸເປີດໃຈໄວຫນຸ່ມ ໂຄງການນີ້ ແມ່ນເປັນໂຄງການທີ່ດີຫລາຍ ສອນໃຫ້ຮູ້ຈັກການເຮັດວຽກເປັນກຸ່ມ, ການໂຄສະນາຊຸມຊົນ ແລະຈັດລາຍການວິທະຍຸ ແລະສຳລັບຕົວນ້ອງແລ້ວ ແມ່ນໄດ້ເຂົ້າຮ່ວມເຝິກອົບຮົມຫລາຍຄັ້ງເຊັ່ນ: ເຝິກອົບຮົມລາຍການວິທະຍຸ, ເຝິກອົບຮົມການສັກຢາກັນພະຍາດ, ເຝິກອົບຮົມສື່ນຳໃຊ້ການໂຄສະນາ, ເຝິກອົບຮົມການຈັດລາຍການວິທະຍຸແບບ
ໃຫມ່(ແບບວາລະສານ) ພິເສດແມ່ນທັກສະຊີວິດ ນອກຈາກນັ້ນຍັງໄດ້ເຂົ້າຮ່ວມງານພົບປະເດັກທົ່ວ ປະເທດ ຄັ້ງທີ 9 ທີ່ແຂວງວຽງຈັນ, ເຂົ້າຮ່ວມກອງປະຊຸມການສະຫລຸບຜົນງານທີ່ນະຄອນຫລວງວຽງຈັນ, ເຂົ້າເຝິກ ອົບຮົມການນຳໃຊ້ປຶ້ມຄູ່ມືການຜະລິດລາຍການວິທະຍຸທີ່ທ່າລາດແຂວງວຽງຈັນ, ເຂົ້າຮ່ວມການເຝິກອົບຮົມຜູ້ນຳພາທີ່ດີກັບອາສາສະຫນັກທີ່ເປັນນັກຈັດລາຍການແຂວງໄຊຍະບູລີ ທີ່ແຂວງໄຊຍະບູລີ ແລະພິເສດສຸດໆ ແມ່ນການໄປທັດສະນະສຶກສາ ຢູ່ປະເທດກຳປູເຈຍ ເຊິ່ງສິ່ງທີ່ກ່າວມານັ້ນ ລ້ວນແລ້ວແຕ່ສ້າງຄວາມຮູ້ ຄວາມສາມາດແກ່ຕົນເອງ, ສັງຄົມ ເຊິ່ງນ້ອງມີຄວ່ມຮູ້ສຶກປະທັບໃຈທີ່ສຸດທີ່ໄດ້ເຂົ້າຮ່ວມໂຄງການນີ້.
ຊື່ ແລະ ນາມສະກຸນ ທ ສິນໄຊ ແສນບຸດດີ. ທີ່ເກີດ ບ້ານ ນາສຳພັນ, ທີ່ຢູ່ປັດຈຸບັນບ້ານ ນາສຳພັນ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນ ວິທະຍາໄລທຸລະກິດມະນີວັນ, ເວລາຫວ່າງ: ຟ້ອນ, ແຕ້ມຮູບ, ຮ້ອງເພັງ ແລະແຕ່ງກິນ, ເລົ່ານິທານຕ່າງໆ.
ຂໍເປີດໃຈວ່າ: ຕົນເອງເປັນນັກຈັດລາຍການ ມາແຕ່ປີ2008 ໃນການດຳເນີນກິດຈະກຳມີຄວາມປະທັບໃຈຫລາຍຢ່າງເຊັ່ນ: ການເຮັດວຽກເປັນທີມ, ເຝິກຝົນຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດ ການເປັນຄົນກ້າສະແດງອອກ ນອກຈາກນັ້ນນ້ອງກໍໄດ້ມີ ສ່ວນຮ່ວມ ໃນການພັດທະນາຊຸມຊົນ ສ່ວນອຸປະສັກກໍພົບຄວາມຫຍຸ້ງຍາກຄື: ບໍ່ມີເວລາຫລາຍໃນການກະກຽມຂໍ້ມູນຂ່າວສານຍທີ່ຈະອອກອາກາດ, ເວລາລົງໂຄສະນາຊຸມຊົນ ກໍຂາດເຂີນອຸປະກອນ ເຊັ່ນ: ລາງວັນບໍ່ພຽງພໍ, ຂໍ້ມູນເອກະສານ, ປ້າຍໂຄສະນາ ແລະໃນໄລຍະຜ່ານມາ ແມ່ນໄດ້ເຂົ້າຮ່ວມຝຶກອົບຮົມບົດບາດຍິງຊາຍ, ສິ່ງແວດລ້ອມ, ການຕັດຕໍ່ລາຍການວິທະຍຸ ແລະໄປທັດສະນະສຶກສາທຳມະຊາດແຫລ່ງຕ່າງໆຢູ່ພາຍໃນແຂວງຫລວງພະບາງ ໃນຕອນທ້າຍນີ້ຢາກບອກວ່າ ດີໃຈຫລາຍທີ່ໄດ້ມີໂອກາດຮຽນຮູ້ ແລະເຝິກຝົນຕົນເອງ.
ຊື່ ແລະ ນາມສະກຸນ ທ ສອນທະລີ ວິໄລສັກ. ທີ່ເກີດ ບ້ານຫາດຮ່ຽນ, ທີ່ຢູ່ປັດຈຸບັນບ້ານ: ຫາດຮ່ຽນ ເມືອງຫລວງພະບາງ ແຂວງຫລວງພະບາງ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນ ມ.ສ ສັນຕິພາບ, ເວລາຫວ່າງ:ເລົ່ານິທານ, ຮ້ອງເພັງ,ງານສີມື, ແຕ້ມຮູບ,ຟ້ອນແລະຈັດລາຍການ.
ນ້ອງເອງເປັນນັກຈັດລາຍການ ມາແຕ່ປີ 2008 ທີ່ຜ່ານມາການດຳເນີນ ກິດຈະກຳກໍເຫັນວ່າດີຫລາຍ ແລະ ເວລາທີ່ໄປລົງບໍລິການຊຸມຊົນ ປະຊາຊົນກໍ ໃຫ້ຄວາມສົນໃຈເປັນຢ່າງຍິ່ງ ສ່ວນສິ່ງທີ່ປະທັບໃຈທີ່ ສຸດກໍແມ່ນເວລາການສະແດງ ສີລະປະວັນນະຄະດີ ແລະໃຫ້ຄວາມຮູ້ຕ່າງໆ ແກ່ພໍ່ແມ່ປະຊາຊົນ ເວລາທີ່ພວກເຮົາຕັ້ງຄຳຖາມປະຊາຊົນ ທາງຜູ່ໃຫຍ່ ແລະເດັກນ້ອຍກໍຍາດກັນອອກມາຕອບ ບາງຄົນກໍຍັງສະແດງຄວາມສາມາດສະເພາະໂຕໃຫ້ພວກເຮົາໄດ້ເຫັນແລະພວກເຮົາກໍສາມາດນຳມາຂຽນ ເປັນຂ່າວໄດ້ອີກ
ຊື່ ແລະ ນາມສະກຸນ ທ ສຸລິເດດ ລາວັນພອນ. ທີ່ເກີດ ບ້ານທາດຫລວງ, ທີ່ຢູ່ປັດຈຸບັນ ບ້ານຂົວທີສອງ.
ມ.ສ ສັນຕິພາບ, ເວລາຫວ່າງ: ມັກເຮັດກິດຈະກຳຮ່ວມກັບເອື້ອຍອ້າຍນັກຈັດລາຍການ. ນ້ອງໄດ້ຮັບຄັດເລືອກເຂົ້າເປັນນັກຈັດລາຍການໃນປີ2008 ສະພາບການດຳເນີນກິດຈະກຳ ແມ່ນໄດ້ ປະກອບ ສ່ວນ ເຂົ້າໃນການຈັດລາຍການ ແຕ່ລະອາທິດ ເຊິ່ງໃນການເປັນນັກຈັດລາຍການນັ້ນ ແມ່ນນ້ອງໄດ້ຮຽນຮູ້ ຫລາຍຢ່າງທີ່ ເປັນຄວາມຮູ້ແກ່ຕົນເອງ ສະນັ້ນຂໍເປີດໃຈວ່າ ມີຄວາມຮູ້ສຶກດີໃຈເປັນທີ່ສຸດ ເພາະວ່າ ນ້ອງເປັນຜູ້ຫນຶ່ງທີ່ໄດ້ຮັບການຄັດເລືອກຈາກເດັກນ້ອຍຫລາຍໆຄົນ ໃຫ້ໄດ້ເຂົ້າຮ່ວມໃນໂຄງການວິທະຍຸເພື່ອເດັກ ເຊິ່ງເປັນກະບອກສຽງກະຈາຍຂ່າວໃຫ້ໄດ້ຮັບຮູ້ຂ່າວສານຢ່າງທົ່ວເຖິງບໍ່ວ່າຈະເປັນການສະເຫນີໃນຫົວຂໍ້ທີ່ກ່ຽວກັບສິດທິເດັກ, ການສັກຢາກັນພະຍາດ, ການຮັກສາອານາໄມສາມສະອາດ ເພື່ອເປັນຮົ້ວປ້ອງກັນສຸຂະພາບ ໃຫ້ແຂງແຮງສິ່ງທັງຫມົດນີ້ແມ່ນໄດ້ຈາກການເຂົ້າຮ່ວມໂຄງການວິທະຍຸເດັກໄວຫນຸ່ມ ເຊິ່ງນອກຈາກນັ້ນ ມັນຍັງເຮັດໃຫ້ນ້ອງຮູ້ຈັກການເຮັດວຽກເປັນທີມ, ມີຄວາມມານະອົດທົນ ແລະມີປະສົບການຊີວິດ.
ຊື່ ແລະ ນາມສະກຸນ ທ ເດັ່ນພະຈັນ ພົງສຸທ. ທີ່ເກີດ ບ້ານປ່າຂາມ,ທີ່ຢູ່ປັດຈຸບັນບ້ານ ຜາສຸກ,ປະຈຸບັນຮຽນຫນັງສືຢູ່ໂຮງຮຽນມະຫາວິທະຍາໄລແຫ່ງຊາດ, ເວລາຫວ່າງ: ມັກເບິ່ງຂ່າວສານ,ໂທລະພາບ, ຫນັງສືພິມ,ວິທະຍຸ.
ເປັນນັກຈັດລາຍການປີ2007 ໄລຍະປີ2007-08 ກໍໄດ້ມີການລົງໄປໂຄສະນາຕາໃບັນດາເມືອງຕ່າງໆ ແລະໂຮງຮຽນ ສ່ວນເລື່ອງທີ່ປະທັບໃຈແມ່ນຄູອາຈານທຸກໆຄົນໄດ້ມີການອົບຮົມ ບອກສອນຕັກເຕືອນ ສ່ວນອຸປະສັກທີ່ໄດ້ພົບພໍ້ ກໍແມ່ນ ເວລາທີ່ລົງໄປເຄື່ອນໄຫວກິດຈະກຳໂຄສະນາຊຸມຊົນຢູ່ທີ່ເຂດຫ່າງໄກສອກຫລີກແມ່ນຖືກຍາມຝົນສະນັ້ນແມ່ນຈະພົບ ອຸປະ ສັກ ແລະໃນອານາຄົດແມ່ນຢາກໃຫ້ລາຍການເປີດໃຈໄວຫນຸ່ມມີຊື່ສຽງໂດ່ງດັງແລະຢາກໃຫ້ມີແຟນໆລາຍການຫລາຍຄົນ ສ່ວນທີ່ຜ່ານມາ ແມ່ນໄດ້ເຂົ້າຮ່ວມອົບຮົມການເປັນນັກຕັດຕໍ່ສຽງ, ບົດບາດຍິງຊາຍ, ການເປັນນັກຂ່າວແລະຍັງໄດ້ໄປເຂົ້າຮ່ວມເຂົ້າຮົມ, ທັດສະນະສຶກສາທີ່ນະຄອນຫລວງ.
ຊື່ ແລະ ນາມສະກຸນ ນ ປານີ ວິໄລຈິດ. ທີ່ເກີດ ບ້ານໂພນແພງ, ທີ່ຢູ່ປັດຈຸບັນບ້ານ: ມະໂນ,ປະຈຸບັນຮຽນຫນັງສືວິທະຍາໄລຄູ...ເວລາຫວ່າງ:ອ່ານປຶ້ມ, ເຮັດກິດຈະກຳທີ່ສ້າງສັນ,ມັກສອນຟ້ອນ ແລະນຳພາ ເດັກນ້ອຍເຮັດກິດຈະກຳ.ສຳລັບນ້ອງ ແມ່ນເປັນນັກຈັດລາຍການ ມາແຕ່ປີ2005ແລະດຳເນີນງານມາເຖິງປະຈຸບັນ ແມ່ນໄດ້ເຂົ້າຮ່ວມຝຶກອົບຮົມຫລາຍໆຫົວຂໍ້ ທີ່ນຳໃຊ້ເຂົ້າໃນການຜະລິດລາຍການວິທະຍຸ ແລະລົງບໍລິການຊຸມຊົນ ພ້ອມນັ້ນນ້ອງກໍໄດ້ໄປທັດສະນະສຶກສາທີ່ຊຽງໃຫມ່ ປະເທດໄທ ແລະເຂົ້າຮ່ວມເຝິກອົບຮົມທີ່ແຂວງໄຊຍະບູລີ, ແຂວງວຽງຈັນອີກນຳ. ຂໍເປີດໃຈວ່າໂຄງການວິທະຍຸສຳລັບເດັກແລະໄວຫນຸ່ມແມ່ນດີຫລາຍທີ່ໃຫ້ໂອກາດພວກນ້ອງໄດ້ມີສ່ວນຮ່ວມໃນ ການພັດທະນາ ສັງຄົມ ກໍຕ້ອງຂໍຂອບໃຈອົງການຢູນິເຊັບປະຈຳລາວແລະບັນດາຄູອາຈານທີ່ໄດ້ສິດສອນ,ຖ່າຍທອດຄວາມຮູ້ຄວາມສາມາດ ໃຫ້ເດັກນ້ອຍຄົນຫນຶ່ງໄດ້ມີໂອກາດມາຢືນຢູ່ຈຸດນີ້.
ເລີ່ມຕົ້ນເປັນນັກຈັດລາຍການ ມາແຕ່ປີ 2008 ກໍຮູ້ສຶກດີໃຈຫລາຍທີ່ໄດ້ມີສ່ວນຮ່ວມໃນໂຄງການນີ້ ເພາະທຸກຄົນກໍຢາກເຂົ້າຮ່ວມແຕ່ກໍບໍ່ມີໂອກາດ ເຊິ່ງຖືວ່າມັນແມ່ນໂອກາດດີທີ່ສຸດແລ້ວສຳລັບນ້ອງ ແລະນ້ອງກໍຢາກເຮັດໃຫ້ດີທີ່ສຸດ ເພື່ອໃຫ້ ໂຄງການນີ້ດຳເນີນໄປດ້ວຍດີ ສ່ວນການເຄື່ອນໄຫວໃນແຕ່ລະໄລຍະກໍເຫັນວ່າໃນແຕ່ລະອາທິດກໍມີສຽງຕອບຮັບຈາກຜູ້ຟັງຫລາຍ,ທຸກຄົນໃຫ້ຄວາມສົນໃຈຮັບຟັງລາຍການຂອງພວກເຮົາທຸກໆອາທິດ ພ້ອມດຽວກັນນັ້ນພວກນ້ອງກໍໄດ້ມີການລົງເຄື່ອນໄຫວກິດຈະກຳໃນບ້ານຕ່າງໆ ມ່ວນຫລາຍແລະເດັກນ້ອຍກໍມີຄວາມສົນໃຈອີກໂດຍເຫັນຈາກການໃຫ້ຄວາມສົນໃຈໃນການຕອບຄຳຖາມ...
ຊື່ ແລະ ນາມສະກຸນ ນ. ສີສຸພັນ ກິ່ງຈັນດາສັກ ບຸນຄົງ, ທີ່ເກີດ ບ້ານນາວຽງຄຳ, ທີ່ຢູ່ປັດຈຸບັນ: ບ້ານນາວຽງຄຳ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນວິທະຍາໄລການເງິນ(ບັນຊີການເງິນ), ເວລາຫວ່າງ: ອ່ານຂ່າວ, ນິທານຫລືຫນັງສືຕ່າງໆ,ຟ້ອນແລະແຕ່ງລະຄອນ.
ເປັນນັກຈັດລາຍການມາແຕ່ປີ2007 ສະພາບການ ດຳເນີນກິດຈະກຳ ແມ່ນດີຫລາຍເຫັນໄດ້ ຈາກຜົນຕອບຮັບຈາກປະຊາຊົນ ໃນເວລາທີ່ລົງເຄື່ອນໄຫວກິດຈະກຳ ສິ່ງມັນເຮັດໃຫ້ນ້ອງມີຄວາມຮູ້ສຶກປະທັບໃຈ ທີ່ພໍ່ແມ່ປະຊາຊົນໃຫ້ການຕອບຮັບເປັນຢ່າງດີ ເດັກນ້ອຍກໍເຫັນເຂົາເຈົ້າມີໃບຫນ້າທີ່ຍິ້ມແຍ້ມແຈ່ມໃສດີ ອຸປະສັກກໍແມ່ນເລື່ອງການເດີນທາງໃນຍາມຝົນ ບໍ່ຄ່ອຍມີຄວາມສະດວກປານໃດ,ສ່ວນການເຂົ້າອົບຮົມທີ່ຜ່ານມາແມ່ນໄດ້ອົບຮົມບົດບາດຍິງຊາຍ, ນັກຈັດລາຍການວິທະຍຸ ສິ່ງແວດລ້ອມແລະອື່ນໆ ເຊິ່ງມັນເຮັດໃຫ້ນ້ອງດີໃຈແລະມີຄວາມຮູ້ໃຫມ່ໆ ທີ່ໄດ້ມີສ່ວນຮ່ວມໃນການຊ່ວຍເຫລືອສັງຄົມ ໂດຍສະເພາະການຊ່ວຍເຫລືອ ເດັກນ້ອຍລາວ.
ຊື່ ແລະ ນາມສະກຸນ ນ ແສງທະວີ ລັດຕະນະນົງສີ. ທີ່ເກີດ ບ້ານນາສຳພັນ, ທີ່ຢູ່ປັດຈຸບັນ: ບ້ານນາສຳພັນ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນວິທະຍາໄລສຸພານຸວົງ, ເວລາຫວ່າງ: ຈັດລາຍການ, ຟ້ອນ. ເປັນນັກຈັດລາຍການ ເລີ່ມຕົ້ນປີ2006 ດີໃຈແລະປະທັບໃຈຫລາຍທີ່ໄດ້ມີໂອກາດມີສ່ວນຮ່ວມເຂົ້າໃນໂຄງການນີ້ ເຊິ່ງແມ່ນຄວາມພູມໃຈທີ່ສຸດຂອງການໄດ້ມີສ່ວນຮ່ວມ ເຮັດໃຫ້ພວກນ້ອງມີປະສົບການ ແລະມີຄວາມຮູ້ເພີ່ມຂຶ້ນ ສະນັ້ນໃນອາ ນາຄົດແມ່ນຢາກໃຫ້ລາຍການຂອງພວກເຮົາໄດ້ຂະຫຍາຍຫລາຍຂຶ້ນ ໃຫ້ເປັນທີ່ຮູ້ຈັກຂແງມະຫາຊົນໃຫ້ຫລາຍກວ່າເກົ່າບໍ່ວ່າຈະເປັນເຂດນອກຫລືໃນຕົວເມືອງກໍຕາມ, ທີ່ຜ່ານມານ້ອງກໍໄດ້ມີໂອກາດເຂົ້າຮ່ວມອົບຮົມພ້ອມທັງໄປທັດສະນະສຶກສາຕາມຕົວເມືອງ, ຕ່າງແຂວງຕ່າງໆ ເຊິ່ງທັງຫມົດແມ່ນໃຫ້ຄວາມຮູ້ແລະຂໍ້ມູນທີ່ດີໆ.
ຊື່ ແລະ ນາມສະກຸນ ນ. ອຳມະລາ ປັນຍາທອງ. ທີ່ເກີດບ້ານ ນາຊາງ, ທີ່ຢູ່ປັດຈຸບັນ: ບ້ານຫນອງຄຳ ເມືອງຫລວງພະບາງ ແຂວງຫລວງພະບາງ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນເຕັກນິກວິຊາຊີບແຂວງຫລວງພະບາງ(ບໍລິຫານທຸລະກິດ), ເວລາຫວ່າງ:ມັກເບິ່ງຂ່າວຈາກໂທລະພາບ,ຟັງວິທະຍຸ,ມັກອ່ານປຶ້ມ,ສາລະຫນ້າຮູ້.
ເປັນນັກຈັດລາຍການ ມາແຕ່ປີ2005 ຕັ້ງແຕ່ອາຍຸໄດ້13ປີ ຖືໄດ້ວ່ານ້ອງເປັນລຸ້ນທຳອິດຂອງການຝຶກອົບຮົມນັກຈັດລາຍການວິທະຍຸສຳລັບເດັກ-ໄວຫນຸ່ມຂອງແຂວງຫລວງພະບາງ ເຊິ່ງນ້ອງເອງແມ່ນມີຄວາມຮູ້ສຶກດີໃຈຫລາຍ ທີ່ໄດ້ນຳເອົາຄວາມຮູ້ຄວາມບັນເທີງຕ່າງໆອອກອາກາດໃຫ້ທຸກຄົກໄດ້ຮັບຟັງ ນ້ອງເອງຂໍຂອບໃຈກັບອາຈານທຸກຄົນທີ່ໃຫ້ໂອກາດນ້ອງໄດ້ເປັນນັກຈັດລາຍການ ເພາະມັນຄືຄວາມໄຝ່ຝັນຢ່າງຫນຶ່ງຂອງນ້ອງ ແລະນ້ອງຂໍສັນຍາວ່າຈະພັດທະນາຕົວເອງໃຫ້ເປັນຄົນເກັ່ງ, ເປັນນັກຈັດລາຍການທີ່ດີ, ຈະນຳເອົາຄວາມຮູ້ທີ່ຜ່ານຈາກການເຂົ້າຝຶກອົບຮົມມາພັດທະນາລາຍການໃຫ້ດີຂຶ້ນຕະຫລອດໄປ.
ຊື່ ແລະ ນາມສະກຸນ ທ ວິລະເດດ ພົມມະລີ. ທີ່ເກີດບ້ານ ຫນອງຄຳ, ທີ່ຢູ່ປັດຈຸບັນ: ບ້ານຫນອງຄຳ ເມືອງຫລວງພະບາງ ແຂວງຫລວງພະບາງ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ, ເວລາຫວ່າງ: ຮ້ອງເພັງ, ແຕ່ງກາບກອນ.
ຊື່ ແລະ ນາມສະກຸນ ທ ວິລະເດດ ພົມມະລີ. ທີ່ເກີດບ້ານ ຫນອງຄຳ, ທີ່ຢູ່ປັດຈຸບັນ: ບ້ານຫນອງຄຳ ເມືອງຫລວງພະບາງ ແຂວງຫລວງພະບາງ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ, ເວລາຫວ່າງ: ຮ້ອງເພັງ, ແຕ່ງກາບກອນ. ເລີ່ມຈັດລາຍການມາຕັ້ງແຕ່ປີ 2009 ເຊິ່ງການດຳເນີນລາຍການແຕ່ລະໄລຍະ ແມ່ນມີຄວາມເບີກບານມ່ວນຊື່ນ, ມີຄວາມສາມັກຄີ ລະຫວ່າງພາຍໃນກຸ່ມ ແລະຄວາມປະທັບໃຈນີ້ ແມ່ນການນຳເອົາສາລະຫນ້າຮູ້ແລະຂ່າວສານມາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນຮັບຮູ້ ສ່ວນອຸປະສັກກໍແມ່ນການລົງບໍລິການ ຊຸມຊົນ ເພາະມັນເປັນຍາມຝົນ ສ່ວນການດຳເນີນໂຄງການວິທະຍຸໃນອານາຄົດແມ່ນຢາກໃຫ້ມີໄປຕະຫລອດເພື່ອຊ່ວຍພັດທະນາສັງຄົມ.
ຊື່ ແລະ ນາມສະກຸນ ທ ພຸດທະກອນ ມະຕິລາ. ທີ່ຢູ່ປັດຈຸບັນ: ບ້ານ ປ່ອງຄຳ ເມືອງຫລວງພະບາງ ແຂວງຫລວງພະບາງ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນ ມ.ສ ສຸພານຸວົງ, ເວລາຫວ່າງ: ມັກເບິ່ງໂທລະພາບ,ອ່ານປຶ້ມ ແລະ ຫລິ້ນຄອມພິວເຕີ.
ສຳລັບນ້ອງເອງ ແມ່ນເປັນນັກຈັດລາຍການ ມາແຕ່ປີ2009 ເຊິ່ງການດຳເນີນກິດຈະກຳນີ້ ຖືວ່າທຸກໆຄົນໄດ້ມີຄວາມຮູ້, ຄວາມສາມາດເພີ່ມຂຶ້ນເລີຍໃນແຕ່ລະໄລຍະ ແຕ່ລະຄັ້ງທີ່ຈັດລາຍການ ຖືວ່າມີຄວາມເບີກບານມ່ວນຊື່ນ ເຕັມໄປດ້ວຍຮອຍຍິ້ມ ແລະສິ່ງທີ່ປະທັບໃຈທີ່ສຸດ ແມ່ນການນຳເອົາຂ່າວສານ ແລະສາລະຫນ້າຮູ້ຕ່າງໆ ມາເລົ່າມາເວົ້າສູ່ທ່ານຜູ້ຟັງໄດ້ຮັບຟັງ ເຊິ່ງອຸປະສັກທີ່ມີ ເປັນຕົ້ນກໍແມ່ນການເດີນທາງໄປມາ, ການດຳເນີນໂຄງການວິທະຍຸເດັກ ໃນອານາຄົດ ຢາກຈະໃຫ້ມີລາຍການ ເປີດໃຈໄວຫນຸ່ມໄປຕະຫລອດ.
ຊື່ ແລະ ນາມສະກຸນ ທ ສົມແພງ ແສງມະນີ. ທີ່ເກີດ: ບ້ານ ສັງຄະໂລກ, ທີ່ຢູ່ປັດຈຸບັນ: ບ້ານ ໂຄມຂວາງ ເມືອງ ແລະ ແຂວງຫລວງພະບາງ,ປະຈຸບັນຮຽນຫນັງສືຢູ່ໂຮງຮຽນ ມ.ສ ສຸພານຸວົງ, ເວລາຫວ່າງ: ມັກຟັງດພງ, ມັກອ່ານຫນັງສືພິມ.
ສຳລັບນ້ອງເອງ ແມ່ນເປັນນັກຈັດລາຍການມາແຕ່ປີ2009 ເຊິ່ງການດຳເນີນກິດຈະກຳນີ້ ຖືວ່າທຸກໆຄົນໄດ້ມີຄວາມຮູ້, ຄວາມສາມາດເພີ່ມຂຶ້ນ. ໃນແຕ່ລະໄລຍະ ແຕ່ລະຄັ້ງທີ່ຈັດລາຍການ ຖືວ່າມີຄວາມເບີກບານມ່ວນຊື່ນ ເຕັມໄປດ້ວຍຮອຍຍິ້ມ ແລະສິ່ງທີ່ປະທັບໃຈທີ່ສຸດ ແມ່ນການນຳເອົາຂ່າວສານ ແລະສາລະຫນ້າຮູ້ຕ່າງໆ ມາເລົ່າມາເວົ້າສູ່ທ່ານຜູ້ຟັງໄດ້ຮັບຟັງ.
ຊື່ ແລະ ນາມສະກຸນ ນ ລັດສະຫນີ ສູນທະລາ. ທີ່ເກີດ: ບ້ານ ສັງຄະໂລກ, ທີ່ຢູ່ປັດຈຸບັນ: ບ້ານ ຊຽງເຫລັກ ເມືອງຫລວງພະບາງ ແຂວງຫລວງພະບາງ, ປະຈຸບັນຮຽນຫນັງສືຢູ່ໂຮງຮຽນ ມ.ສ ສຸພານຸວົງ, .ເວລາຫວ່າງ: ມັກເບິ່ງໂທລະພາບ ແລະຫລິ້ນອິນເຕີເນັດ.
ສຳລັບນ້ອງເອງ ແມ່ນເປັນນັກຈັດລາຍການ ມາແຕ່ປີ2009 ເຊິ່ງການດຳເນີນກິດຈະກຳນີ້ ຖືວ່າທຸກໆຄົນໄດ້ມີຄວາມຮູ້, ຄວາມສາມາດເພີ່ມຂຶ້ນເລີຍໃນແຕ່ລະໄລຍະ ແຕ່ລະຄັ້ງທີ່ຈັດລາຍການ ຖືວ່າມີຄວາມເບີກບານມ່ວນຊື່ນ ເຕັມໄປດ້ວຍຮອຍຍິ້ມ ແລະສິ່ງທີ່ປະທັບໃຈທີ່ສຸດ ແມ່ນການນຳເອົາຂ່າວສານ ແລະສາລະຫນ້າຮູ້ຕ່າງໆ ມາເລົ່າມາເວົ້າສູ່ທ່ານຜູ້ຟັງໄດ້ຮັບຟັງ ເຊິ່ງອຸປະສັກທີ່ມີ ເປັນຕົ້ນກໍແມ່ນການເດີນທາງໄປມາ,ການດຳເນີນໂຄງການວິທະຍຸເດັກໃນອານາຄົດຢາກຈະໃຫ້ມີລາຍການເປີດໃຈໄວຫນຸ່ມໄປຕະຫລອດເລີຍ.
ຊື່ ແລະ ນາມສະກຸນ ນ ປ່ຽມສຸກ ວົງກາລັກ (ເບ່ຕ້າ). ທີ່ຢູ່ປັດຈຸບັນ: ບ້ານ ຜາໂຄມ , ເມືອງຫລວງ ພະບາງ ແຂວງຫລວງພະບາງ,ປະຈຸບັນຮຽນຫນັງສືຢູ່ໂຮງຮຽນ ມ.ສ ສຸພານຸວົງ, ເວລາຫວ່າງ: ມັກເບິ່ງໂທລະພາບ, ຟັງວິທະຍຸ ແລະເຮັດກິດຈະກຳຢູ່ສ.ວ.ດ.ນ້ອງເອງ ແມ່ນເປັນນັກຈັດລາຍການ ມາແຕ່ປີ2009 ເຊິ່ງການດຳເນີນກິດຈະກຳນີ້ ຖືວ່າທຸກໆຄົນໄດ້ມີຄວາມຮູ້, ຄວາມສາມາດເພີ່ມຂຶ້ນເລີຍໃນແຕ່ລະໄລຍະ ແຕ່ລະຄັ້ງທີ່ຈັດລາຍການ ຖືວ່າມີຄວາມເບີກ ບານມ່ວນຊື່ນ ເຕັມໄປດ້ວຍຮອຍຍິ້ມ ແລະສິ່ງທີ່ປະທັບໃຈທີ່ສຸດ ແມ່ນການນຳເອົາຂ່າວສານ ແລະສາລະຫນ້າຮູ້ຕ່າງໆ ມາເລົ່າມາເວົ້າສູ່ທ່ານຜູ້ຟັງໄດ້ຮັບຟັງ ເຊິ່ງອຸປະສັກທີ່ມີ ເປັນຕົ້ນກໍແມ່ນການເດີນທາງໄປມາ, ການດຳເນີນໂຄງການວິທະຍຸເດັກ ໃນອານາຄົດ ຢາກຈະໃຫ້ມີລາຍການ ເປີດໃຈໄວຫນຸ່ມໄປຕະຫລອດເລີຍ.
ລາຍການເປີດໃຈໄວຫນຸ່ມແຂວງຫລວງພະບາງ ໄວຫນຸ່ມທີ່ຕິດຕາມຮັບຟັງລາຍການໄດ້ໃຫ້ຄວາມສົນໃຈຫລາຍ ເຫັນໄດ້ຈາກການສົ່ງຈົດຫນາຍແຮງໃຈມາເຖິງທີມງານ, ມີສ່ວນຮ່ວມໃນການສົ່ງຂໍ້ມູນຂ່າວສານອອກອາກາດ, ຮ່ວມຕອບບັນຫາກ່ຽວກັບໄວຫນຸ່ມ ແລະວັນສຳຄັນຕ່າງໆຂອງຊາດ ໂດຍຜ່ານການຖາມຕອບຈາກການຮັບສາຍຫນ້າໄມ ເຊິ່ງມັນເປັນບັນຍາກາດທີ່ສ້າງຄວາມຕິດໃຈແລະຢາກມີສ່ວນຮ່ວມຂອງຜູ້ຟັງເພາະລາຍການຂອງພວກເຮົາໄດ້ໃຊ້ຮູບແບບຈັດສົດທຸກໆເທື່ອເລີຍ.ສ່ວນນັກຈັດລາຍການແມ່ນຈະມີການພັດປ່ຽນກັນໃນແຕ່ລະອາທິດ.
ພວກເຮົາ ທີມງານວິທະຍຸໄວໜຸ່ມແຂວງຫລວງພະບາງ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈໃາຍັງທຸກທ່ານ, ທຸກພາກສ່ວນທີ່ໃຫ້ໂອກາດ ແລະ ຊ່ວຍເຫລືອແກ່ທີມງານ ຯລຯ ເພື່ອໃຫ້ສາມາດດຳເນີນກິດຈະກຳນີ້ສືບຕໍ່ໄປໄດ້....ພວກເຮົາຍັງພ້ອມທີ່ຈະລົງໂຄສະນາຊຸມຊົນ ແລະ ຈັດລາຍການວິທະຍຸສືບຕໍ່....ຢ່າລືມພົບກັບພວກເຮົາເດີ້...
ຂອບໃຈອົງການ Unicef, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ສູນວັດທະນະທຳເດັກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ຊ່ວຍເຫລືອພວກເຮົາທາງ ດ້ານງົບປະມານ ແລະ ວິຊາການ...
ພວກເຮົາ ທີມງານວິທະຍຸໄວໜຸ່ມແຂວງຫລວງພະບາງ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈໃາຍັງທຸກທ່ານ, ທຸກພາກສ່ວນທີ່ໃຫ້ໂອກາດ ແລະ ຊ່ວຍເຫລືອແກ່ທີມງານ ຯລຯ ເພື່ອໃຫ້ສາມາດດຳເນີນກິດຈະກຳນີ້ສືບຕໍ່ໄປໄດ້....ພວກເຮົາຍັງພ້ອມທີ່ຈະລົງໂຄສະນາຊຸມຊົນ ແລະ ຈັດລາຍການວິທະຍຸສືບຕໍ່....ຢ່າລືມພົບກັບພວກເຮົາເດີ້...
ຂອບໃຈອົງການ Unicef, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ສູນວັດທະນະທຳເດັກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ຊ່ວຍເຫລືອພວກເຮົາທາງ ດ້ານງົບປະມານ ແລະ ວິຊາການ...
ມີເວລາ ຢ່າລືມໄປຢ້ຽມຢາມພວກເຮົາທີ່:
ຫລວງພະບາງເມືອງງາມນາມກະເດື່ອງເລື່ອງລືວັດທະນະທໍາ, ງາມທິວທັດ ທໍາມະຊາດ, ມາລະຍາດຊາວເມືອງຄ່ຽມຄົມສົມເປັນເມືອງມໍລະດົກໂລກ....
ງາມພູຕັ້ງຢູ່ກາງເມືອງ, ເລື່ອງລືວັດທະນາທຳ, ເອາະຫລາມໃສ່ສະຂ່ານ, ງານບຸນຊ່ວງເຮືອເດືອນເກົ້າ, ວັດເກົ່າແກ່ມາກມີ, ຕາດກວາງຊີແລະຖ້ຳຕິ່ງ, ເປັນມິ່ງເມືອງມໍລະດົກໂລກ.....
ລາຍການເປີດໃຈໄວຫນຸ່ມ ອອກອາກາດທຸກໆວັນເສົາ ເວລາ09: 00-09: 30 ທີ່ວິທະຍຸກະຈາຍສຽງແຂວງຫລວງພະບາງ ໃນລະບົບ FM 705 KH,FM 103.5 MHz
ຂອບໃຈຫລາຍໆ...
























ເປັນກິດຈະກຳທີ່ດີຫຼາຍ ຊົມເຊີຍ
ReplyDeleteຢ່າເປີດແຕ່ໃຈໄວຫນຸ່ມເດີ ດຍວຜູ້ເຖົ້າສິນ້ອຍໃຈ
ReplyDelete